Lao National Team Under 17
News Cover

U17 ທີມຊາດລາວ ສົ່ງທ້າຍ U17 ຊິງແຊ້ມອາຊີ 2023 ປະລາໄຊໃຫ້ ມາເລເຊຍ 1-2

22/06/2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ A ວັນທີ 21 ມິຖຸນາຜ່ານມາ, U17 ທີມຊາດລາວ ສົ່ງທ້າຍ ດ້ວຍການປະລາໄຊໃຫ້ U17 ມາເລເຊຍ 1-2, U17 ລາວ ນຳກ່ອນ ແຕ່ຖືກແຊງຊະນະ.

U17 ທີມຊາດລາວ ຕົກຮອບແບ່ງກຸ່ມ ເສຍ 3 ນັດລວດ! – ເສຍໃຫ້ ໄທ ເຈົ້າພາບ 1-2, ເສຍໃຫ້ ເຢເມັນ 1-2 ແລະ ເສຍໃຫ້ ມາເລເຊຍ 1-2, U17 ທີມຊາດລາວ ຕົກຮອບແບ່ງກຸ່ມທັງ 3 ຄັ້ງ ທີ່ເຂົ້າຮ່ວມຮອບສຸດທ້າຍ ຕໍ່ຈາກປີ 2004 ແລະ 2012.

ຂະນະທີ່ U17 ທີມຊາດໄທ ເຈົ້າພາບ ໄດ້ອັນດັບ 1 ຂອງກຸ່ມ A ນັດສຸດທ້າຍ ຊະນະ ເຢເມັນ 1-0 ໄດ້ປະຕູໄຊນາທີ 90’+6. U17 ທີມຊາດໄທ ຊະນະ 3 ນັດລວດ ເປັນທີ 1 ຂອງກຸ່ມ, ເຢເມັນ ເປັນທີ 2 ມີ 6 ຄະແນນ ທັງສອງທີມເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ. ຂະນະທີ່ ມາເລເຊຍ ມີ 3 ຄະແນນ ແລະ ລາວ ບໍ່ມີຄະແນນ ຕົກຮອບ.

News Cover

ທີມຊາດລາວU17 ເສຍໃຫ້ ທີມຊາດເຢເມນU17 1-2

18/06/2023

ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17  ປະຈຳປີ 2023 ຮອບສຸດທ້າຍກຸ່ມ A  ວັນທີ 18 ມິຖຸນາ 2023 ຢູ່ທີ່ສະຫນາມກິລາທຳມະສາດ ໄດ້ມີການແຂ່ງຂັນນັດທີສອງລະຫວ່າງ  ທີມຊາດລາວU17  ພົບ ທີມຊາດເຢເມນU17  ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ເຢເມນ 1-2

- ລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ  ປັນຍາວົງ ນາທີ 55'
- ເຢເມນ ໄດ້ປະຕູຈາກ: ເບີ 18 ADEL   ນາທີ 28, ເບີ 3 Anwar ( Pen ) ນາທີ 75'


ທີມຊາດລາວU17 ແລະ ມາເລເຊຍU17 ເສຍ 2 ນັດລວດ ຕົກຮອບແນ່ນອນແລ້ວ, ສ່ວນ ໄທ ແລະ ເຢເມນ ຊະນະ 2 ນັດ.

ນັດສຸດທ້າຍຂອງກຸ່ມ A ມາເລເຊຍ ພົບ ລາວ ແລະ ໄທ ພົບ ເຢເມນ ຈະແຂ່ງຂັນວັນທີ 21 ມິຖຸນາ 2023.

News Cover

ທີມຊາດລາວU17 ປະເດີມສະຫນາມນັດທຳອິດເສຍໃຫ້ ທີມຊາດໄທU17 1-2

15/06/2023

ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17  ປະຈຳປີ 2023 ຮອບສຸດທ້າຍກຸ່ມ A  ວັນທີ 15 ມິຖຸນາ 2023 ຢູ່ທີ່ສະຫນາມກິລາປະທຸມທານີ ໄດ້ມີການແຂ່ງຂັນລະຫວ່າງ  ທີມຊາດລາວU17  ພົບ ທີມຊາດລາວU17 ເຊິ່ງເປັນນັດທຳອິດທັງ 2 ທີມ  ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ໄທ 1-2


- ທີມຊາດລາວ ໄດ້ປະຕູຈາກ: ເບີ 10 ປີເຕີ້ ພັນທະວົງ ນາ  26'

- ທີມຊາດໄທ ໄດ້ປະຕູຈາກ:  ເບີ 19' DUTSADEE 12',  ເບີ 10  CHANOTHAI ນາທີ 90+5'

ນັດທີ ສອງ ຂອງກຸ່ມ A ລາວ ພົບ ເຢເມນ ແລະ ໄທ ພົບ ມາເລເຊຍ ຈະແຂ່ງຂັນວັນທີ  18 ມິຖຸນາ 2023.

News Cover

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດ​ທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ

11/06/2023
ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດ​ທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ
ທີມຊາດລາວU17 ໄດ້ເລີ່ມເກັບຕົວຝຶກຊ້ອມມາຕັ້ງແຕ່ ວັນທີ 06 ມີນາ2023 ເປັນຕົ້ນມາ ເພື່ອກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ.
ທ່ານ ກັນ​ລ​ະຍາ ສີ​ສົມ​ຫວັງ ຫົວ​ຫນ້າ​ຄູ​ຝຶກ​ທີມ​ຊາດ​ລາວU17 ສາ​ມາດ​ຄັດ​ເລືອກ​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ ມີລາຍ​ຊື່ດັ່ງນີ້:
+ ຜູ້ຮັກສາປະຕູ
- ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ
- ສຸກສະໝອນ ເວທີຕະ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
- ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
+ ກອງຫຼັງ
- ອາລີຍາກອນ ຟອງສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອັສທີທີ
- ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
- ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ
- ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
- ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
- ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
+ ກອງກາງ
- ບິນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ
- ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ສຸລີນ ທໍາມະສອນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ
- ຄຳສິງ ນາລິນທອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
- ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ປະເທດໄທ )
- ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ກາດໍາ ກອນເຍີ ຈາກ ແຂວງເຊກອງ
+ ກອງຫນ້າ
- ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ເອ​ສະ​ຣາ
- ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
ການແຂ່ງຂັນ AFC U17 ASIAN CUP 2023, Finals ຮອບສຸດທ້າຍທີ່ປະເທດໄທ ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື:
- ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
- ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
- ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ
- ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ
ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023.
ຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ທີມ​ຊາດ​ລາວ
- ວັນ​ທີ 15/06/2023 ເວ​ລາ 19:00 ໄທ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລ​າປະ​ທຸມ​ທາ​ນີ
- ວັນ​ທີ 18/06/2023 ເວ​ລາ 17:00 ເຢ​ເມນ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິລາ​ທຳ​ມະ​ສາດ
- ວັນ​ທີ 21/06/2023 ເວ​ລາ 19:00 ມາ​ເລ​ເຊຍ ພົບ ລາວ ແຂ່ງ​ຂ​ັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ທຳ​ມະ​ສາດ
ກຳ​ນົດ​ການ​ເດີນ​ທາງ​ຂອງ​ທ​ີ​ມ​ຊາດ​ລາວU17 ແມ່ນ​ຈະ​ອອກ​ເດີນ​ທາງ​ໄປ​ທີ່​ປະ​ເທດ​ໄທ​ໃນ​ຕອນ​ບ່​າຍ​ວັນ​ຈັນ 12/06/2023.

News Cover

ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ

07/06/2023

ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ ໃນວັນທີ 6 ມີຖຸນາ 2023.ກຽມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023.
ຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ທີມ​ຊາດ​ລາວ
- ວັນ​ທີ 15/06/2023 ເວ​ລາ 19:00 ໄທ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລ​າປະ​ທຸມ​ທາ​ນີ
- ວັນ​ທີ 18/06/2023 ເວ​ລາ 17:00 ເຢ​ເມນ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິລາ​ທຳ​ມະ​ສາດ
- ວັນ​ທີ 21/06/2023 ເວ​ລາ 19:00 ມາ​ເລ​ເຊຍ ພົບ ລາວ ແຂ່ງ​ຂ​ັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ທຳ​ມະ​ສາດ