11 ຄູຝຶກ ສຳເລັດ ການຝຶກອົບຮົມຜູ້ພັດທະນາຄູຝຶກບານເຕະ ສຕລ (LFF Coach Developer Workshop)
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສຳເລັດການຝຶກອົບຮົມຜູ້ພັດທະນາຄູຝຶກບານເຕະ ສຕລ (LFF Coach Developer Workshop) ໃນຕອນແລງ ວັນທີ 05 ມີຖຸນາ 2026 ຢູ່ທີ່ ຫ້ອງການ ສຕລ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຍອດແກ້ວ ພາວະດີ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ Dr Benedict Low ຈາກ ມະຫາວິທະຍາໄລ University of Essex ປະເທດ ອັງກິດ.
ການຝຶກອົບຮົມຄັ້ງນີ້, ຈຸດປະສົງເພື່ອສ້າງບຸກຄະລາກອນທາງດ້ານຄູຝຶກ ເພື່ອຕໍ່ຍອດໄປສູ່ການເປັນຜູ້ຝຶກສອນ LFF / AFC '' C '' DIPLOMA ໃນອະນາຄົດ. ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ເລີ້ມແຕ່ ວັນທີ 1 – 5 ມິຖຸນາ 2026. ໂດຍໄດ້ມີສຳມະນາກອນເຂົ້າຮ່ວມທັງໝົດ 11 ທ່ານ ຈາກສະໂມສອນ ບີໄອເອັສ, ສະໂມສອນ ກອງທັບ, ສະໂມສອນ ຄໍາໃສ ອະຄາເດມີ, ສະໂມສອນ ມັດສະດ້າ ຈີບີ ແລະ ຄູຝຶກ ທີມຊາດລາວ.
ການຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍເພາະເປັນການຍົກລະດັບ ແລະ ບົດບາດໃຫ້ຄູຝຶກສອນຄົນລາວ ກ້າວຂຶ້ນເປັນຜູ້ຝຶກສອນ ລະດັບ LFF/AFC ''C'' DIPLOMA, LFF/AFC ''B'' DIPLOMA, LFF/AFC ''A'' DIPLOMA ເພີ້ມຂຶ້ນ. ປັດຈຸບັນ, ສປປ ລາວ ມີບຸກຄະລາກອນທີ່ເປັນຄົນລາວພຽງແຕ່ຄົນດຽວກໍຄື ທ່ານ ວົງມີໄຊ ສຸບົວຄຳ ທີ່ສາມາດເປັນຜູ້ຝຶກສອນຄູຝຶກບານເຕະ ລະດັບ LFF / AFC ''C'' DIPLOMA, LFF / AFC ''B'' DIPLOMA ແລະ AFC ''A'' DIPLOMA.