
U17 ທີມຊາດລາວ ສົ່ງທ້າຍ U17 ຊິງແຊ້ມອາຊີ 2023 ປະລາໄຊໃຫ້ ມາເລເຊຍ 1-2
ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊິງແຊ້ມອາຊີ 2023 ນັດສຸດທ້າຍຂອງກຸ່ມ A ວັນທີ 21 ມິຖຸນາຜ່ານມາ, U17 ທີມຊາດລາວ ສົ່ງທ້າຍ ດ້ວຍການປະລາໄຊໃຫ້ U17 ມາເລເຊຍ 1-2, U17 ລາວ ນຳກ່ອນ ແຕ່ຖືກແຊງຊະນະ.
U17 ທີມຊາດລາວ ຕົກຮອບແບ່ງກຸ່ມ ເສຍ 3 ນັດລວດ! – ເສຍໃຫ້ ໄທ ເຈົ້າພາບ 1-2, ເສຍໃຫ້ ເຢເມັນ 1-2 ແລະ ເສຍໃຫ້ ມາເລເຊຍ 1-2, U17 ທີມຊາດລາວ ຕົກຮອບແບ່ງກຸ່ມທັງ 3 ຄັ້ງ ທີ່ເຂົ້າຮ່ວມຮອບສຸດທ້າຍ ຕໍ່ຈາກປີ 2004 ແລະ 2012.
ຂະນະທີ່ U17 ທີມຊາດໄທ ເຈົ້າພາບ ໄດ້ອັນດັບ 1 ຂອງກຸ່ມ A ນັດສຸດທ້າຍ ຊະນະ ເຢເມັນ 1-0 ໄດ້ປະຕູໄຊນາທີ 90’+6. U17 ທີມຊາດໄທ ຊະນະ 3 ນັດລວດ ເປັນທີ 1 ຂອງກຸ່ມ, ເຢເມັນ ເປັນທີ 2 ມີ 6 ຄະແນນ ທັງສອງທີມເຂົ້າສູ່ຮອບ 8 ທີມສຸດທ້າຍຕໍ່ໄປ. ຂະນະທີ່ ມາເລເຊຍ ມີ 3 ຄະແນນ ແລະ ລາວ ບໍ່ມີຄະແນນ ຕົກຮອບ.

ທີມຊາດລາວU17 ເສຍໃຫ້ ທີມຊາດເຢເມນU17 1-2
ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປະຈຳປີ 2023 ຮອບສຸດທ້າຍກຸ່ມ A ວັນທີ 18 ມິຖຸນາ 2023 ຢູ່ທີ່ສະຫນາມກິລາທຳມະສາດ ໄດ້ມີການແຂ່ງຂັນນັດທີສອງລະຫວ່າງ ທີມຊາດລາວU17 ພົບ ທີມຊາດເຢເມນU17 ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ເຢເມນ 1-2
- ລາວ ໄດ້ປະຕູຈາກ: ເບີ 19 ພູສົມບູນ ປັນຍາວົງ ນາທີ 55'
- ເຢເມນ ໄດ້ປະຕູຈາກ: ເບີ 18 ADEL ນາທີ 28, ເບີ 3 Anwar ( Pen ) ນາທີ 75'
ທີມຊາດລາວU17 ແລະ ມາເລເຊຍU17 ເສຍ 2 ນັດລວດ ຕົກຮອບແນ່ນອນແລ້ວ, ສ່ວນ ໄທ ແລະ ເຢເມນ ຊະນະ 2 ນັດ.
ນັດສຸດທ້າຍຂອງກຸ່ມ A ມາເລເຊຍ ພົບ ລາວ ແລະ ໄທ ພົບ ເຢເມນ ຈະແຂ່ງຂັນວັນທີ 21 ມິຖຸນາ 2023.

ທີມຊາດລາວU17 ປະເດີມສະຫນາມນັດທຳອິດເສຍໃຫ້ ທີມຊາດໄທU17 1-2
ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປະຈຳປີ 2023 ຮອບສຸດທ້າຍກຸ່ມ A ວັນທີ 15 ມິຖຸນາ 2023 ຢູ່ທີ່ສະຫນາມກິລາປະທຸມທານີ ໄດ້ມີການແຂ່ງຂັນລະຫວ່າງ ທີມຊາດລາວU17 ພົບ ທີມຊາດລາວU17 ເຊິ່ງເປັນນັດທຳອິດທັງ 2 ທີມ ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ໄທ 1-2
- ທີມຊາດລາວ ໄດ້ປະຕູຈາກ: ເບີ 10 ປີເຕີ້ ພັນທະວົງ ນາ 26'
- ທີມຊາດໄທ ໄດ້ປະຕູຈາກ: ເບີ 19' DUTSADEE 12', ເບີ 10 CHANOTHAI ນາທີ 90+5'
ນັດທີ ສອງ ຂອງກຸ່ມ A ລາວ ພົບ ເຢເມນ ແລະ ໄທ ພົບ ມາເລເຊຍ ຈະແຂ່ງຂັນວັນທີ 18 ມິຖຸນາ 2023.

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ

ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ
ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ ໃນວັນທີ 6 ມີຖຸນາ 2023.ກຽມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023.
ຕາຕະລາງການແຂ່ງຂັນທີມຊາດລາວ
- ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາປະທຸມທານີ
- ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ
- ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ
n