ຈັດກິດຈະກຳບານເຕະ FIFA Women’s Football Campaign ຄັ້ງທີ 3 ທີ່ແຂວງ ວຽງຈັນ

19/09/2026

         ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ FIFA ແລະ ສະຫະພັນບານເຕະ ແຂວງວຽງຈັນ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2026 ຂື້ນໃນວັນທີ 19 ກັນຍາ 2026ທີ່ ວິທະຍາໄລເຕັກນິກ ແຂວງ ວຽງຈັນ ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 10 – 16 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ນ. ພູໄຊ ແພງພົງ, ຄະນະບໍລິຫານງານ ສຕລ, ທ່ານ ຂັນທອງ ດວງປະເສີດ ປະທານ ສະຫະພັນກິລາບານເຕະແຂວງວຽງຈັນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມ.


        ໃນພິທີ ທ່ານ ນ. ພູໄຊ ແພງພົງໄດ້ກ່າວເປີດງານວ່າ:ການຈັດກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ໃນປີ 2026 ເປັນອີກໜຶ່ງໂອກາດສຳຄັນໃນການເປີດພື້ນທີ່ໃຫ້ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ລາວໄດ້ເຂົ້າຮ່ວມກິລາບານເຕະຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ທັກສະບານເຕະໃນບັນຍາກາດທີ່ມ່ວນຊື່ນ ແລະ ປອດໄພ.


ທ່ານ ນາງ ພູໄຊ ແພງພົງ ເນັ້ນຕື່ມວ່າ ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການພັດທະນາບານເຕະຍິງ ໂດຍມຸ່ງເນັ້ນການສ້າງໂອກາດໃຫ້ແມ່ຍິງ ແລະ ເດັກຍິງໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ພ້ອມທັງສົ່ງເສີມຄູຝຶກ, ແລະ ບຸກຄະລາກອນຍິງໃຫ້ເຂົ້າມາມີບົດບາດໃນວົງການບານເຕະຫຼາຍຂຶ້ນ.“ການພັດທະນາບານເຕະຍິງ ບໍ່ແມ່ນພຽງແຕ່ການສ້າງນັກກິລາໃຫ້ເກັ່ງຂຶ້ນເທົ່ານັ້ນ ແຕ່ຍັງເປັນການສ້າງສຸຂະພາບທີ່ດີ, ສ້າງໂອກາດ, ຄວາມໝັ້ນໃຈ ແລະ ຄວາມຝັນໃຫ້ແກ່ແມ່ຍິງ ແລະ ເດັກຍິງລາວ.”


ທ່ານ ນາງ ພູໄຊ ແພງພົງ ຍັງຄາດຫວັງວ່າ ກິດຈະກຳໃນຄັ້ງນີ້ຈະເປັນອີກບາດກ້າວສຳຄັນໃນການສ້າງແຮງບັນດານໃຈ ແລະ ຄວາມສົນໃຈໃນກິລາບານເຕະ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ພ້ອມທັງຮ່ວມກັນຂະຫຍາຍຖານບານເຕະຍິງໃຫ້ເຂັ້ມແຂງຈາກສູນກາງລົງສູ່ທ້ອງຖິ່ນ.


ສຳລັບກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ປີ 2026 ທີ່ ແຂວງວຽງຈັນ ຍັງໄດ້ຮັບການຮ່ວມກິດຈະກຳຈາກທີມຊາດຍິງລາວ U17 ທີ່ກຳລັງກະກຽມເຂົ້າຮ່ວມ AFC U-17 Women’s Asian Cup 2027 Qualifiers, ພ້ອມດ້ວຍຄູຝຶກ 20 ທ່ານ ແລະ ເດັກຍິງ 200 ຄົນ ຈາກ 5 ໂຮງຮຽນ. ການຮ່ວມກິດຈະກຳຄັ້ງນີ້ ນອກຈາກຈະສ້າງແຮງບັນດານໃຈໃຫ້ແກ່ເດັກຍິງຮຸ່ນໃໝ່ແລ້ວຍັງເປັນໂອກາດສຳຄັນໃນການຮ່ວມສ້າງມິດຕະພາບ ແລະ ສາຍສຳພັນໃໝ່ໆ ລະຫວ່າງ ບັນດາຜູ້ເຂົ້າຮ່ວມ.