ສຕລ ປິດຊຸດຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ B
ໃນຕອນເຊົ້າຂອງມື້ວັນທີ 7 ກຸມພາ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະ ລະດັບ (B) ຂຶ້ນ ຢູ່ທີ່ຫ້ອງປະຊຸມ ສຕລ, ໃຫ້ກຽດເປັນປະທານກ່າວປິດໂດຍແມ່ນທ່ານ ນາງ ພູໄຊ ແພງພົງ ອານຸກຳມະການ ກຳມະການຕັດສິນຂອງ ສຕລ.
ໃນພິທີທ່ານ ນາງ ພູໄຊ ແພງພົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຝຶກອົບຮົມຄັ້ງນີ້ ແລະ ເພິ່ນກໍຍັງໄດ້ຢໍ້າຕື່ມກ່ຽວກັບທັກສະໃນການສົ່ງຄວາມຮູ້ຂອງບັນດາຄູຝຶກທີ່ຈະເອົາໄປນຳໃຊ້ໃນອະນາຄົດເພາະບັນດາຄູຝຶກແມ່ນມີພອນສະຫວັນ ແລະ ຄວາມເກັ່ງໝົດແລ້ວ.
ການຝຶກອົບຮົມແມ່ນໄດ້ດຳເນີນໄປເປັນ 2 ໄລຍະຄື:
- ໄລຍະທີ 1 ແຕ່ວັນທີ 13-16 ພະຈິກ 2024.
- ໄລຍະທີ 2 ແຕ່ວັນທີ 3-7 ກຸມພາ 2025.
ແບ່ງເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Yong Wai Hwang ຄູຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະສຳມະກອນຈໍານວນ 16 ທ່ານ,ມາຈາກປະເທດໄທ 3ທ່ານ ແລະ ໂຮນແລນ 1 ທ່ານ.