ຫົວຂໍ້ | ປະເພດ | ລົງວັນທີ |
ສູນຝຶກຈຳປີ-ຈຳປາ ຫຼັກ16 ເປີດເທີມໃຫມ່ 27/04/2024 | ໂຄສະນາ | 26/03/2024 |
ເປິດເທີມໃຫມ່ ສູນຝຶກຈຳປີ - ຈຳປາ ວັນທີ 27/04/2024 | ໂຄສະນາ | 25/03/2024 |
ປະກາດຮັບສະຫມັກພະນັກງານ | ໂຄສະນາ | 25/03/2024 |
ສຕລ ກຽມຈັດກິດຈະກຳຝຶກສອນຄວາມຮູ້ຂັ້ນພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ກຽມຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ ‘’ The AFC Grassroots Football Day”ຂື້ນໃນວັນທີ 15 ພຶດສະພາ 2024 ຢູ່ທີ່່ສະໜາມບານເຕະເມືອງຜົ້ງສາລີ ແຂວງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດລະນຶກຄົບຮອບ 11 ປີ ທີ່ສະຫະພັນບານເຕະອາຊີ(AFC)ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.
ສຳລັບຈຸດປະສົງຫຼັກຂອງການຈັດຝຶກສອນຄັ້ງນີ້ແມ່ນເລັ່ງໃສ່ສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ແນໃສ່ໃຫ້ເຂົາເຈົ້າໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະສົ່ງເສີມຂະຫຍາຍກວ້າງອອກໄປໃນຂອບເຂດທົ່ວປະເທດ,ລວມທັງພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາບານເຕະໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີ່ດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ທີ່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ.
ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ
ເວລາ 07:30 – 09:00
ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %
ຕິດຕໍ່ລົງທະບຽນຫນ້າງານ: 020 52116190 (ຄຳຫລ້າ)
020 97744940 (ສຸດທະນີ)
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
🌐 www.laoff.org.la
FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
TikTok: Lff_official
IG: Lff_official
Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ
#FIFATalentDevelopmentScheme
ປະກາດຮັບສະຫມັກຜູ້ທີ່ສົນໃຈ ເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບເຍົາວະຊົນ LFF/Elite Youth Coaching Diploma
ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ, ສະຫະພັນບານເຕະແຂວງ ແລະ ສູນຝຶກບານເຕະເຍົາວະຊົນ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບເຍົາວະຊົນ LFF/Elite Youth Coaching Diploma, ໂດຍວິທະຍາກອນຕ່າງປະເທດແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:
+ ກຳນົດການ
- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງ 2 ໄລຍະ, ໄລຍະທີ 1 ວັນທີ 30-31 ພຶດສະພາ - 1 ມີຖຸນາ 2024 ແລະ ໄລຍະທີ 2 ວັນທີ 12-14 ສິງຫາ 2024
- ປິດຮັບສະໝັກ ວັນທີ 24 ພຶດສະພາ 2024
+ ສະຖານທີ່
- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ
+ ເງື່ອນໄຂ:
- ຜູ້ເຂົ້າຮ່ວມອົບຮົມແມ່ນຕ້ອງມີໃບປະກາດ AFC B license ຂື້ນໄປ.
- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.
- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.
- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.
- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.
- ຕ້ອງຮູ້ຈັກວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະການຮຽໜ
- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມທີ່ວາງອອກຢ່າງເຂັ້ມງວດ.
+ ຄວາມຮັບຜິດຊອບຂອງ ສຕລ:
- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).
- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ 2 ຊຸດ.
- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.
+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:
- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.
- ທີ່ພັກ ແລະ ອາຫານ ນັກສຳມະນາກອນ ນະຄອນຫລວງ, ຕ່າງແຂວງ ແລະ ຕ່າງປະເທດ ແມ່ນ ຮັບຜິດຊອບຕົນເອງ.
- ຄ່າສະໝັກເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ (ສໍາລັບຄົນລາວ) ແລະ 200 ໂດລ້າ (ສໍາລັບຄົນຕ່າງປະເທດ).
- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.
ໝາຍເຫດ:
- ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກເພື່ອລົງທະບຽນ
- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນະສົມບັດຂອງຜູ້ສະໝັກ.
- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.
ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:
ເບີ Whatapp: 020 98578918
ເບີໂທ: 020 51109530
ທ່ານ ນາງ ບຸນມີ ສົມພະສິດ (ຜູ້ປະສານງານ)
Email: [email protected]
#LaoFootballFederation
#CoachingCourse
#LFFTechnical
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ທີ່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ.
ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ
ເວລາ 07:30 – 09:00
ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %
ຕິດຕໍ່ລົງທະບຽນຫນ້າງານ: 020 52116190 (ຄຳຫລ້າ)
020 97744940 (ສຸດທະນີ)
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
🌐 www.laoff.org.la
FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
TikTok: Lff_official
IG: Lff_official
Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ
#FIFATalentDevelopmentScheme
ສະໂມສອນຟຸດຊໍ ຈັນສີ 4-5 ສະໂມສອນຟຸດຊໍ ອາສາ ພາວເວີ້
ຈົບການແຂ່ງຂັນ
ສະໂມສອນຟຸດຊໍ ຈັນສີ 4-5 ສະໂມສອນຟຸດຊໍ ອາສາ ພາວເວີ້
⚽️ ຈັນສີ ໄດ້ປະຕູຈາກ: ເບີ 18 ສົມສະໄຫວ ຫລວງອາມາດ ນາທີ 9, ເບີ 5 ສີສຸພົນ ອັກຄະວົງ ນາທີ 16, ເບີ 6 ໄກສີ ສິດຍະເສນ ນາທີ 31, 39
⚽️ ອາສາ ພາວເວີ້ ໄດ້ປະຕູຈາກ: ເບີ 18 ສົນທະຍາ ມະໂນລາດ ນາທີ 1, 2, 18, 34, ເບີ 15 ເພັດສະຫມອນ ວົງບໍລິຄັນ ນາທີ 25
.......................................................
ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024 ອາທິດ ທີ 9
- 🗓 ວັນອາທິດ 05 ພຶດສະພາ 2024
🏟 ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ
📺 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la
#LAOFOOTBALLFEDERATION
#LAOFUTSALLEAGUE2024
#LAOFORDCITY
#LAOTELECOM
#CAVALAOS
ສະໂມສອນຟຸດຊໍ ນະຄອນຫຼວງ 10-5 ສະໂມສອນຟຸດຊໍ ຊີທີເອ ພາວເວີ້
ຈົບການແຂ່ງຂັນ
ສະໂມສອນຟຸດຊໍ ນະຄອນຫຼວງ 10-5 ສະໂມສອນຟຸດຊໍ ຊີທີເອ ພາວເວີ້
⚽️ ນະຄອນຫຼວງ ໄດ້ປະຕູຈາກ: ເບີ 19 ພູສົມບູນ ປັນຍາວົງ ນາທີ 5, 11, 26,28,28,39, ເບີ 7 ໄຊຄຳພອນ ສີມາລາ ນາທີ 10, 35, 36, ເບີ 9 ວັນປະເສີດ ຈິດຕະວົງ ນາທີ 26
⚽️ ຊີທີເອ ພາວເວີ້ ໄດ້ປະຕູຈາກ: ເບີ 21 ກັນລະຍາ ສົມສະຫມອນ ນາທີ 6, 14, 24, ເບີ 10 ອານຸຄານ ມາລ້ອງທົ່ງ ນາທີ 11, ເບີ 17 ທັດສະພອນ ໄຊສຸກ ນາທີ 19
.......................................................
ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024 ອາທິດ ທີ 9
- 🗓 ວັນອາທິດ 05 ພຶດສະພາ 2024
🏟 ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ
📺 ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຕິດຕາມຮັບຊົມ ການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE, LAOFF TV ສະຫະພັນບານເຕະແຫ່ງຊາດລາວ ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la
#LAOFOOTBALLFEDERATION
#LAOFUTSALLEAGUE2024
#LAOFORDCITY
#LAOTELECOM
#CAVALAOS
ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ຈັນສີ ພົບ ເຄເອັມທີ
ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ຈັນສີ ພົບ ເຄເອັມທີ
ຕາຕະລາງ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ລະຊະຕະ ພົບ ຊີໄອທີ
ຕາຕະລາງ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ລະຊະຕະ ພົບ ຊີໄອທີ
ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ວີເຊີນ ພົບ ເຫນືອ-ໃຕ້
📌⚽️ ຕາຕະລາງ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 LAO FUTSAL LEAGUE 2024 ອາທິດ ທີ 8
- 🗓 ວັນເສົາ 27 ເມສາ 2024
⏱ ເວລາ 18:00 ວີເຊີນ ພົບ ເຫນືອ-ໃຕ້