ທີມຊາດຍິງ U-20
News Cover

ທີມ​ຊາດ​ຈີນ ເອົ​າ​ຊະ​ນະ ທີມ​ຊາດ​ລາວ 8-0

13/03/2023

ທີມ​ຊາດ​ຈີນ ເອົ​າ​ຊະ​ນະ ທີມ​ຊາດ​ລາວ 8-0

- ຈີນ ໄດ້​ປະ​ຕູ​ຈາກ: ກ​ານ​ສະ​ກັດ​ບານ​ເຂົ້າ​ປະ​ຕູ​ຕົນ​ເອງ​ຂອງ​ເບີ 4 ທີມ​ຊາດ​ລາວ ທິບ​ປະ​ກອນ ສີ​ວົງ​ລາດ ນາ​ທີ 1,  ເບີ 9 YIN LIHONG ນາ​ທີ 8, ເບີ 17 HUO YUEXIN ນາ​ທີ 9, 36, 61, 67, 68, ເບີ 11 OUYANG YUHUAN ນາ​ທີ 11.

News Cover

11 ຜູ້ຫຼີ້ນຕົວຈິງ ທີມຊາດຈີນ ພົບ ທີມຊາດລາວ

12/03/2023
11ຜູ້ຫຼີ້ນຕົວຈິງ 🇱🇦
ທີມຊາດຈີນ ພົບ ທີມຊາດລາວ
News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

11/03/2023

AFC U20 WOMEN'S ASIAN CUP 2024 GROUP A

ນັດວັນທີ 12 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16  

ທີມຊາດ ຈີນ ພົບ ທີມຊາດ ລາວ ເວລາ 19:30 ທຸກນັດແຟນບານເຂົ້າຊົມໄດ້ຟີໂດຍບໍ່ເສຍຄ່າຜ່ານປະຕູ.

ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

11/03/2023
ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ
ຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP A
ນັດວັນທີ 10 ມີນາ 2023 ທີ່ ສະຫນາມກິລາແຫ່ງຊາດ ຫຼັກ16
News Cover

ຈົບ​ການ​ແຂ່ງ​ຂັນ ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0

10/03/2023
ຈົບ​ການ​ແຂ່ງ​ຂັນ /
ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0
- ທີມ​ຊາດ​ຟີ​ລິບ​ປິນ ໄດ້​ປະ​ຕູ​ຈາກ : KYLIE YAP 43'
News Cover

ປະມວນພາບການແຂ່ງຂັນ

09/03/2023

ລາວ 2-2 ຮົງກົງ

- ລາວ ໄດ້​ປະ​ຕູ​ຈາກ: ເບີ 7 ໃຈ​ຄຳ ໄຊ​ຍະ​ປະ​ເສີດ ນາ​ທີ 5,  ເບີ​ 21  ສີ​ສະ​ອາ​ດ ອຳ​ໄພ​ລາດ ນາ​ທີ 87  

- ຮົງ​ກົງ​ ໄດ້ປະ​ຕູ​ຈາກ: ເບີ 3 CHAN TSZ SHAN ນາ​ທີ 13,  LUK SEAN HOI CHING ນາ​ທີ 81 ( ຈຸດ​ໂທດ )

 ສະຫນາມກິລາແຫ່ງຊາດຫຼັກ 16

 ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

09/03/2023
ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP A ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ນັດທຳອິດ
News Cover

ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16

07/03/2023

ໃນຕອນບ່າຍຂອງວັນທີ 6 ມີນາ 2023  ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16, ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າຄະນະ ທີມຊາດຍິງ ລາວU20  ແລະ ທ່ານ ບຸນຍູ້ ສີສານ  ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ທີມຊາດຍິງ ລາວU20 ກ່ອນທີ່ຈະລົງແຂ່ງໃນນັດທຳອິດ ໃນວັນທີ 8 ມີນາ 2023 ນີ້ ເຊິ່ງທັງ 2 ທ່ານໄດ້ເວົ້າວ່າ: ນັກກິລາທຸກຄົນພາຍໃນທີມຕ້ອງມີຄວາມເປັນລະບຽບ, ມີຄວາມສາມັກຄີກັນ ແລະ ການຕັດສິນໃຈໃນເວລາລົງຫຼິ້ນເພື່ອໃຫ້ນຳພາທີມໄປສູ່ໄຊຊະນະ ຂໍໃຫ້ທຸກຄົນເຮັດໃຫ້ເຕັມທີ່ເພື່ອປະເທດຊາດຂອງລາວເຮົາໃຫ້ທຸ້ມເທສຸດຄວາມສາມາດໃນທຸກໆນັດການແຂ່ງຂັນ.

News Cover

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

07/03/2023

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ຈັດ​ຂຶ້ນ​ຢູ່ທີ່ໂຮງແຮມແລນມາກ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ຫົວໜ້າຄູຝຶກ ທ​ີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້: – ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ – ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ – ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ ສາ​ມາດ​ຕິດ​ຕາມ​ກາ​ນ​ຖ່າຍ​ທອດ​ສົດ ທີມ​ຊາດ​ລາວ ໄດ້​ໂດຍ​ຜ່ານ​ທາງ​ເຟ​ສ​ບຸກ ຂອງ​ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ແລະ Youtube '' LAOFFTV '' 

#AFCU20Women #LaoFootballFederation

News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

07/03/2023

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16  ນັດທຳອິດ

ຄູ່ລະຫວ່າງ ລາວ ພົບ ຮົງກົງ ເວລາ 19:30 ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

#AFCU20Women 

#LaoFootballFederation

News Cover

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ

24/02/2023

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ

  ໃກ້ເຂົ້າມາແລ້ວ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ. 

 ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ 

- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ 

- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ 

- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .

News Cover

ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

24/01/2023
ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນຈະຈັດຂຶ້ນຢູ່ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.
ສຳລັບ ທີມຊາດລາວ ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມ ນັບຕັ້ງແຕ່ ວັນທີ 10 ມັງກອນ 2023 ໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .