News
News Cover

ຝຶກອົບຮົມກໍາມະການຕັດສິນ ສໍາລັບການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2022

01/03/2022

ສະຫະພັນບານເຕະແຫ່ງຊາດລາວໄດ້ ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ທີ່ຈະເປີດສາກຂຶ້ນໃນໄວໆນີ້
ໃນຕອນເຊົ້າ ວັນອັງຄານ 01 ມີນາ 2022 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ເປັນວິທະຍາກອນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ເປັນວິທະຍາກອນ, ໂດຍມີຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 42 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄຊເຊດຖາ, ມໍປາຍ ໂນນສະຫວ່າງ,ມສ ຈັນທະບູລີ, ມສ ປາດຖະໜາ, ມສ ອານຸ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ,ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ ແລະ ແຂວງຄໍາມ່ວນ.
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ໄດ້ກ່າວວ່າ: ‘’ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ຂໍໃຫ້ກຳມະການຕັດສິນ ໃຫ້ເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງຟີຟາ ປັປປຸງໃຫມ່ ໃຫ້ລະອຽດ ຮຽນຮູ້ກ່ຽວກັບກະຕິກາແຂ່ງຂັນ, ຮູ້ນໍາໃຊ້ກະຕິກາໃຫ້ຖືກຕ້ອງ ແລະ ເໝາະສົມກັບການແຂ່ງຂັນໃນແຕ່ລະນັດ’’.
ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກ 4 ມື້ ນັບຕັ້ງແຕ່ວັນທີ 01 - 04 ມີນາ 2022 ໂດຍນັກສຳມະກອນ ຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ແກ້ໄຂ້ປັບປຸງຂໍ້ຜິດພາດທີ່ຜ່ານມາ ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພະລະກຳລັງ ເພື່ອຄັດເລືອກກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2022 ໂດຍແຕ່ລະນັດຈະໃຊ້ກໍາມະການຕັດສິນທັງຫມົດ 6 ຄົນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ມີ ທີມເຂົ້າຮ່ວມທັງຫມົດ 7 ທີມ ປະກອບມີ :
1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ
2. ສະໂມສອນ ກິລາບານເຕະ ກອງທັບ
3. ສະໂມສອນ ກິລາບານເຕະ ວຽງຈັນ
4. ສະໂມສອນ ກິລາບານເຕະ ເອສະຣາ
5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
6. ສະໂມສອນ ກິລາບານເຕະ ແຂວງຫຼວງພະບາງ
7. ສະໂມສອນ ກິລາບານເຕະ ແຂວງຈຳປາສັກ
#LAOLEAGUE1

News Cover

ກອງປະຊຸມໃຫຍ່ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວປະຈໍາປີ 2021

28/02/2022

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມໃຫຍ່ ສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2021 ຂຶ້ນ ໂດຍຜ່ານລະບົບທາງໄກໃນວັນທີ 26 ກຸມພາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວຜູ້ແທນຈາກບັນດາສະຫະພັນບານເຕະແຂວງ ແລະ ນະຄອນຫລວງຕາງໜ້າຈາກສະໂມສອນກິລາບານເຕະລາວລີກ ປະຈໍາປີ 2021 ແລະ ບັນດາສື່ມວນຊົນ ພ້ອມດ້ວຍຜູ້ແທນ ຕາງໜ້າຈາກ FIFA ແລະ AFC.
ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອ ຮັບຮອງການສະຫຼຸບການເຄື່ອນໄຫວວຽກງານຂອງ ສຕລ ປະຈໍາປີ 2021 ແລະ ຮັບຮອງການສະເໜີແຜນການເຄື່ອນໄຫວ ຂອງ ສຕລ ປະຈໍາປີ 2022
ກອງປະຊຸມໄດ້ເປີດຂຶ້ນໂດຍການກ່າວເປີດພິທີຢ່າງເປັນທາງການ ຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.
ຈາກນັ້ນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ໄດ້ດຳເນີນວາລະກອງປະຊຸມໃຫຍ່ສະໄໝສາມັນ ປະຈຳປີ 2021 ຕາມລະບຽບຂອງ ສຕລ.​
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຊົມ ວີດີໂອ ການລາຍງານການເຄື່ອນໄຫວກິດຈະກໍາຂອງ ສຕລ ປະຈໍາປີ 2021, ວີດີໂອ ການລາຍງານການເງິນ ແລະ ບົດກວດສອບບັນຊີ ສຕລ ປະຈໍາປີ 2020 ແລະ ວີດີໂອ ສະເໜີກົດລະບຽບ ສຕລ ສະບັບປັບປຸງ ປີ 2021.
ຈາກນັ້ນ ທ່ານ ປະທານ ສຕລ ກໍໄດ້ສະເໜີແຜນການເຄື່ອນໄຫວ ແລະ ແຜນງົບປະມານ ປະຈຳປີ 2022 ໃຫ້ແກ່ທີ່ປະຊຸມ ໄດ້ຮັບຮອງ ພ້ອມດວ້ຍສະເໜີ ບໍລິສັດກວດສອບບັນຊີ ປະຈຳປີ 2021-2022.
ເຊິ່ງທຸກໆວາລະແມ່ນໄດ້ຮັບການຮັບຮອງເຫັນດີຈາກ ສະມາຊິກ ຂອງສຕລ ກໍຄື ຜູ້ແທນຈາກສະຫະພັນບານເຕະແຂວງ ແລະ ສະໂມສອນບານເຕະ ລາວລີກປີ 2021.

News Cover

ທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ອັນດັບທີ 3 ຮ່ວມກັບທີມຊາດ ຕີມໍ ເລສເຕ

28/02/2022

ທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ອັນດັບທີ 3 ຮ່ວມກັບທີມຊາດ ຕີມໍ ເລສເຕ ໃນການແຂ່ງຂັນບານເຕະ ຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ປະຈໍາປີ 2022 ທີ່ປະເທດກໍາປູເຈຍ

News Cover

ທີມຊາດລາວ ລົງສະຫນາມນັດທີສອງ ພົບມາເລເຊຍ

21/02/2022

ເຊີນຊວນແຟນບານຮ່ວມໃຫ້ກຳລັງໃຈ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໃຫ້ສາມາດຍາດໄຊຊະນະມາສູ່ປະເທດຊາດ
M-A-T-C-H-D-A-Y
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022
ວັນທີ 21/02/2022
ທີມຊາດລາວ ພົບ ທີມຊາດມາເລເຊຍ
ເວລາ 19:00
ແຂ່ງຂັນຢູ່ທີ່ສະຫນາມ Morodok Techo National Stadium, ປະເທດກຳປູເຈຍ.
ສຳລັບການຖ່າຍທອດສົດນັ້ນແມ່ນຖ່າຍທອດສົດທາງໂທລະພາບ BTV ກຳປູເຈຍ.
ລິ້ງຖ່າຍທອດສົດ : https://www.youtube.com/watch?v=1A2hbJ1FlsU
#laosusu #MovingForward #NoMatterWhat #laofootball #AFFU23Championship #aseanfootball

News Cover

ຕາຕະລາງ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022

19/01/2022

ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ຈັດຂຶ້ນທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ໂດຍຈະແຂ່ງຂັນຢູ່ 2 ສະຫນາມຄື: Morodok Techno National Stadium ແລະ Prince Stadium ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ບີ ປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ.

ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ

- ວັນທີ 15/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ

- ວັນທີ 18/02/2022 ເວລາ 16:00 ທີມຊາດລາວ ພົບ ທີມຊາດມາເລເຊຍ

- ວັນທີ 21/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດມຽນມາ

ທຸກໆນັດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Prince Stadium, ສຳລັບການຖ່າຍທອດສົດນັ້ນແມ່ນຈະແຈ້ງໃຫ້ຮັບຊາບພາຍຫລັງ

ສຳລັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ແມ່ນໄດ້ເຂົ້າສູນເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນຈັນ 17 ມັງກອນ 2022 ທີ່ຜ່ານມາ.

#laosusu #MovingForward #NoMatterWhat #laofootball #AFFU23Championship #aseanfootball

News Cover

ລີກບານເຕະຂອງເຢຍລະມັນໄດ້ຈັດກອງປະຊຸມສໍາມະນາເພື່ອແລກປ່ຽນຄວາມຮູ້ກັບສຕລ

09/08/2021

ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ, ປັດຈຸບັນລີກບານເຕະຂອງເຢຍລະມັນກໍາລັງເຮັດວຽກຮ່ວມກັບບັນດາສະຫະພັນບານເຕະ ແລະ ຄູ່ຮ່ວມວຽກເພື່ອສະໜັບສະໜູນໃຫ້ກິລາບານເຕະກັບຄືນມາເປັນປົກກະຕິ.

•         ການແລກປ່ຽນຄວາມຮູ້ກ່ຽວກັບສິ່ງທ້າທາຍທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ແລະ ຄວາມໝາຍສໍາລັບຜູ້ມີສ່ວນຮ່ວມສໍາລັບກິລາບານເຕະ ແລະ ການຊອກຫາຍຸດທະສາດທີ່ອາດເປັນໄປໄດ້ໃນການຄຸ້ມຄອງສະພາບວິກິດ.

•         ລີກບານເຕະຂອງເຢຍລະມັນໄດ້ຈັດກອງປະຊຸມສໍາມະນາກັບຜູ້ທີ່ມີສ່ວນຮ່ວມຂອງຫວຽດນາມໃນຕົ້ນປີນີ້ໂດຍແນໃສ່ການພັດທະນານັກກິລາລະດັບອາຊີບໃນຫວຽດນາມ.

ໃນອາທິດທີ່ຜ່ານມານີ້ ຕົວແທນຂອງລີກບານເຕະຂອງເຢຍລະມັນຮ່ວມກັບຜູ້ບໍລິຫານຈາກ ສະຫະພັນບານເຕະແຫ່ງຊາດລາວ ແລະ ບັນດາ 5 ສະໂມສອນ ທີ່ເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ໄດ້ແລກປ່ຽນທັດສະນະຄວາມຮູ້ດ້ານຊ່ຽວຊານ ແລະ ຄວາມເຂົ້າໃຈກ່ຽວກັບການຈັດການແຂ່ງຂັນບານເຕະຂອງເຢຍລະມັນ ແລະ ແລກປ່ຽນປະສົບການກັບພະນັກງານຂັ້ນນໍາຂອງກິລາບານເຕະລາວໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ໃນກອງປະຊຸມໄດ້ມີການອະທິບາຍໂດຍຫຍໍ້ກ່ຽວກັບພາບລວມກິລາບານເຕະຂອງປະເທດເຢຍລະມັນ, ກ່ອນທີ່ຜູ້ເຂົ້າຮ່ວມຈະມີການສົນທະນາກ່ຽວກັບບັນຫາຂອງພະຍາດໂຄວິດລວມທັງຂໍ້ຈໍາກັດເນື່ອງຈາກມີການແຜ່ລະບາດ, ການດໍາເນີນຈັດການແຂ່ງຂັນ ແລະ ການພິຈາລະນາຂອງຜູ້ມີສ່ວນຮ່ວມ. ເຊິ່ງສິ່ງເລົ່ານີ້ລວມທັງຫົວຂໍ້ການບໍລິຫານຈັດການທັງພາຍໃນ ແລະ ຕ່າງປະເທດຂອງຜູ້ມີສ່ວນຮ່ວມ, ລະບຽບການສໍາລັບການວັດແທກໃນມື້ແຂ່ງຂັນ ແລະ ການກັບຄືນມາຂອງຜູ້ຊົມ.

ລີກບານເຕະຂອງເຢຍລະມັນເປັນລີກບານເຕະທໍາອິດທີ່ກັບຄືນມາແຂ່ງຂັນໃນລະດູການ 2019-2020 ແລະ ໃຫ້ການສະໜັບສະໜູນ ແລະ ຄໍາແນະນໍາໃຫ້ກັບລີກ ແລະ ກິລາປະເພດອື່ນໆໃນທົ່ວໂລກ. ການຕອບສະໜອງຂອງລີກເຢຍລະມັນຕໍ່ບັນດາປະເທດທີ່ພວມປະເສີນກັບສິ່ງທ້າທາຍມັນກະບໍ່ເໝາະສົມກັບປະເທດທັງໝົດແຕ່ກໍ່ໄດ້ຊອກວິທີທາງແລກປ່ຽນຄວາມຊ່ຽວຊານດ້ານວິຊາການໂດຍຜ່ານການສົນທະນາ ແລະ ການປະຊຸມສໍາມະນາ ເພື່ອວ່າແຕ່ລະສະຫະພັນສາມາດດັດປັບການຕອບສະໜອງຂອງພວກເຂົາໃຫ້ໄດ້ຮັບຜົນເທົ່າທີ່ເປັນໄປໄດ້.

ນອກຈາກຫົວຂໍ້ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ ໃນກອງປະຊຸມກໍ່ຍັງໄດ້ເວົ້າເຖິງການລະບົບການອອກໃບອະນຸຍາດ (Club Licensing System) ໃຫ້ສະໂມສອນຂອງລີກບານເຕະເຢຍລະມັນ ໂດຍສະເພາະແມ່ນໄດ້ສຸມໃສ່ວິທີການລວມທັງໝົດ ແລະ ບັນດາເງື່ອນໄຂ ທີ່ສາມາດເຮັດໃຫ້ສະຫະພັນບານເຕະແຫ່ງຊາດລາວ ສົ່ງເສີມລະບົບ ແລະ ແນວທາງປະຕິບັດຂອງຕົນເອງໄດ້.

ລີກບານເຕະຂອງເຢຍລະມັນ ບູນເດສລີກາ ມີປະຫວັດໃນການດຶງດູດເອົານັກກິລາຈາກປະເທດທີ່ເປັນສະມາຊິກຂອງສະຫະພັນບານເຕະອາຊີ (AFC). ເປັນເວລາ 20 ປີທີ່ຜ່ານມາ  ບູນເດສລີກາ ໄດ້ເຫັນເກມການແຂ່ງຂັນບານເຕະໃນລີກເປັນຈໍານວນຫຼາຍ ແລະ ໄດ້ເຫັນນັກກິລາບານເຕະຂອງອາຊີຍິງປະຕູໄດ້ຫຼາຍກ່ວາໃນລີກເອີຣົບ.
ທ່ານ ເຄວິນ ຊິມ, ຫົວໜ້າພະແນກການຕ່າງປະເທດ ບູນເດສລີກາ ມີຄໍາເຫັນວ່າ: “ນອກຈາກພວກເຮົາເຫັນນັກກິລາທີ່ເປັນດາລາລະດັບໂລກ ແລະ ຜົນງານທີ່ມີຄຸນນະພາບສູງໃນສະໜາມແຕ່ລະອາທິດ, ພວກເຮົາເຊື່ອວ່າພວກເຮົາມີຄວາມຮັບຜິດຊອບທີ່ເຮັດວຽກຮ່ວມກັບເພື່ອນຮ່ວມງານໃນທົ່ວໂລກ ເພື່ອພັດທະນາກິລາບານເຕະ. ຄວາມຮັບຜິດຊອບນີ້ຈະເພີ້ມຂຶ້ນຢ່າງບໍ່ຕ້ອງສົງໃສ ແລະ ກອງປະຊຸມຄັ້ງນີ້ກໍ່ເປັນໂອກາດທີ່ດີເພື່ອສະໜັບສະໜູນສະຫະພັນບານເຕະແຫ່ງຊາດລາວ ເພື່ອໃຫ້ກັບຄືນມາເຂັ້ມແຂງກ່ວາເກົ່າ”.

ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: “ພວກເຮົາສະແດງຄວາມຂອບໃຈມາຍັງລີກບານເຕະຂອງເຢຍລະມັນ ທີ່ໄດ້ແລກປ່ຽນປະສົບການລວມທັງວິທີການກະກຽມທີ່ຈໍາເປັນ ແລະ ມາດຕະການກ່ອນທີ່ກິລາບານເຕະລາວຈະກັບຄືນມາເໝືອນເດີມ, ເຊິ່ງມັນມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍ ສໍາລັບສະຫະພັນບານເຕະແຫ່ງຊາດລາວ ແລະ ບັນດາສະໂມສອນ. ການຮຽນຮູ້ປະສົບການດີໆຈາກລີກບານເຕະຂັ້ນລະດັບໂລກມັນເປັນໂອກາດທີ່ມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້. ພວກເຮົາຫວັງຢ່າງຍິ່ງວ່າຈະຊ່ວຍໃຫ້ລີກບານເຕະຂອງພວກເຮົາກັບຄືນມາໄວທັນທີທີ່ໄດ້ຮັບການອະນຸຍາດ”.

News Cover

ການຝຶກອົບຮົມຍົກລະດັບກຳມະການຕັດສິນ ບານເຕະລີກ 2 ທີ່ແຂວງສະຫວັນນະເຂດ

21/07/2021

ໃນຕອນບ່າຍຂອງວັນທີ 21 ກໍລະກົດ 2021 ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະແຂວງ ສະຫວັນນະເຂດ ໄດ້ເປີດພິທີ ການຝຶກອົບຮົມ ຍົກລະດັບກຳມະການຕັດສິນບານເຕະ ລີກ2 ທີ່ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ຄຳໃສ ສົດທິໂສ ເລຂາ ສະຫະພັນບານເຕະ ແຂວງ ສະຫວັນນະເຂດ, ທ່ານ ລັດສະໝີ ສອນປະເສີດ ຮອງເລຂາ ສະຫະພັນບານເຕະ ແຂວງ ສະຫວັນນະເຂດ ແລະ ຮອງຂະແໜງກິລາລະດັບສູງ,ທ່ານ ອາຈານ ທອງປະເສີດ ພອນສິຣິຍະວົງ ວິທະຍາກອນນຳ /ຫົວໜ້າຫ້ອງການນິຕິກຳ ແລະ ນັກສຳມະນາກອນ( ກຳມະການ) ຈຳນວນ 22 ທ່ານ ຍິງ 3 ທ່ານ ເຊິ່ງການຝຶກອົບຮົມຈັດຂຶ້ນລະຫວ່າງ ວັນທີ 21-24 ກໍລະກົດ 2021 ການຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອຍົກລະດັບ ກຳມະການຕັດສິນໃຫ້ມີຄຸນນະພາບໃນການຕັດສິນບານເຕະ ແລະ ເພື່ອກະກຽມຄວາມພ້ອມໃນການຈັດການແຂ່ງຂັນ ລີກ 2 ຂອງ ສະຫະພັນບານເຕະແຂວງ ສະຫວັນນະເຂດເຊິ່ງຈະໄດ້ ຈັດການແຂ່ງຂັນບານເຕະ ຂຶ້ນໃນວັນທີ 31 ກໍລະກົດ 2021.

News Cover

ການແຂ່ງຂັນບານເຕະຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ປະຈໍາປີ 2022 ທີ່ປະເທດ ກໍາປູເຈຍ

21/11/2020

ທີມຊາດລາວໄດ້ອັນດັບທີ 3 ຮ່ວມກັບ ທີມຊາດ ຕີມໍເລສເຕ

News Cover

ຜູ້ຮັກສາປະຕູດີເດັ່ນ

03/09/2020

ຜູ້ຮັກສາປະຕູດີເດັ່ນ ການແຂ່ງຂັນບານເຕະ ເພື່ອຂ່ຳນັບຮັບຕ້ອນ ວັນຊາດ ທີ2 ທັນວາ ຄົບຮອບ 45 ປີ

ທ້າວ ວຽງນະຄອນ ວິລະບຸດ (ແຂວງ ຫຼວງພະບາງ )

- ລົງຫລິ້ນ 6 ນັດ ເສຍ 2 ປະຕູ

News Cover

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D

07/08/2020

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ຢູ່ 4 ແຂວງພາ​ກ​ໃຕ້​
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ແລະ​ກິດຈະກຳບານເຕະຂອງເຍົາວະຊົນ ປະຈຳປີ 2020​ ຢູ່​ 4 ແຂວງພາກໃຕ້, ເພື່ອສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ແລະ ກຳມະການ ໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກ ແລະ ດ້ອຍໂອກາດ, ນຳໃຊ້ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ແລະ ກໍາມະການຕັດສິນບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ ເພື່ອພັດທະນາບັນດາຄູຝຶກ, ພັດທະນາກຳມະການຕັດສິນ ໃຫ້ມີຄວາມສາມາດ, ມີພອນສະຫວັນທາງດ້ານກິລາບານເຕະໃຫ້ກາຍມາເປັນຄູຝຶກ ແລະ ກຳມະການ, ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາລຸ້ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແຫນງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.
ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນ 4 ແຂວງ​ພາກ​ໃຕ້ ລາຍ​ລະ​ອຽດ​ມີ​ດັ່ງ​ລຸ່ມ​ນີ້:
- ແຂວງ​ສາ​ລະ​ວັນ ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ - 4 ທັ​ນ​ວາ 2020.
- ແຂວງ​ເຊກອງ ຈ​ັດ​ຂຶ້ນ​ໃນ​ວັນ​ທີ 08 - 11 ທັນວາ 2020.
- ແຂວງ​ອັດ​ຕະ​ປື ຈັດ​ຂຶ້ນ​ໃນ​ວັນ​ທີ 15-18 ທັນ​ວາ 2020.
- ແຂວງ​ຈຳ​ປາ​ສັກ ຈັດ​ຂຶ້ນ​ໃນ​ວັນ​ທີ 22-25 ທັນ​ວາ 2020.
ສຳລັບ ປີ 2019 ທີ່ຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດ ຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF ” D ” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ແມ່ນໄດ້ຈັດມາແລ້ວ ຢູ່ 10 ແຂວງຄື: ແຂວງຊຽງຂວາງ,ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ສ່ວນ​ປີ 2020 ໄດ້​ຝຶກ​ອົບ​ຮົມ​ ມາ​ແລ້ວ 3 ແຂວງຄື: ແຂວງ​ສະ​ຫວັນ​ນະ​ເຂດ,ຄຳ​ມ່ວນ ແລະ ແຂວງ​ໄຊ​ສົມ​ບູ​ນ.