News
News Cover

ປກສ ແຂວງຂຶ້ນເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ

25/07/2023

ຜົນການແຂ່ງຂັນບານເຕະລາວລີກ2ແຂວງຫຼວງນ້ຳທາໃນອາທິດທີ5ທີ່ຜ່ານມາເອັມເອສະປອດສະເຫມີເດີຄິງອີໂວ້0-0,ນ້ຳທາສະເຫມີປກແຂວງ2-2ແລະທະຫານແຂວງສະເໝີເມືອງສິງ1-1.
ສະຫລຸບຕາຕະລາງຄະແນນການແຂ່ງຂັນບານເຕະລາວລີກ2ແຂວງຫຼວງນ້ຳທາອັນດັບ1ປກແຂວງລົງສະຫນາມ5ນັດຊະນະ4ນັດສະເຫມີ1ນັດມີ13ຄະແນນ,ອັນດັບ2ນ້ຳທາລົງສະຫນາມ5ນັດຊະນະ2ນັດສະເຫມີ2ນັດເສຍ1ນັດມີ8ຄະແນນ,ອັນດັບ3ເດີຄິງອີໂວ້ລົງສະຫນາມ5ນັດຊະນະ2ນັດສະເຫມີ1ນັດເສຍ2ນັດມີ7ຄະແນນ,ອັນດັບ4ເອັມເອສະປອດລົງສະຫນາມ5ນັດຊະນະ1ນັດສະເຫມີ3ນັດເສຍ1ນັດມີ6ຄະແນນ,ອັນດັບ5ທະຫານແຂວງລົງສະຫນາມ5ນັດຊະນະ1ນັດສະເຫມີ2ນັດເສຍ2ນັດມີ5ຄະແນນແລະອັນດັບສຸດທ້າຍເມືອງສິງລົງສະຫນາມ5ນັດສະເຫມີ1ນັດເສຍ4ນັດມີ1ຄະແນນ.
ໃນຂະນະທີ່ຜູ້ຍິງປະຕູສູງສຸດອັນດັບ1ແມ່ນເບີ10ບຸນຄຳອຸ່ນລະສິດຈາກນ້ຳທາຍິງໄດ້8ປະຕູ,ອັນດັບ2ເບີ7ສຸພາທອງພອນສາລີຈາກປກແຂວງຍິງໄດ້4ປະຕູ,ອັນດັບ3ມີ2ຄົນເບີ10ສຸກແກ້ວສັກຈາກເອັມເອສະປອດແລະເບີ77ສິງທາຈາກເມືອງສິງຍິງໄດ້3ປະຕູ.
ສຳລັບຕາຕະລາງການແຂ່ງຂັນໃນຮອບຂາກັບຈະມີຂຶ້ນວັນທີ28ກໍລະກົດ2023ເວ16:00ເອັມເອສະປອດພົບເມືອງສິງ,ວັນທີ29ກໍລະກົດ2023ເວລາ09:00ປກແຂວງພົບເດີຄິງອີໂວ້,ເວລາ16:00ທະຫານແຂວງພົບນ້ຳທາທຸກໆຄູ່ແມ່ນແຂ່ງຂັນຢູ່ສະຫນາມກິລາແຂວງຫຼວງນ້ຳທາສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free)ຫລືຮັບຊົມການຖ່າຍທອດສົດຜ່ານທາງເຟບຸກLUANGNAMTHA LEAGUE.

News Cover

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວU23 ກ່ອນອອກເດີນທາງຝຶກຊ້ອມທີ່ໄທ

25/07/2023

ທ່ານ ຄຳໄພ່ ຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະນຳທີມຊາດລາວU23ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາU23ໃນວັນທີ 25 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປຝຶກຊ້ອມຢູ່ແຂວງຫນອງບົວລຳພູ,ມະຫາສາລະຄາມ ແລະຂອນແກ່ນປະເທດໄທລະຫວ່າງວັນທີ 26 ກໍລະກົດ ຫາ 04 ສິງຫາ 2023.

ໃນການໂອ້ລົມທ່ານ ຄຳໄພ່ ຣະເສີດໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມເຂົ້້າສູ່ການແຂ່ງຂັນ100%ແລະຮຽກຮ້ອງໃຫ້ບັນດານັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາເກັບຕົວຝຶກຊ້ອ ແລະ ຕັ້ງໃຈໃນການຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ແຂວງຣະຢອງປະເທດໄທໃຫ້ໄດ້ຕາມຈຸດປະສົງແລະແຜນການທີ່ວາງໄວ້.

ສຳລັບລາຍຊື່ນັກກິລາທີ່ຈະເດີນທາງເກັບຕົວຝຶກຊ້ອມຄັ້ງນີ້,ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູຝຶກທີຊາດລາວU23ໄດ້ຄັດເລືອກເອົາ27 ຄົນມີດັ່ງ​​ນີ້:
+ ຜູ້ຮັກສາປະຕູ

1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
6. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
7. ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
8.
ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)
9.
ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
10. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
11. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
12.
ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
13. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບາເຕະ SCSELONGEY ( ລີກ 3 ປະເທດຣັ່ງ )


+ ກອງກາງ

14.
ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
18. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
19. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງຫນ້າ
20. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
21. ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
22. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
23.
ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
24.
ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
2
5. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
2
6 ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2
7. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
ສຳລັບການເດີນທາງຝຶກຊ້ອມທີ່ປະເທດໄທ ທີຊາດລາວU23 ແມ່ນຈະອອກເດີນທາງໃນຕອນເຊົ້າວັນພຸດ 26 ກໍລະກົດ 2023.

News Cover

ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ

24/07/2023
ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ LFF U-15 CHAMPIONSHIP
- 2018 ສະ​ໂມ​ສອນ​ກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2019 ສະ​ໂມ​ສອນກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2022 ສ​ະ​ໂມ​ສອນກິ​ລາ​ບານ​ເຕະ ຈຳ​ປາ​ສັກ
ປີ 2023 ? ຄິດ​ວ່າ​ທີມ​ໃດ​ຈະ​ເປັນ​ແຊ້ມ 8 ທີມ ເປບ​ຊີ​ ລາວ​ລີກ 1
1. ຊ້າງ​ນ້ອຍ
2 . ມາ​ສ​ເຕີ້​ ເຊ​ເວັ້ນ
3. ກອ​ງ​ທັບ
4. ຫຼວງ​ພະ​ບາງ
5. ຈ​ຳ​ປາ​ສັກ
6. ວຽງ​ຈັນ
7. ນ້ຳ​ທາ
8. ເອ​ສະ​ຣາ
ພົບ​ກັນ​ໃນ​ໄວໆ​ນີ້

News Cover

ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ

24/07/2023
ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ LFF U-18 CHAMPIONSHIP
- 2018 ສະ​ໂມ​ສອນ​ກິ​ລາ​ບານ​ເຕະ ດີ​ເຄ
- 2019 ສະ​ໂມ​ສອນກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2022 ສ​ະ​ໂມ​ສອນກິ​ລາ​ບານ​ເຕະ ຫຼວງ​ພະ​ບາງ
ປີ 2023 ? ຄິດ​ວ່າ​ທີມ​ໃດ​ຈະ​ເປັນ​ແຊ້ມ 8 ທີມ ເປບ​ຊີ​ ລາວ​ລີກ 1
1. ຊ້າງ​ນ້ອຍ
2 . ມາ​ສ​ເຕີ້​ ເຊ​ເວັ້ນ
3. ກອ​ງ​ທັບ
4. ຫຼວງ​ພະ​ບາງ
5. ຈ​ຳ​ປາ​ສັກ
6. ວຽງ​ຈັນ
7. ນ້ຳ​ທາ
8. ເອ​ສະ​ຣາ
ພົບ​ກັນ​ໃນ​ໄວໆ​ນີ້
News Cover

ອານັນ ອາໄຫລ່ເປັນທີມນຳຄະແນນການແຂ່ງຂັນບານເຕະລາວລີກ 2 ແຂວງສະຫວັນນະເຂດ

24/07/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 7 ຮອບຂາກັບ ໃນອາທິດຜ່ານມາ ວັນເສົາ 22 ກໍລະກົດ 2023 ລີລາວະດີ ສອງຄອນ ເສຍໃຫ້ ສະໂມສອນ ອານັນ ອາໄຫຼ່ 0-4, ໂພໄຊນ້ອຍ ເສຍໃຫ້ ໄຮຢີນ້າ 0-1 ແລະ ວັນອາທິດ 23 ກໍລະກົດ 2023 ດາຣກວູຟ ຢູໄນເຕັດ ເສຍໃຫ້ ສະຫວັນ ຢູໄນເຕັດ 1-4

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ເປັນຂອງທີມອານັນ ອາໄຫຼ່ ລົງສະໜາມ 7 ນັດ ຊະນະ 5 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ 7 ນັດ ຊະນະ 4 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 14 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 2 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 7 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 4 ຄະແນນ. ສຳລັບຕາລາງການແຂ່ງຂັນໃນວັນເສົາ 29 ກໍລະກົດ 2023 ເວ13:30 ຮາຢີນ້າ ພົບ ດາຣກວູຟ, ເວ16:00 ສະຫວັນ ຢູໄນເຕັດ ພົບ ລີລາວະດີ ສອງຄອນ ແລະ ວັນອາທິດ 30 ກໍລະກົດ 2023 ເວລາ 15:00 ໂພໄຊນ້ອຍ ພົບ ອານັນ ອາໄຫລ່ ໂດທຸກໆຄູ່ແມ່ນແຂ່ຂັນຢູ່ທີ່ສະຫນາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ(Free) ແລະ ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສະຫວັນນະເຂດລີກ 2 - Savannakhet League 2.

News Cover

ທີມເຮັສບີທີ 941 ນຳໜ້າຄະແນນການແຂ່ງຂັນ ບານເຕະລາວລີກ 2 ນະຄອນຫຼວງວຽງຈັນ ຮອບຂາໄປ

24/07/2023

ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາຮອດປັດຈຸບັນແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 13 ນັດ ເຊິ່ງອາທິດຜ່ານມາ (22-23 ກໍລະກົດ2023) ທີ່ສະໜາມກິລາເຈົ້າອານຸວົງ,ໃນຮອບຂາໄປທີມເຮັບີທີ 941 ຊະນະ ຄິງດ້ອມ 6-3 ເຮັດໃຫ້ເຮັບີທີ 941ກາຍເປັນທີມນໍາໜ້າອັນດັບ1ໃນຕາຕະລາງການແຂ່ງຂັນດວ້ຍການລົງສະໜາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ມີ 29 ຄະແນນ.ໃນຂະນະທີ່ທີມທ​ຣີ​ນີ​ ເສຍ​ໃຫ້ ເຄ​ພີ​ເອັ​ສ 1-2, ເອັ​ສ​ອີ​ຊີ ເສຍ​ໃຫ້ ເມືອງ​ຫາດ 2-3, ໄອ​ສະ​ປອດ ສະ​ເຫມີ ຈັນ​ທະ​ບູ​ລີ 1-1, ຈັນ​ສີ ຊະ​ນະ ເຄ​ເອັ​ສ​ທີ 2-0, ເອັ​ສ​ທີ​ທີ ຊະ​ນະ ມ​ຊ 3-2.

ສະຫລຸບ ຕາຕະລາງຄະແນນຮອ​ບ​ຂາ​ໄປອັນດັບໜຶ່ງ ເຮັບີທີ 941 ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ມີ 29 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ມີ 25 ຄະແນນ, ອັນ​ດັບ 3 ເມືອງ​ຫາດ ລົງ​ສະ​ຫນາມ 11 ນັດ ຊະ​ນະ 6 ນັດ ສະ​ເຫມີ 3 ນັດ ເສຍ 2 ນັດ ມີ 21 ຄະ​ແນນ, ອັນ​ດັບ 4 ໄອ​ສະ​ປອດ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີ 5 ນັດ ເສຍ 1 ນັດ ມີ 20 ຄະ​ແນນ, ອັນ​ດັບ 5 ເຄ​ເອັມ​ທີ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີ 3 ນັດ ເສຍ 3 ນັດ ມີ 18 ຄະ​ແນນ, ອັນ​ດັບ 6 ມຊ​ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີີ 2 ນັດ ເສຍ 4 ນັດ ມີ 17 ຄະ​ແນນ, ອັນ​ດັບ 7 ເອັ​ສ​ທີ​ທີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 4 ນັດ ສະ​ເຫມີ 4 ນັດ ເສຍ 3 ນັດ ມີ 16 ຄະ​ແນນ, ອັນ​ດັບ 8 ຈັນ​ສີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 3 ນັດ ເສຍ 8 ນັດ ມີ 9 ຄະ​ແນນ, ອັນ​ດັບ 10 ເອັ​ສ​ອີ​ຊີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ສະ​ເຫມີ 3 ນັດ ເສຍ 7 ນັດ ມີ 6 ຄະ​ແນນ, ອັນ​ດັບ 11 ທ​ຣີ​ນີ​ຕີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ສະ​ເຫມີ 1 ນັດ ເສຍ 9 ນັດ ມີ 4 ຄະ​ແນນ ແລະ ອັນ​ດັບສຸດ​ທ້າຍ ເຄ​ພີ​ເອັ​ສ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ເສຍ 10 ນັດ ມີ 3 ຄະ​ແນນ.

News Cover

ສໍາເລັດການອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023

23/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ໃນຕອນບ່າຍວັນທີ 23 ກໍລະກົດ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ.

ໃນໂອກາດນີ້ ທ່ານ ບຸນຍູ້ ສີສານ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການອົບຮົມຄັ້ງນີ້ແລະຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ພາຍຫຼັງສໍາເລັດການຝຶກອົບຮົມໄປແລ້ວ ໃຫ້ຕັ້ງໃຈນໍາເອົາບົດຮຽນຄວາມຮູ້ທີ່ໄດ້ຈາກການຮຽນຄັ້ງນີ້ໄປຜັນຂະຫຍາຍວຽກງານດັ່ງກ່າວຢ່າງເປັນຮູບປະທຳໃຫ້ມີຂະບວນການ, ຊ່ວຍກັນພັດທະນາສັງຄົມ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023,ເຊິ່ງມີນັກສຳມະກອນເຂົ້າຮວ່ມ19 ທ່ານໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ,ໃນນັ້ນມີການສອບເສັພາກທິດສະດີແລະພາກປະຕິບັດຕົວຈິງ,ພາກລະ2ຄັ້ງ.

News Cover

ທິມທະຫານແຂວງຈຳປາສັກ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກ 2

22/07/2023

ທິມບານເຕະທະຫານແຂວງຈຳປາສັກ ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກຊິງຂັນທ່ານເຈົ້າແຂວງປະຈໍາປີ 2023,ເຊິ່ງພິທີມອບຂັນ,ລາງວັນແລະປິດການແຂ່ງຂັນໄດ້ຈັດຂື້ນໃນວັນເສົາທີ22 ກໍລະກົດ 2023 ນີ້ ພາຍຫຼັງການແຂ່ງຂັນໄດ້ດໍາເນີນມາແຕ່ວັນທີ 8 ເມສາ 2023 ທີ່ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ,ທ່ານ ທ່ານຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ, ບັນດາທ່ານການນໍາຂັ້ນສູງຂອງແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ, ຄະນະຈັດການແຂ່ງຂັນ, ແຂກຖືກເຊີນ, ນັກກິລາ ແລະ ແຟນບານ ເຂົ້າຮ່ວມຢ່າງຫຼວງຫຼາຍດວ້ຍບັນຍາກາດເບີກ ບານມວ່ນຊື່ນ.

ສະຫລຸບຜົນການແຂ່ງຂັນມີດັ່ງນີ້:

1. ທະຫານແຂວງຈຳປາສັກ ໄດ້ຮັບຂັນຊະນະເລີດແລະເງີນລາງວັນ 15 ລ້ານກີບ.

2. ລະບຽງພູ ໄດ້ຮັບເງິນ 7 ລ້ານກີບ.

3. ບາຈຽງ ໄດ້ຮັບເງິນ 5 ລ້ານກີບ.

ຂະນະທີ່ ລາງວັນຍິງປະຕູສູງສຸດເປັນຂອງ ທ້າວສີຄູນ ແສງສະຫວ່າງ ນັກກິລາສະໂມສອນກິລາບານເຕະລະບຽງພູ ໂດຍຍິງໄດ້ 13 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.

News Cover

Lao league 2 -Xiengkhuang Province - Thavisok FC -Champions 2023

19/07/2023
ສະໂມສອນກິລາບານເຕະທະວີໂຊກຊະນະເລີດກິລາບານເຕະລາວລີກ 2
ແຂວງຊຽງຂວາງ ປະຈໍາປີ 2023
ຜົນການແຂ່ງກິລາບານເຕະລາວລີກ2ແຂວງຊຽງຂວາງປະຈຳປີ 2023 ສະໂມສອນກິລາບານເຕະ ທະວີໂຊກໄດ້ຊະນະເລີດແລະກາຍເປັນແຊ້ມປະຈຳປີ2023 ຫຼັງເອົາຊະນະສະໂມສອນກິລາບານເຕະກອງທັບ ແຂວງ ໄປດ້ວຍປະຕູ 1-0 ໂດຍຄະແນນລວມທັງໝົດມີ 23 ຄະແນນ ຈາກການແຂ່ງຂັນ 10 ນັດ ຊະນະ 7 ນັດ ສະເໝີ 2 ນັດ ແລະ ເສຍ 1 ນັດ.
ພິທີມອບລາງວັນ ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ບົວເງິນ ຫຸມໄຊພອນ ຮອງເຈົ້າແຂວງ ຊຽງຂວາງ, ທ່ານ ຄຳໄພ ປະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມພອນ ສີອຳໄພ ປະທານ ສະຫະພັນບານເຕະ ແຂວງ ຊຽງຂວາງ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມໃນງານພິທີມອບຂັນຊະນະເລີດ.
ຕາຕະລາງຄະແນນ ລາວລີກ2 ແຂວງຊຽງຂວາງປະຈຳປີ 2023
1. ສະໂມສອນກິລາບານເຕະ ທະວີໂຊກ
2. ສະໂມສອນກິລາບານເຕະ ປກສ ແຂວງ
3. ສະໂມສອນກິລາບານເຕະ ອາລີວັນ ແຟມມິລີ
4. ສະໂມສອນກິລາບານເຕະ ກອງທັບ ແຂວງ
5. ສະໂມສອນກິລາບານເຕະ ເມືອງຜາໄຊ
6. ສະໂມສອນກິລາບານເຕະ ສະມາຄົມຫວຽດ
ຂໍສະແດງຄວາມຍິນດີກັບສະໂມສອນກິລາບານເຕະທະວີໂຊກທີ່ໄດ້ແຊັມກິລາບານເຕະລາວລີກ2ແຂວງຊຽງຂວາງປະຈໍາປີ 2023
News Cover

ສະຖາບັນກິລາ-ກາຍຍະກຳທັດສະນະສຶກສາ ແລະ ຢ້ຽມຢາມສຕລ

19/07/2023

ວັນທີ 19 ກໍລະກົດ 2022 ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ(ສຕລ),ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລານຳໂດຍທ່ານ ກິ່ງລັດຕະນະ ທອງສະຫມຸດ ຮອງຜູ້ອຳນວຍການສະຖາບັນດັ່ງກ່າວໄດ້ມາທັດສະນະສຶກສາແລະ ຢ້ຽມຢາມສຳນັກງານສຕລ,ໂດຍໄດ້ຮັບການຕ້ອນຮັບຈາກທ່ານຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ.

ທ່ານ ກິ່ງລັດຕະນະ ທອງສະຫມຸດໄດ້ລາຍໃຫ້ຮູ້ວ່າ:ເຂົ້າຮວ່ມໃນການມາຖອດຖອນບົດຮຽນໃນຄັ້ງນີ້ລວມມີຄູອາຈານ ແລະ ນັກສຶກສາ ລວມ30 ທ່ານທີ່ກຳລັງຮຽນປີ 2 ໃນລະບົບປະລິນຍາຕີວິຊາຊີບສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາວິທະຍາສາດການກິລາກ່ຽວກັບຄູຝຶກ, ສຳລັບຈຸດປະສົງໃນການມາຄັ້ງນີ້: 1. ແມ່ນຢາກໄດ້ຄວາມຮູ້ຈາກ ສະຫະພັນບານເຕະແຫງຊາດລາວ, 2. ຄວາມຊຳນິຊຳນານຂອງການເຮັດວຽກແລະ3. ວິທີການນຳໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ.ໃນພິທີຍັງໄດ້ເປີດໂອກາດໃຫ້ກັບນັກສຶກສາຖາມກ່ຽວກັບສຕລໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.

ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມລາຍງານຜົນງານການເຄື່ອນໄຫວຂອງສຕລໄລຍະຜ່ານມາແລະທ່ານໄດ້ກ່າວຕື່ມວ່າ:ໃນອະນາຄົດ ສຕລມີຄວາມຍິນດີທີ່ຈະຈັດການຝຶກອົບຮົມຄູຝຶກ,ກຳມະການຕັດສິນ,ວຽກງານຈັດການແຂ່ງຂັນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບກິລາບານເຕະໃຫ້ກັບສະຖາບັນກິລາ-ກາຍຍະກຳ.ທ່ານ ທະນົງຈິດ ວິລະສັກ ຮອງຫົວຫນ້າພະແນກຈັດການແຂ່ງຂັນກໍໄດ້ເຂົ້າຮວ່ມຕ້ອນຮັບແລະບັນລະຍາຍກະຕິກາແລະລະບຽບການແຂ່ງຂັນບານເຕະໃຫ້ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳ.


News Cover

ພຸດທະໄຊ ໂຄຈະເລີນ ຍ້າຍຮ່ວມສະໂມສອນທັບຫລວງ ຢູໄນເຕັດ

19/07/2023

ວັນທີ19ກໍ​ລະ​ກົ​ດ 2023ເພສເຟສບຸກທາງການຂອງສະໂມສອນ ທັບ​ຫລວງຢູໄນເຕັດTHAP LUANG UNITEDທີມຈາກໄທລີກ3ປະເທດໄທໄດ້ລາຍງານຂ່າວການເປີດໂຕນັກກິລາໃຫມ່‘’ພຸດ​ທະ​ໄຊ ໂຄ​ຈະ​ເລີນ‘’ອະ​ດີດ​ນັກ​ກິ​ລາທີມ​ຊາດ​ລາວເຂົ້າຮ່ວມທີມ,ເປັນນັກເຕະຄົນລາວຜູ້ທຳອິດທີ່ໄດ້ລົງຫລິ້ນໃຫ້ກັບສະໂມສອນ ທັບ​ຫລວງ ແລະເປັນໂຄຕ້າອາຊຽນຂອງສະໂມສອນທີ່ຈະສົ່ງຊື່ເຂົ້າຮ່ວມໄທລີກ3ລະດູການ2023.

ປັດຈຸບັນ,ພຸດທະໄຊ ໂຄຈະເລີນມີອາຍຸ27ປີ ເກີດໃນ ວັນທີ29ທັນວາ1995ທີ່ ບ້ານ ສຸນັນທາ ນະ​ຄອນ​ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດເຄີຍຫລິ້ນໃຫ້ ທີມຊາດລາວມາຫລາຍ ຊຸດນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງ ຊຸດໃຫຍ່ .

ພຸດທະໄຊ ກ່ອນຈະກ້າວເປັນນັກກິລາບານເຕະອາຊີບ,ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ ເອສະຣາ ແລະຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ2007ຈົນເຖິງປີ2014.

-ປີ2015ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ

-ປີ2016ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມTOYOTA MEKONG CLUB CHAMPIONSHIP 2017

-ປີ2017ຫລິ້ນໃຫ້ກັບ ສະໂມສອນ ທິບ ສະຫວັນ ເອຟຊີ

-ປີ2018 - 2021ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ນະ​ຄອນ​ປະ​ຖົມປະເທດໄທ
-ປີ2021 - 2022ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ສະ​ຫມຸດ​ປະ​ການປະເທດໄທ
-ປີ2023ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ເອ​ສະ​ຣາ ສະຫະພັນບານເຕະແຫ່ງຊາດລາວຂໍ​ອ​ວຍ​ພອນ
ໃຫ້ ພຸດທະໄຊ ໂຄຈະເລີນຈົ່ງປະສົບຜົນສຳເລັດໃນການຫລິ້ນກິລາໃຫ້ກັບສະໂມສອນ ທັບຫລວງ ຢູໄນເຕັດ ທີມຈາກໄທລີກ3ປະເທດໄທໃນຄັ້ງນີ້ດວ້ຍ.

News Cover

ເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍລະດັບ1ປະຈໍາປີ 2023 (LFF/AFC FUSAL LEVEL 1 COACHING COURSE 2023)

18/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ຮ່ວມກັບສະຫະພັນບານເຕະອາຊີ( AFC ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ( LFF/AFC FUSAL LEVEL 1 COACHING COURSE 2023) ຂື້ນໃນຕອນເຊົ້າວັນທີ 18 ກໍລະກົດ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຈຸດປະສົງຍົກລະດັບກິລາບານເຕະຟຸດຊໍຂອງສປປລາວກ້າວສູ່ຄຸນນະພາບສູງຂື້ນເລື້ອຍໆ.ພ້ອມນັ້ນທ່ານດຣ ໄຊຊະນະ ທອງຄຳຈັນຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງຕັ້ງໃຈຮັບເອົາບົດຮຽນທີ່ຄູຝຶກສິດສອນໃຫ້ໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດປະກອບສວ່ນຊວ່ຍພັດທະນາສະໂມສອນບານເຕະຟຸດຊໍທີ່ຕົນສັງກັດຢູ່ໃຫ້ມີຜົນງານດີເດ່ນຂື້ນ.

ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ ແລະ ນັກສຳມະກອນຈໍານວນ 19 ທ່ານ ໃນນີ້ເປັນຍິງ 2 ທ່ານ, 7 ທ່ານ ມາຈາກປະເທດໄທ ແລະບັນດາສະໂມສອນບານເຕະຟຸດຊໍທີ່ເຂົ້າຮ່ວມຊິງຂັນປະທານ ສຕລ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023. ການຝຶກອົບຮົມແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ຊຶ່ງຈະມີການສອບເສງພາກທິດສະດີ 2 ຄັ້ງ, ພາກປະຕິບັດຕົວຈິງ 2ຄັ້ງ.