News
News Cover

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ

29/08/2022

ເຊີນຮັບຊົມການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ 

ຮອບຊີງຊະນະເລີດ 
ວັນອັງຄານ 30/08/2022

ສະໂມສອນກິລາບານເຕະ ຫຼວງພະບາງ ພົບກັບ ສະໂມສອນກິລາບານເຕະ ຈຳປາສັກ

ແຂ່ງຂັນຢູ່ສະຫນາມຫຍ້າທຽມ ສຕລ ສະຫນາມ 1

ເວລາ 17:00 

ສ່ວນນັດຊີງອັນດັບ 3

ສະໂມສອນກິລາບານເຕະ ເອສະຣາ ພົບກັບ ສະໂມສອນກິລາບານເຕະ ຊ້າງນ້ອຍ

ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມ ສຕລ ສະຫນາມ 2.

ເວລາ 16:00
ຖ່າຍທອດສົດເຟສບຸກ Live LFF U-15 Championship ແລະ Elevents Sports
ລິ້ງຖ່າຍທອດສົດ :​ https://elevensports.com/.../cl7ed7hggvjky0jb05awi2jj6...

News Cover

ສະໂມສອນ ກິລາບານເຕະ ຊ້າງນ້ອຍ

29/08/2022

ສະແດງຄວາມຍິນດີ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະຊິງຂັນ ສຕລ ລາວຟອດ 2022 ໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 50 ລ້ານກີບ, ອັນດັບ 2 ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ ໄດ້ຫລຽນ ແລະ ເງິນລາງວັນ 20 ລ້ານກີບ.
ຜູ້ຮັກສາປະຕູດີເດັ່ນ: ສໍລະສັກ ທິລະວົງ ຜູ້ຮັກສາປະຕູ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ.
ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ຍິງໄດ້ 3 ປະຕູ.
ຄູຝຶກດີເດັ່ນ : ທ່ານ SATYASAGARA ສັນຊາດສິງກະໂປ ຄູຝຶກຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

News Cover

ກໍາມະການຕັດສິນ FIFA ລາວ 4 ທ່ານເຂົ້າຮ່ວມການຕັດສິນ

13/08/2022

ສະຫະພັນບານເຕະແຫ່ງຊາດລາວໄດ້ສົ່ງກໍາມະການຕັດສິນ FIFA ຂອງລາວຈຳນວນ 4 ທ່ານເຂົ້າຮ່ວມການຕັດສິນ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊິງແຊ້ມອາຊຽນທີ່ປະເທດອິນໂດເນເຊຍ  (AFF U16 Championship 2022 Indonesia ) ໃນລະຫວ່າງ ວັນທີ 31/7/-12/8/2022, ເຊິ່ງປະກອບມີ 1. ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ 

2. ທ່ານ ຄໍາສິງ ໄຊຍະວົງສີ ກໍາມະການຕັດສິນ 3. ທ່ານ ສົມພາວັນ ຫລວງລາດ ຜູ້ຊ່ວຍກໍາມະການຕັດສິນ ແລະ 4. ທ່ານ ບຸນອູ້ມ ລາດຊະວົງ ຜູ້ຊ່ວຍກໍາມະການຕັດສິນ.
ສະເພາະກໍາມະການຕັດສິນ FIFA ຂອງລາວໄດ້ເຂົ້າຮ່ວມການຕັດສິນໃນຮອບນັດຊິງຊະນະເລີດ ລະຫວ່າງ ເຈົ້າພາບ ອິນໂດເນເຊຍ ພົບກັບ ຫວຽດນາມປະກອບມີ ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ ແລະ ທ່ານ ສົມພະວັນ ຫລວງລາດ. ນອກນັ້ນຍັງມີກຳມະການຕັດສິນຂອງມາເລເຊຍ ແລະໄທເຂົ້າຮວ່ມຕັດສິນໃນຮອບຊິງຊະນະເລີດເຊ່ນດຽວກັນ. ຜົນການແຂ່ງຂັນ ອິນໂດເນເຊຍ ຊະນະ ຫວຽດນາມ 1:0.

ນີ້ແມ່ນໜຶ່ງໃນຜົນງານຂອງສະຫະພັນບານເຕະແຫ່ງຊາດລາວກໍຄືກໍາມະການຕັດສິນ FIFA ຂອງລາວ, ໂດຍສະເພາະກຳມະການຕັດສິນຂອງລາວ 2 ທ່ານທີ່ລົງເປົ່າໝາກວີດໃນນັດຊິງຊະນະເລີດແມ່ນໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບຜົນງານດີຈາກຜູ້ຈັດການແຂ່ງຂັນຄືສະຫະພັນບານເຕະອາຊຽນ.

News Cover

ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

12/08/2022

ເຊີນ​ຊົມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ.
ກຸ່ມ ຮ່ວມກັບ ຍີ່ປຸ່ນເຢເມນປາແລສຕິນລາວ (ເຈົ້າພາບ) ແລະ ກວມ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- 10/09/2022 ເວລາ 19:00 ລາວ ພົບ ກວມ
- 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ
- 14/09/2022 ເວລາ 19:00 ລາວ ພົບ ເຢເມນ
- 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.
ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມອັນດັບ ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ ປະເທດອຸສະເບກິສຖານ ໃນປີ 2023.
#Laosusu #LaoFootballFederation
#AFCU20

News Cover

ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊຽນ ປະຈຳປີ 2022

28/07/2022

ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊຽນ ປະຈຳປີ 2022 ໂດຍມີ 12 ປະເທດເຂົ້າຮ່ວມແບ່ງອອກ ກຸ່ມ ຄັດເອົາອັນດັບ ແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ ທີ່ມີຄະແນນດີ ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.
ທີມຊາດລາວ ແມ່ນຢູ່ຮ່ວມກຸ່ມ ບີ ປະກອບມີ: ໄທ ຕີມໍ ເລສເຕ ລາວ ແລະ ບຣູໄນ ແຂ່ງຂັນໃນລະຫວ່າງວັນທີ 31 ກໍລະກົດ ຫາ 12 ສິງຫາ 2022 ເຊິ່ງ ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ.
ຕາ​ຕະ​ລາງ ການ​ແຂ່ງ​ຂັນ​ຂອງ​ ທີມ​ຊາດ​ລາວ
ວັນ​ທີ 01/08/2022 ເວ​ລາ 15:00 ທີມ​ຊາດ​ຕີ​ມໍ ເລ​ສ​ເຕ ພົບ ທີມ​ຊາດ​ລາວ
ວັນ​ທີ 04/08/2022 ເວ​ລາ 19:00 ທີມ​ຊາດ​ລາວ ພົບ ທີມ​ຊາດ​ໄທ
ວັນ​ທີ 07/08/2022 ເວ​ລາ 15:00 ທີມ​ຊາດລາວ ພົບ ທີມ​ຊາດບ​ຣ​ູ​ໄນ​
ທຸກໆ​ນັດ​ແມ່ນ​ຈະ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ ​SULTAN ANGUNG BANTUNG

News Cover

ຜົນງານຂອງທິມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ

15/07/2022

ຜົນງານຂອງທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ປີທີ່ໜ້າປະທັບໃຈໃນການແຂ່ງຂັນບານເຕະຊິງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 ໂດຍປະເທດ ອິນໂດເນເຊຍ ເປັນເຈົ້າພາບ ເລີ້ມແຕ່ວັນທີ 2-15 ກໍລະກົດ 2022

News Cover

ຜູ້ຊົມທີ່ມາເຊຍທິມຊາດລາວທີ່ ສສ. ຫວຽດນາມ

08/05/2022

ໃນການແຂ່ງຂັນນັດທໍາອິດ ລະຫວ່າງ ທີມຊາດລາວ ແລະ ທີມຊາດສິງກະໂປ ໃນວັນທີ 07/05/2022 ຢູ່​ທີ່​ສ​ະ​ຫນາມ Thien Truong

ສິ້ນສຸດການແຂ່ງຂັນ  ທີມຊາດລາວ ສະເໝີກັບ ທີມຊາດສິງກະໂປ 2 - 2 

- ທີມ​ຊາດ​ລາວ ໄດ້​ປະ​ຕູ​ຈາກ: ເອ​ກ​ກະ​ໄມ ລາດ​ຊະ​ຈັກ ນາ​ທີ 14 ແລະ ໂຈ​ນີ້ ແຫວນ​ປະ​ເສີດ ນາ​ທີ 49

- ທີມຊາດສິງ​ກະ​ໂປ ໄດ້​ປະ​ຕູ​ຈາກ: GLENN KWEH ນາ​ທີ 89', JORDAN EMAVIWE ນາ​ທີ 90+ 6
ນັດ​ຕໍ່​ໄປ ທີມ​ຊາດ​ລາວ ຈະ​ລົງ​ສະ​ຫນາມວັນ​ທີ 09/05/2022 ເວ​ລາ 16:00 ພົບ​ກັບ ທີມ​ຊາດ​ກຳ​ປູ​ເຈຍ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ Thien Truong

ຂໍສະແດງຄວາມຂອບໃຈມາຍັງ ຜູ້ຊົມທີ່ມາເຊຍ ແລະ ໃຫ້ການສະໜັບສະໜູນ ເພື່ອເປັນກໍາລັງໃຈໃຫ້ທີມຊາດລາວ

News Cover

ລາຍຊື່ນັກກິລາ ທີມຊາດລາວ ບານເຕະຍິງ ແລະ ບານເຕະຊາຍ

06/05/2022

ລາຍຊື່ນັກກິລາ ທີມບານເຕະຍິງ ທີມຊາດລາວ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດນາມ ຄັດເອົາ 20 ຄົນ ຕາມຈໍານວນທີ່ເຈົ້າພາບຊີເກມກໍານົດໃຫ້ ແລະ ໄດ້ຄັດເອົາອີກ ຄົນເປັນຕົວສໍາຮອງ ເພື່ອປ່ຽນແທນເວລາສຸກເສີນ ປະກອບ ມີລາຍຊື່ດັ່ງນີ້:
ຜູ້ຮັກສາປະຕູ
1. ນ. ພັດທະລາວະດີ ສໍໂພທິຣາຊ ຈາກ ແຂວງສະຫວັນນະເຂດ
2. ນ. ບັງອອນ ພອນໄຊ ຈາກ ນະຄອນຫລວງ
3. ນ. ເພັດລາວັນ ໄຊຍະເພັດດາລາ ຈາກ ນະຄອນຫລວງ
ກອງຫລັງ
4. ນ. ວິລິນທອນ ວົງແສງທອງ ຈາກ ນະຄອນຫລວງ
5. ນ. ວິໄລວັນ ປັນຍານຸວົງ ຈາກ ນະຄອນຫລວງ
6. ນ. ຫລ້ານ້ອຍ ວົງສິງຄໍາ ຈາກ ນະຄອນຫລວງ
7. ນ. ສາຍສະຫມອນ ອິນທະພອນ ຈາກ ນະຄອນຫລວງ
8. ນ. ທິບປະກອນ ສີວົງລາດ ຈາກ ນະຄອນຫລວງ
9. ນ.ໂບລິ້ງ ຫລວງຄີລີ ຈາກ ນະຄອນຫລວງ
10. ນ. ໃຈຄໍາ ໄຊຍະປະເສີດ ຈາກ ນະຄອນຫລວງ
11. ນ. ປານັດດາ ໂພທິສານ ຈາກ ແຂວງສະຫວັນນະເຂດ
ກອງກາງ
12. ນ. ອານຸຕາ ຈັນທີທອງ ຈາກ ນະຄອນຫລວງ
13. ນ. ພອນທິບ ພົມມະຈັນ ຈາກ ແຂວງສະຫວັນນະເຂດ
14. ນ. ແຫຼ້ ອິນທະວົງ ຈາກ ແຂວງຄຳມ່ວນ
15. ນ. ພະນິກອນ ວັນນະລາດ ຈາກ ນະຄອນຫລວງ
16. ນ. ແສງເດືອນ ພົງໄພລັດ ຈາກ ນະຄອນຫລວງ
17. ນ. ພິມພາ ທອງສະຫວ່າງ ຈາກ ແຂວງສະຫວັນນະເຂດ
18. ນ. ພຸດສະດີ ຫລວງອາມາດ ຈາກ ນະຄອນຫລວງ
19. ນ. ອິນທິດາ ຄູນສີ ຈາກ ນະຄອນຫລວງ.
ກອງຫນ້າ
20. ນ. ຫັດລືໄທ ທໍາມະວົງສາ ຈາກ ແຂວງສະຫວັນນະເຂດ
21. ນ. ອາພັດຊະລາ ຈັນທະວົງໄຊ ຈາກ ນະຄອນຫລວງ
22. ນ. ວາດີ້ ອິນທິຍາ ຈາກ ນະຄອນຫລວງ
23. ນ. ຈິນດາ ສີຫາລາດ ຈາກ ນະຄອນຫລວງ
ການແຂ່ງຂັນບານເຕະຍິງ ມີ ປະເທດເຂົ້າຮ່ວມຄື: ຫວຽດນາມໄທມຽນມາສິງກະໂປຟີລິບປິນລາວ ແລະ ກຳປູເຈຍ.
ກຸ່ມເອ : ຫວຽດນາມຟີລິບປິນ ແລະ ກຳປູເຈຍ
ກຸ່ມບີ : ໄທມຽນມາລາວ ແລະ ສິງກະໂປ
ຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:
ວັນທີ 10/05/2022 ເວລາ 16:00 ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Cam Pha
ວັນທີ 13/05/2022 ເວລາ 16:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Cam Pha
ວັນທີ 15/05/2022 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Cam Pha
ກຳນົດການເດີນທາງຂອງ ທີມບານເຕະຍິງ ແມ່ນຈະອອກເດີນທາງໃນວັນທີ 06 ພຶດສະພາ 2022.

ລາຍຊື່ນັກກິລາ ທີມບານເຕະ ທີມຊາດລາວ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດນາມ ຄັດເອົາ 20 ຄົນ ຕາມຈໍານວນທີ່ເຈົ້າພາບຊີເກມກໍານົດໃຫ້ ແລະ ໄດ້ຄັດເອົາອີກ ຄົນເປັນຕົວສໍາຮອງ ເພື່ອປ່ຽນແທນເວລາສຸກເສີນ ປະກອບ ມີລາຍຊື່ດັ່ງນີ້:
ຜູ້ຮັກສາປະຕູ
1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນກິລາບານເຕະ ກອງທັບ
2. ສີອຳພອນ ແສງສະຫວ່າງ ຈາກ ສະໂມສອນກິລາບານເຕະ ວຽງຈັນ
3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນບານເຕະ ຊ້າງນ້ອຍ
ກອງຫລັງ
4. ກ້າຫານ ເພັດສີວິໄລ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
5. ອານັນຕະຊາ ສີພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
7. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
8. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
9. ແອັດ ວຽງຄໍາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
10. ອິນທະຈັກ ສີສຸພັນ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ
ກອງກາງ
11. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ກິລາບານເຕະ ສະຫມຸດປະການ ( ໄທລີກ 1 )
12. ພິທັກ ກອງມາທິລາດ ຈາກ ສະໂມສອນ ກິລາບານເຕະ ນະຄອນປະຖົມ ( ໄທລີກ 2 )
13. ສິນນະກອນ ກູມະນີຄຳ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ
14. ພັດທະນາ ພົມມະເທບ ຈາກ ສະໂມສອນກິລາບານເຕະ ເອສະຣາ
15. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
16. ດາໜຸດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
18. ກ້ວຍເຈັ໋ງ ຫນູພັກດີ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
19. ພູວຽງ ພູມສະຫວັດ ຈາກ ສະໂມສອນກິລາບານເຕະ ວຽງຈັນ
20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ກອງຫນ້າ
21. ວີສີດ ບຸນປະເສີດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ
22. ເອກກະໄມ ລາດຊະຈັກ ຈາກ ແຂວງສະຫວັນນະເຂດ
23. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
ຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້:
ວັນທີ 07/05/2022 ເວລາ 16:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Thien Truong
ວັນທີ 09/05/2022 ເວລາ 16:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ Thien Truong
ວັນທີ 11/05/2022 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Thien Truong
ວັນທີ 16/05/2022 ເວລາ 19:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Thien Truong
ກຳນົດການເດີນທາງຂອງ ທີມບານເຕະຊາຍ ແມ່ນຈະອອກເດີນທາງໃນຕອນຄໍ່າວັນທີ 04 ພຶດສະພາ 2022.
#TEAMLAOS #Laosusu #AseanFootball #seagamesvietnam #laos #laofootball #WeWinWeLoseWeMove #nationalteam

News Cover

ຜົນການຈັບສະຫຼາກກິລາບານເຕະໃນງານກິລາ ຊີເກມ ຄັ້ງທີ 31

06/04/2022

ວັນທີ 06 ເມສາ 2022 ຢູ່ທີ່ໂຮງແຮມ HYATT REGENCY WEST HA NOI HOTEL ນະຄອນຫລວງ ຮ່າໂນຍ ສສ ຫວຽດນາມຄະນະບໍລິຫານຈັດງານກິລາ ຊີເກມ ຄັ້ງທີ 31 ຂອງ ສສ ຫວຽດນາມ ໄດ້ຈັດພິທີຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ແລະ ການແຂ່ງຂັນຟຸດຊໍ ຊາຍ - ຍິງຜົນການຈັບສະຫລາກມີດັ່ງນີ່້:
ການແຂ່ງຂັນບານເຕະຍິງ ມີ ປະເທດເຂົ້າຮ່ວມຄື: ຫວຽດນາມໄທອິນໂດເນເຊຍມາເລເຊຍມຽນມາສິງກະໂປຟີລິບປິນຕີມໍ ເລສເຕລາວ ແລະ ກຳປູເຈຍ.
ກຸ່ມເອ : ຫວຽດນາມຟີລິບປິນກຳປູເຈຍ ແລະ ອິນໂດເນເຊຍ.
ກຸ່ມບີ : ໄທມຽນມາລາວ ແລະ ສິງກະໂປ
ການແຂ່ງຂັນບານເຕະຊາຍ ມີ 10 ປະເທດ ເຂົ້າຮ່ວມຄື: ຫວຽດນາມໄທອິນໂດເນເຊຍມາເລເຊຍມຽນມາສິງກະໂປຟີລິບປິນຕີມໍ ເລສເຕລາວ ແລະ ກຳປູເຈຍ.
ກຸ່ມ ເອ: ຫວຽດນາມອິນໂດເນເຊຍມຽນມາຟີລິບປິນ ແລະ ຕີມໍ ເລສເຕ.
ກຸ່ມ ບີ: ໄທມາເລເຊຍກຳປູເຈຍສິງກະໂປ ແລະ ລາວ
ຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:
ວັນທີ 10/05/2022 ມຽນມາ ພົບ ລາວ
ວັນທີ 13/05/2022 ລາວ ພົບ ສິງກະໂປ
ວັນທີ 15/05/2022 ລາວ ພົບ ໄທ
ຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້:
ວັນທີ 07/05/2022 ສິງກະໂປ ພົບ ລາວ
ວັນທີ 09/05/2022 ລາວ ພົບ ກຳປູເຈຍ
ວັນທີ 11/05/2022 ມາເລເຊຍ ພົບ ລາວ
ວັນທີ 16/05/2022 ລາວ ພົບ ໄທ
#Seagames2022
#LaofootballFederation
#LAOSANTIONALTEAM

News Cover

ພິທີປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course 2022

20/03/2022

ພິທີປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course 2022 ຢູ່ເມືອງ ແປກ ແຂວງ ຊຽງຂວາງ ໃນລະຫວ່າງ ວັນທີ 15 - 18 / 03 / 2022
ຕອນບ່າຍ ວັນທີ 18 ມີນາ 2022 ຢູ່ທີ່ ຫ້ອງປະຊຸມ ໂຮງຮຽນມັດທະຍົມສຶກສາສົມບູນ ພອນສະຫວັນ ເມືອງແປກ, ແຂວງຊຽງຂວາງ, ໄດ້ມີພີທີປີດຊຸດຝຶກອົບຮົມຄູຝຶກບານເຕະ ຝືກອົບຮົມຄູຝືກກິລາບານເຕະ ຂັ້ນພື້ນຖານ ( LFF “D” Certificate Coaching Course 2022 ) ເຂົ້າຮ່ວມໃນພິທີປິດໂດຍມີ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທອງຜິວ ສີປັນຍາ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານ ສົມທອງ ຜາໃຕ້ບານ ເລຂາທິການສະຫະພັນບານເຕະແຂວງຊຽງຂວາງ, ທ່ານ ສົມພູ ດວງດາລາ ແລະ ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດ, ມີນັກສຳມະນາກອນເຂົ້າຮ່ວມທັງຫມົດ 22 ທ່ານ ໃນນັ້ນເປັນຍິງ 4 ທ່ານ ມາຈາກ ພາຍໃນຕົວເມືອງແປກ ແຂວງຊຽງຂວາງ.

News Cover

ເສັ້ນທາງສູ່ ຊີເກມ ທີມຊາດລາວ

20/03/2022

ການແຂ່ງຂັນບານເຕະນັດມິດຕະພາບ FIFA DAY 2 ນັດ ຈະມີຂຶ້ນ ​ຢູ່ ນະ​ຄອນ​ຫລວງວຽງ​ຈັນ ສ​ປ​ປ​ລາວ

ວັນທີ 23 ມີນາ 2022
ເວລາ 18:00
ລາວ ພົບ ມົງໂກລີ

ວັນທີ 27 ມີນາ 2022
ເວລາ 18:00
ລາວ ພົບ ບຣູໄນ

ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16

News Cover

ຖະແຫລງຂ່າວຜົນງານຂອງ ທີມຊາດລາວ

16/03/2022

ສຕລ ຈັດຖະແຫລງຂ່າວ ໃນການສົ່ງ ທີມຊາດລາວ ໃນການເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊຽນປະຈຳປີ 2020