Women National Team U-20

ທີມບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ ຖືກຈັດຢູ່ກຸ່ມ H ຮ່ວມກັບ ສ.ເກົາຫລີ , ບັງກະລາເທດ ແລະ ຕີມໍ ເລສເຕ
28/04/2025
ວັນທີ 28 ເມສາ 2025 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 Women's Asian Cup™ Thailand 2026 Qualifiers,ໂດຍມີທັງຫມົດ 33 ທີມເຂົ້າຮ່ວມການແຂ່ງຂັນ ແບ່ງອອກເປັນ 8 ກຸ່ມ, ຜົນການຈັບສະຫລາກ ທິມຊາດລາວ ຖືກຈັດຢູ່ໃນກຸ່ມ H,ປະກອບມີ: ສ.ເກົາຫລີ, ບັງກະລາເທດ,ສປປລາວ ( ເຈົ້າພາບຮອບຄັດເລືອກ ) ແລະ ຕີມໍ ເລສເຕ.
ຮອບຄັດເລືອກຈະແຂ່ງຂັນໃນລະຫວ່າງ ວັນທີ 02-10 ສິງຫາ 2025, ຮູບແບບການແຂ່ງຂັນແມ່ນຄັດເລືອກເອົາອັນດັບ 1 ຂອງ 8 ກຸ່ມ ບວກກັບ ອັບດັບ 2 ທີ່ມີຄະແນນດີທີ່ສຸດ 3 ທີມ ບວກກັບ ໄທ ເຈົ້າພາບ ເຂົ້າຮອບສຸດທ້າຍ ປີ 2026.
ສຳລັບ ຕາຕະລາງ ການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.

ທີມຊາດຈີນ ເອົາຊະນະ ທີມຊາດລາວ 8-0
13/03/2023
ທີມຊາດຈີນ ເອົາຊະນະ ທີມຊາດລາວ 8-0- ຈີນ ໄດ້ປະຕູຈາກ: ການສະກັດບານເຂົ້າປະຕູຕົນເອງຂອງເບີ 4 ທີມຊາດລາວ ທິບປະກອນ ສີວົງລາດ ນາທີ 1, ເບີ 9 YIN LIHONG ນາທີ 8, ເບີ 17 HUO YUEXIN ນາທີ 9, 36, 61, 67, 68, ເບີ 11 OUYANG YUHUAN ນາທີ 11.#laosusu #asianfootball #laofootball #laos #NewGeneration #WeWinWeLoseWeMove #AFCU20Women #LaoFootballFederation#U20WAC

11 ຜູ້ຫຼີ້ນຕົວຈິງ ທີມຊາດຈີນ ພົບ ທີມຊາດລາວ
12/03/2023
11ຜູ້ຫຼີ້ນຕົວຈິງ ທີມຊາດຈີນ ພົບ ທີມຊາດລາວ#laosusu #asianfootball #laofootball #laos #NewGeneration #WeWinWeLoseWeMove#AFCU20Women#LaoFootballFederation#U20WAC

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ
11/03/2023
AFC U20 WOMEN'S ASIAN CUP 2024 GROUP Aນັດວັນທີ 12 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16ທີມຊາດ ຈີນ ພົບ ທີມຊາດ ລາວ ເວລາ 19:30 ທຸກນັດແຟນບານເຂົ້າຊົມໄດ້ຟີໂດຍບໍ່ເສຍຄ່າຜ່ານປະຕູ.ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.#AFCU20Women #LaoFootballFederation

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ
11/03/2023
ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີຮຸ່ນອາຍຸບໍ່ເກີນ 20ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP Aນັດວັນທີ 10 ມີນາ 2023 ທີ່ ສະຫນາມກິລາແຫ່ງຊາດ ຫຼັກ16#AFCU20Women #LaoFootballFederation

ຈົບການແຂ່ງຂັນ ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0
10/03/2023
ຈົບການແຂ່ງຂັນ / ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0- ທີມຊາດຟີລິບປິນ ໄດ້ປະຕູຈາກ : KYLIE YAP 43' #laosusu #asianfootball #laofootball #laos #NewGeneration #WeWinWeLoseWeMove#AFCU20Women#LaoFootballFederation

ປະມວນພາບການແຂ່ງຂັນ
09/03/2023
ລາວ 2-2 ຮົງກົງ- ລາວ ໄດ້ປະຕູຈາກ: ເບີ 7 ໃຈຄຳ ໄຊຍະປະເສີດ ນາທີ 5, ເບີ 21 ສີສະອາດ ອຳໄພລາດ ນາທີ 87- ຮົງກົງ ໄດ້ປະຕູຈາກ: ເບີ 3 CHAN TSZ SHAN ນາທີ 13, LUK SEAN HOI CHING ນາທີ 81 ( ຈຸດໂທດ )ສະຫນາມກິລາແຫ່ງຊາດຫຼັກ 16ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.#laosusu #asianfootball #laofootball #laos #NewGeneration #WeWinWeLoseWeMove#AFCU20Women#LaoFootballFederation

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ
09/03/2023
ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 GROUP A
ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ນັດທຳອິດ#AFCU20Women #LaoFootballFederation

ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16
07/03/2023
ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16, ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າຄະນະ ທີມຊາດຍິງ ລາວU20 ແລະ ທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ທີມຊາດຍິງ ລາວU20 ກ່ອນທີ່ຈະລົງແຂ່ງໃນນັດທຳອິດ ໃນວັນທີ 8 ມີນາ 2023 ນີ້ ເຊິ່ງທັງ 2 ທ່ານໄດ້ເວົ້າວ່າ: ນັກກິລາທຸກຄົນພາຍໃນທີມຕ້ອງມີຄວາມເປັນລະບຽບ, ມີຄວາມສາມັກຄີກັນ ແລະ ການຕັດສິນໃຈໃນເວລາລົງຫຼິ້ນເພື່ອໃຫ້ນຳພາທີມໄປສູ່ໄຊຊະນະ ຂໍໃຫ້ທຸກຄົນເຮັດໃຫ້ເຕັມທີ່ເພື່ອປະເທດຊາດຂອງລາວເຮົາໃຫ້ທຸ້ມເທສຸດຄວາມສາມາດໃນທຸກໆນັດການແຂ່ງຂັນ.

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ
07/03/2023
ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ຈັດຂຶ້ນຢູ່ທີ່ໂຮງແຮມແລນມາກ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ຫົວໜ້າຄູຝຶກ ທີ່ເຂົ້າຮ່ວມການແຂ່ງຂັນ. ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້: – ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ – ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ – ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ ສາມາດຕິດຕາມການຖ່າຍທອດສົດ ທີມຊາດລາວ ໄດ້ໂດຍຜ່ານທາງເຟສບຸກ ຂອງສະຫະພັນບານເຕະແຫ່ງຊາດລາວ ແລະ Youtube '' LAOFFTV ''#AFCU20Women #LaoFootballFederation

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ
07/03/2023
ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ນັດທຳອິດຄູ່ລະຫວ່າງ ລາວ ພົບ ຮົງກົງ ເວລາ 19:30 ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.#AFCU20Women#LaoFootballFederation

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ
24/02/2023
ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ ໃກ້ເຂົ້າມາແລ້ວ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .