Men National Team U-23

ສຕລ ຖະແຫລງຂ່າວແຕ່ງຕັ້ງຫົວໜ້າຄູຝຶກທີມຊາດລາວຄົນໃຫມ່ 🇱🇦🇰🇷🤝
14/08/2024
ວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບໜ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃໝ່, ເຊິ່່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ ໂດຍມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍບັນດາຄູຝຶກ ແລະ ສື່ມວນຊົນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ໄດ້ກ່າວວ່າ: ທ່ານ ຮາ ຮອກ ຈູນ ( HA HYEOKJUN )ຈະເຮັດຫນ້າທີ່່ ຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ ໄລຍະເວລາ 2 ປິ, ເຊິ່ງເປັນແຜນຍຸດທະສາດໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວ ນຳໃຊ້ຄູຝຶກ ສ.ເກົາຫລີ ເປັນຄັ້ງທຳອິດເປັນບາດກ້າວໃໝ່.
ຂະນະທີ່ ທ່ານ ຮາ ຮອກ ຈູນ ໄດ້ກ່າວວ່າ: ກ່ອນອື່ນຫມົດຂ້າພະເຈົ້າຂໍສະແດງຄວາມດີໃຈ ທີ່ໄດ້ຮັບໜ້າທີ່ເປັນຫົວໜ້າຄູຝຶກ ທີມຊາດລາວ ແລະຂໍສັນຍາວ່າຈະທຸ້ມເທທຸກສິ່່ງຢ່າງ ເພື່ອໃຫ້ທີມຊາດລາວປະສົບຜົນສຳເລັດ.
ສຳລັບປະຫວັດ ຂອງ ທ່ານ ຮາ ຮອກ ຈູນ ແມ່ນເກີດ ວັນທີ 27 ມັງກອນ 1970 ເປັນຄົນສັນຊາດ ສ. ເກົາຫລີ, ມີໃບປະກາດ AFC/KFA INSTRUCTOR PRO-LICENSE ທຽບເທົ່າ AFC Professional Diploma ແລະ ມີຜົນງານການຄຸມທີມ ຄື:
- ປີ 2009 – 2011 ເຮັດວຽກຢູ່ທີ່ ສະຫະພັນບານເຕະເກົາຫລີ (KFA)
- ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ທີມຊາດມຽນມາ ຊຸດໃຫຍ່ ແລະ ທີມຊາດມຽນມາ ຮຸ່ນອາຍຸບໍ່ເກີນ 23 ປີ
- ປີ 2015 - 2016 ເປັນຄູຝຶກພາລະກໍາລັງ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ
- ປິ 2016 - 2017 ເປັນຫົວໜ້າຄູຝຶກ ສະໂມສອນ BEIJING BEKONG ລີກສູງສຸງ ສປ ຈີນ
- ປີ 2017 - 2018 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SUWON SAMSUNG BLUEWING ລີກສູງສຸດ ສ.ເກົາຫລີ
- ປີ 2019 - 2021 ເປັນຫົວໜ້າຄູຝຶກ ສະໂມສອນ ມະຫາວິທະໄລ DAEGU NATIONAL UNIVERSITY
- ປີ 2023 ເປັນຫົວໜ້າຄູຝຶກ ສະໂມສອນ Resources Capital FC ລີກສູງສຸດ ເຂດປົກຄອງພິເສດຮົງກົງ
ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານຮາ ຮອກ ຈູນ ແມ່ນການກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.
#LAONATIONALTEAM
#LAOFOOTBALLFEDERATION
#KOREAREPUBLIC
#HAHYEOKJUN

ຢູ 23 ລາວເສຍໃຫ້ກັບ ອົສຕຣາລີ ຂາດລອຍນັດທໍາອິດຄັດບານເຕະອາຊີ 2024
06/09/2023
ຜົນການແຂ່ງຂັນ AFC U23 ASIAN CUP 2024, Qualifiers ຢູ່ທີ່ປະເທດທາຈີກິສຖານ
ວັນທີ 06/09/2023
ທີມຊາດລາວ 1-7 ທີມຊາດອົສຕຣາລີ
- ທີມຊາດລາວໄດ້ປະຕູຈາກ: ຈັນທະວີໄຊ ຂຸນທຸມພອນ 12'
- ທີມຊາດອົສຕຣາລີ ໄດ້ປະຕູຈາກ: ເບີ 23 NISHAN VELUPILLAY ນາທີ 2', 40', ເບີ 21 LOUIS D`ARRIGO ນາທີ 7', ເບິ 19 NOAH BOTIC 21' 55', ເບີ 7 LACHLAN BROOK ນາທີ 59' ,ເບີ 9 ALOU KUOL ນາທີ 79'.
ຕາຕະລາງແຂ່ງຂັນນັດທີ 2
- ວັນທີ 09/09/2023 ເວລາ 22:30 ທາຈີກິສຖານ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

U23ລາວກຽມຄວາມພ້ອມພົບກັບອົສຕຣາລີ ລາຍການຊີງແຊ໋ມອາຊີ 2024ຮອບຄັດເລືອກ
05/09/2023
ພາຍຫຼັງເດີນທາງເຖິງປະເທດທາຈີກິສຖານເມື່ອວັນທີ 2 ກັນຍາ 2023ແລະມາຮອດມື້ນີ້(5/9/2023)ຂຸນພົນນັກເຕະບານທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ໄດ້ມີຄວາມພ້ອມຢ່າງເຕັມທີ່ແລ້ວ ເພື່ອກຽມປະເດີມສະ
ໜາມນັດທຳອິດພົບກັບທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານເຈົ້າພາບ ໃນວັນທີ 9 ກັນຍາ 2023 ໃນການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ.
ຂຸນພົນນັກເຕະບານທີມຊາດລາວU23ຊຸດນີ້ນຳທີມໂດຍທ່ານ ອາເຣນ່າ ກູເລຍໂມ່ ຄູຝຶກທີມຊາດລາວ ຊາວອີຕາລີ,ພາຍຫຼັງເດີນທາງມາຮອດທາຈີກິສຖານກໍໄດ້ນຳພາຝຶກຊ້ອມທາງດ້ານລະບົບການຫຼິ້ນ ທີ່ວາງໄວ້ເພື່ອໃຫ້ນັກກິລາເຂົ້າໃຈ ວິທີການເຄື່ອນບານ, ການສົ່ງບານ ແລະ ການຍິງປະຕູ ໃນແຕ່ລະຕໍາແໜ່ງ ໃຫ້ມີປະສິດທິພາບ ແລະມີປະສິດຜົນເພື່ອເຮັດໃຫ້ການແຂ່ງຂັນໃນນັດທຳອິດທີ່ພົບກັບທີມຊາດອົສຕຣາສາມາດຍາດໄດ້ໄຊຊະນະຈາກນັດດັ່ງກ່າວ.
ສຳລັບນັກກິລາທີມຊາດລາວU23ຊຸດນີ້ແມ່ນໄດ້ຄັດເລືອກໄດ້ມາຈາກບັນດາສະໂມສອນ ທີ່ແຂ່ງ ຂັນໃນລາຍການ ເປບຊີ ລາວລີກ 1 ແລະ ລາຍການ ລາວລີກ 2 ໄດ້ສອງນັກກິລາທີ່ໄປຄ້າແຄ່ງທີ່ຕ່າງແດນຄື ໂຣມັນ ອານຸສອນ ອັນໂກ ກອງກາງຈາກສະໂມສອນ SV OBERACHE RN (ປະເທດເຢຍລະມັນ) ແລະ ຄອນສະຫວັນ ແກ້ວໜູຈັນ ຫຼື ແຈັກກີ້ ທີ່ໄດ້ໄປຮຽນຕໍ່ທີ່ປະເທດອີຕາລີ ທັງສອງໄດ້ເດີນທາງເຖິງປະເທດທາຈິກິິດສະຖານ ເປັນທີ່ຮຽບຮ້ອຍ.
ການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ ທີ່ປະເທດທາຈີກິສຖານານ ເປັນເຈົ້າພາບ ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ ອົສຕຣາລີ ແລະ ທາຈີກິສຖານ ເຈົ້າພາບ ຊຶ່ງການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເລືອກເອົາທີມແຊ໋ມກຸ່ມ ຈາກ 11 ທີມ ແລະ ອັນດັບທີ 2 ທີ່ມີຄະ ແນນດີທີ່ສຸດ 4 ທີມ ຜ່ານເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕາ ເຈົ້າພາບ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ການແຂ່ງຂັນຮອບຄັດເລືອກໃນຄັ້ງນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 6-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນເມສາ 2024 ເພື່ອຫາຕົວແທນຂອງທະ ວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ທີ່ນະຄອນຫຼວງປາຣີ ປະເທດ ຝຣັ່ງ ເປັນເຈົ້າພາບ. ສ່ວນຕາຕະລາງແຂ່ງຂັນຂອງທີມຊາດລາວ ນັດທຳອິດ ພົບກັບ ທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານ ໃນວັນທີ 9 ກັນຍາ 2023 ເວລາດຽວກັນ,ຊຶ່ງການແຂ່ງຂັນທັງສອງນັດດັ່ງກ່າວ ແມ່ນແຂ່ງຂັນທີ່ສະໜາມກິລາກາງຣີພັບລິກັນ ສະເຕດ້ຽມ (Republican Central Stadium Dushanbe).

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງ
31/08/2023
ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງວັນທີ 31 ສິງຫາ 2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ). ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ. ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.ຕາຕະລາງແຂ່ງຂັນຂອງ ທີມຊາດລາວ- ວັນທີ 06/09/2023 ເວລາ 20:30 ລາວ ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)- ວັນທີ 09/09/2023 ເວລາ 20:30 ທາຈີກິສຖານ ພົບ ລາວແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe) ທີມຊາດລາວU23 ແມ່ນຈະພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.#AFCU23#LaoNationalTeamU23

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍທີມຊາດລາວU23ເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ)
30/08/2023
ທີມຊາດລາວU23 ພາຍໃຕ້ການຄຸມທີມຂອງທ່ານ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ).
ສຳລັບລາຍຊື່ນັກກິລາ 23 ຄົນສຸດທ້າຍປະກອບມີ:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)
3. ອານຸລັກ ວິລະຜົນ ຈາກ ສະໂມສອນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ
+ ກອງຫຼັງ
4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
7. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
9. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
+ ກອງກາງ
10. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
11. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
12. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
13. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ
14. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
15. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
16. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
17. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ Rome city institute ( ປະເທດອີຕາລີ )
19. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ
+ ກອງຫນ້າ
20. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
21. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
22. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
23. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)
ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ.
ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
ຕາຕະລາງແຂ່ງຂັນຂອງ ທີມຊາດລາວ
- ວັນທີ 06/09/2023 ເວລາ 22:30 ລາວ ພົບ ອົສຕຣາລີແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)
- ວັນທີ 09/09/2023 ເວລາ 22:30 ທາຈີກິສຖານ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)
ກໍານົດການເດີນທາງ ທີມຊາດລາວU23 ແມ່ນຈະອອກເດີນທາງໄປທີ່ປະເທດ ທາຈີກິສຖານ ໃນວັນທີິ 31/08/2023 ແລະ ພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.
#AFCU23
#LaoNationalTeamU23

ຖະແຫລງຂ່າວກ່ອນເກມ ການແຂ່ງຂັນ ກຸ່ມ C
17/08/2023
ວັນທີ
17 ສິງຫາ 2023 ຢູ່ທີໂຮງແຮມສະຕາຄອນເວນຊັນ ແຂວງຣະຢອງ ປະເທດໄທ,
ຝ່າຍຈັດການແຂ່ງຂັນ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ
ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຈັດຖະແຫລງຂ່າວກ່ອນເກມ ການແຂ່ງຂັນ
ກຸ່ມ C ໂດຍມີຄູຝຶກ 3 ປະເທດເຂົ້າຮ່ວມຄື: ລາວ, ຟີລິບປິນ ແລະ
ຫວຽດນາມ.
ສຳລັບການກຽມພ້ອມຂອງ ທີມຊາດລາວU23 ແມ່ນໄດ້ກະກຽມການຝຶກຊ້ອມມາໄດ້ 1 ເດືອນ ແລະ
ຍັງໄດ້ມີການອຸ່ນເຄື່ອງຢູ່ທີ່ປະເທດໄທ ແລະ 1 ນັດ ຢູ່ ລາວ ພົບກັບ ບຣູໄນ,
ນັກກິລາ ທີມຊາດລາວ ຫລາຍຄົນຍັງອາຍຸນ້ອຍ ມາຈາກ ສະໂມສອນ ໃນລາວລີກ 1 ແລະ ລາວລີກ
2, ການແຂ່ງຂັນໃນແຕ່ລະນັດແມ່ນຈະເຮັດຫນ້າທີ່ດີທີ່ສຸດ''ທີມຊາດລາວU23 ມີຄິວລົງສະຫນາມນັດທຳອິດ ພົບ ທີມຊາດຟີລິບປິນU23 ໃນວັນທີ 18/08/2023 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາRAYONG PROVINCIAL STADIUM.ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2.

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023
17/08/2023
ທີມຊາດລາວU23 ພາຍໃຕ້ການຄຸມທີມຂອງ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023ຢູ່ທີ່ແຂວງຣະຢອງປະເທດໄທ.ສຳລັບລາຍຊື່ 23 ຄົນສຸດທ້າຍປະກອບມີ:+ ຜູ້ຮັກສາປະຕູ1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)3. ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ+ ກອງຫຼັງ4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ5. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)7. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ9. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ10. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ IS-CSELONGEY ( ລີກ 3 ປະເທດຝຣັ່ງ )11. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາ ເຮັສບີທີ 941 (ລີກ 2 ນະຄອນຫຼວງ)+ ກອງກາງ12. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ13. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ14. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ15. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ16. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ17. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ+ ກອງຫນ້າ19. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )20. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )21. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ22. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ23. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 3 ກຸ່ມດັ່ງນີ້:- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວຕາຕະລາງ ການແຂ່ງຂັນຂອງທີມຊາດລາວ- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນແຂ່ງຂັນຢູ່ທີ່ປະເທດໄທ
15/08/2023
ວັນທີ 15/8/2023 ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳແລະນັກກິລາທິມບານເຕະແຫ່ງຊາດລາວຮຸ່ນອາຍຸບໍ່ເກີນ 23ປີ (U23)ນຳໂດຍທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ອອກເດີນທາງເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ U23ປະຈຳປີ 2023 ຢູ່ທີ່ແຂວງຣະຢອງ ປະເທດໄທ.ລາຍຊື່ນັກກິລາມີທັງຫມົດ 27 ຄົນ ຈະຄັດໃຫ້ເຫລືອ 23 ຄົນສຸດທ້າຍ ໃນວັນທີ 16 ສິງຫາ 2023 ທີ່ຈະມາເຖິງນີ້, ລາຍລະອຽດລາຍຊື່ແຕ່ລະຕຳແຫນ່ງມີດັ່ງນີ້:+ ຜູ້ຮັກສາປະຕູ1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)4. ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ+ ກອງຫຼັງ5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ6. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ7. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)8. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)9. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)10. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ11. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ12. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ IS-CSELONGEY ( ລີກ 3 ປະເທດຝຣັ່ງ )13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາ ເຮັສບີທີ 941 (ລີກ 2 ນະຄອນຫຼວງ)+ ກອງກາງ14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ18. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ19. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ20. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ21. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ+ ກອງຫນ້າ22. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )23. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )24. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ25. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ26. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ27. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວຕາຕະລາງ ການແຂ່ງຂັນຂອງທີມຊາດລາວ- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.#AFFU23CHAMPIONSHIP2023#LAOSU23#LAOFOOTBALLFEDERATION#LAONATIONALTEAM

ສະໂມສອນ ຫນອງບົວ ຈາກໄທລີກ 2 ປະເທດໄທ ເອົາຊະນະ ທີມຊາດລາວU23 1-0
28/07/2023
ສະໂມສອນ ຫນອງບົວ FC ຈາກໄທລີກ 2 ປະເທດໄທ ເອົາຊະນະ ທີມຊາດລາວU23 1-0ຜົນການອຸ່ນເຄື່ອງ ທີມຊາດລາວU23ວັນທີ 28/07/2023- ຫນອງບົວ ໄດ້ປະຕູຈາກ: ເບີ 4 ປີຍະພົນ ຜານິດກຸນ ນາທີ 52ລາຍຊື່ນັກກິລາລົງສະຫນາມ 11 ຕົວຈິງ + ຜູ້ຮັກສາປະຕູເບີ 19 ຊະນະໄຊ ສອນທະວົງ+ ກອງຫຼັງເບີ 35 ທິລະພົນ ປະຖຳມະວົງເບີ 3ຄຳສະຫງ່າ ພິມມະສອນ ເບີ 5 ອານຸລັກ ວັນນະລາດ ເບີ 27 ຈິດຕະກອນ ວັນນະຈອນ + ກອງກາງເບີ 7 ອານຸສອນ ໄຊປັນຍາເບີ 23 ຈັນທະວີພອນ ພູມສະຫວັນເບີ 29 ອານຸລັກ ໄຊຍະລາດ ຫົວຫນ້າທີມເບີ 22 ຍອດຊາຍ ສາຍອໍາພອນ+ ກອງຫນ້າເບີ 16 ກົງຢ່າງ ໄຟດ່າງຢ່າງຈົງຕົວ ເບີ 11 ສຸກພະຈັນ ເລື່ອນທະລາ ແຂ່ງຂັນຢູ່ທີ່ສະຫນາມກິລາຫນອງບົວລຳພູTier 2 International Match 28/07/2023Nongbua Pitchaya F.C 1-0 Laos U23 ສຳລັບໂປແກຣມການເດີນທາງຕໍ່ໄປຂອງ ທີມຊາດລາວ ແມ່ນຈະອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ແຂວງມະຫາສາລະຄາມ ປະເທດໄທ ໃນລະຫວ່າງວັນທີ 29-31 ກໍລະກົດ 2023.

Lampang FC 2-0 Laos U23
27/07/2023
Tier 2 International Match27/07/2023 Lampang FC 2-0 Laos U23

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວU23 ກ່ອນອອກເດີນທາງຝຶກຊ້ອມທີ່ໄທ
25/07/2023
ທ່ານ
ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)
ທັງເປັນຄະນະນຳທີມຊາດລາວU23ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວU23ໃນວັນທີ 25 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ
ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປຝຶກຊ້ອມຢູ່ແຂວງຫນອງບົວລຳພູ,ມະຫາສາລະຄາມ
ແລະຂອນແກ່ນປະເທດໄທລະຫວ່າງວັນທີ 26 ກໍລະກົດ ຫາ 04 ສິງຫາ 2023. ໃນການໂອ້ລົມທ່ານ
ຄຳໄພ່ ປຣະເສີດໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມເຂົ້້າສູ່ການແຂ່ງຂັນ100%ແລະຮຽກຮ້ອງໃຫ້ບັນດານັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາເກັບຕົວຝຶກຊ້ອມ ແລະ ຕັ້ງໃຈໃນການຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມ
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ແຂວງຣະຢອງ ປະເທດໄທໃຫ້ໄດ້ຕາມຈຸດປະສົງແລະແຜນການທີ່ວາງໄວ້.ສຳລັບລາຍຊື່ນັກກິລາທີ່ຈະເດີນທາງເກັບຕົວຝຶກຊ້ອມຄັ້ງນີ້,ທ່ານ
ອາເຣນ່າ
ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວU23ໄດ້ຄັດເລືອກເອົາ27
ຄົນມີດັ່ງນີ້:
+
ຜູ້ຮັກສາປະຕູ1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2.
ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3.
ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)+ ກອງຫຼັງ4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5.
ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
6.
ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
7.
ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
8. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)
9. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
10.
ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
11.
ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
12. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
13.
ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )
+ ກອງກາງ
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
15.
ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
16.
ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
17.
ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
18.
ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
19.
ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງຫນ້າ
20.
ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
21.
ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (
ລີກ 2 ນະຄອນຫຼວງ )
22.
ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (
ລີກ 2 ນະຄອນຫຼວງ )
23. ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
24. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
25. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
26 ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
27. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (
ລີກ 2 ນະຄອນຫຼວງ )
ສຳລັບການເດີນທາງຝຶກຊ້ອມ ທີ່ປະເທດໄທ ທີມຊາດລາວU23 ແມ່ນຈະອອກເດີນທາງໃນຕອນເຊົ້າ ວັນພຸດ 26 ກໍລະກົດ 2023.

ປະກາດລາຍຊື່ນັກກິລາ ຄັດເລືອກ ທີມຊາດລາວU23 ກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນU23ປະຈຳປີ 2023
10/07/2023
ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວຮຸ່ນອາຍຸບໍ່ເກີນ23ປີ ຫຼື U23 ໄດ້ຮວ່ມກັບ ຄະນະນຳສະຫະພັນບານເຕະແຫ່ງຊາດລາວແລະ ຄະນະຄູຝຶກຄັດເລືອກນັກກິລາຈຳນວນ34ຄົນເຂົ້າສູນຝຶກຊ້ອມ ທີມຊາດລາວU23 ກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023.ລາຍຊື່ນັກກິລາ 34 ຄົນທີ່ເຂົ້າຮ່ວມ ຄັດເລືອກທີມຊາດລາວU23ຄັ້ງນີ້ປະກອບມີ:+ ຜູ້ຮັກສາປະຕູ1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ3. ຊະນະໄຊ ສອນທະ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )4. ສໍລະສັກ ທິລະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ + ກອງຫຼັງ5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ6. ພົນສັກ ສີສະຫວາດ ຈາກ ສະໂມສອນກິລາບານເຕະ ເອສະຣາ7. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ8. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ9. ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ10. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )11. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )12. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )14. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ15. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ16. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )+ ກອງກາງ17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ18. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ19. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ20. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນກິລາບານເຕະ Oberachern ( ປະເທດເຢຍລະມັນ )21. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ22. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ23. ສູນທອນຄຸດ ພັນທະວົງໄຊ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )24. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ+ ກອງຫນ້າ25. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )26. ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )27. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ29. ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ30. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )31. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ32. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ33. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )34. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ ສຳລັບ ທີມຊາດລາວ U23 ແມ່ນຈະເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 10 ກໍລະກົດ 2023 ເປັນຕົ້ນໄປ.ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023. ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.