ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບປະທານສະຫະພັນບານເຕະແຫ່ງຊາດລາວ

13/02/2023

ໃນວັນທີ 13 ກຸມພາ 2023 ​ທີ່​​ ກະ​ຊວງ​ການ​ຕ່າງ​ປະ​ເທດ  ທ່ານ ສະ​ເຫຼີມໄຊ ກົມ​ມະ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີກະ​ຊວງການ​ຕ່າງ​ປະ​ເທດ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການເຂົ້າຢ້ຽມຂໍ່ານັບຂອງທ່ານ ວີ​ເພັດ ສີ​ຫາ​ຈັກ​ຣ ປະ​ທານ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ(ສຕລ) ພ້ອມ​ດ້ວຍ ທ່ານ ນາງ ກັນ​ຍາ ແກ້ວ​ມະ​ນີ ເລ​ຂາ​ທິ​ການ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ,ເພື່ອ​ເຂົ້າ​ລາຍງານ​ຜົນ​ສຳ​ເລັດ​ຂອງການ​ເລືອກ​ຕັ້ງ​ຄະນະບໍລິຫານງານບານ ເຕະນານາຊາດຫຼື FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກບັນ​ດາສະມາຊິກ ສະ​ຫະ​ພັນ​ບານ​ເຕະ​ອາ​ຊີ ເພື່ອເປັນຕົວແທນ ໃນການປະຕິບັດໜ້າທີ່ໃນຖານະຄະນະບໍລິຫານງານ ສະ​ຫະ​ພັນ​ບານ​ເຕະFIFA.

ໃນ​ໂອ​ກາດ​ດັ່ງ​ກ່າວ  ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ໄດ້​ກ່າວສະແດງຄວາມ​ຍ້ອງຍໍຊົມ​ເຊີຍ ທ່ານ ນາງ ກັນ​ຍາ ແກ້ວ​ມະ​ນີ ເລ​ຂາ​ທິ​ການສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດລ​າວ ທີ່​ໄດ້ຮັບ​ຕຳ​ແຫນ່ງ ເປັນຄະ​ນະ​ບໍ​ລິ​ຫານ​ງານ FIFA ,ອັນໄດ້​ສ້າງ​ກຽດ​ຊື່​ສຽງ​ມາໃຫ້ແກ່​ປະ​ເທດ​ຊ​າດແລະປະຊາຊົນເຮົາ ປຽບ​ເຫມືອນ​ນັກ​ການ​ທູດ​ທາງ​ດ້ານ​ກິ​ລາ ໂດຍ​ສະ​ເພາະ​ແມ່ນ​ເພດ​ຍິງຄົ​ນ​ລາວ​ທຳອິດທີ່​ໄດ້​ຮັບ​ຕຳ​ແຫນ່ງ​ໃນ​ເວ​ທີ​​ພາກ​ພື້ນແລະສາ​ກົນນີ້.

ທ່ານຮອງນາຍົກໄດ້ແນະນຳແລະອວຍພອນໃຫ້ທ່ານນາງກັນຍາແກ້ວມະນີຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມ,ຕັ້ງໜ້າແລະຫ້າວຫັນປະກອບສວ່ນໃນໜ້າທີ່ໃໝ່ທີ່ໄດ້ຮັບການມອບໝາຍດວ້ຍຜົນສຳເລັດ,ກ້າວ​ຫນ້າ​ຍິ່ງໆ​ຂຶ້ນ​.ທ່ານຮອງນາຍົກກ່າວວ່າ:ຜົນສຳເລັດນີ້,​ສະ​ທ້ອນ​ໃຫ້​ເຫັນ​ວ່າ​ ລ​ັດ​ຖະ​ບານ​ລາວ ມີ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ໃນການຊຸກ​ຍູ​້​ສົ່ງ​ເສີມ​ຕົວ​ແທນ​ບຸກຄະລາກອນ​ທີ່​ມີຄວາມຮູ້,ຄວາ​ມ​ສາ​ມາດ,ເພາະວ່າການ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ເວທີ​ສາ​ກົນ​ມັນ​ບໍ່​ແມ່ນ​ເລື້ອງ​ງ່າຍ,ຕ້ອງບົນ​ພື້ນ​ຖານ ຄ​ວາມ​ຮູ້ ຄວາມ​ສາ​ມາດ ຂອງ​ບຸກ​ຄົນ​ທີ່​ສະ​ເຫນີ​ລາຍ​ຊື່​ໃນ​ການ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ບານ​ເຕະ​ຟີ​ຟາ(FIFA).ຂະ​ນະ​ທີ່ ທ່ານ ນາງ ກັນ​ຍາ ແກ້ວ​ມະ​ນີ ເລ​ຂາ​ທິ​ການ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ,ໃນນາມຄະນະບໍລິຫານງານFIFAຄົນໃໝ່ກໍ​ໄດ້ນ້ອ​ມ​ຮັບ​ຄຳ​ອວຍ​ພອນ​ຂອງ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ທັງ​ຈະ​ປະ​ຕິດ​ບັດ​ຫນ້າ​ທີ່​ຂອງ​ຕົນ​ເອງ​ທີ່​ໄດ້​ຖືກມອບ​​ຫມາຍໃຫ້ມີຜົນງານດີທີ່ສຸດ​.