ປະກາດຮັບສະໝັກນັກກິລາເຍົາວະຊົນ ເຂົ້າຮ່ວມກິດຈະກຳສະຫລອງວັນເດັກນ້ອຍສາກົນ

26/05/2023

ເນື່ອງໃນໂອກາດວັນເດັກນ້ອຍສາກົນ,ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາ​ດ​ລາວ(ສຕລ)ຈະ​ໄດ້​ຈັດ​ກິດ​ຈະ​ກຳວັນ​ກິ​ລາ​ບານ​ເຕະ ສ​ຕ​ລ ( LFF FOOTBALL DAY ) ໃນ​ວັນ​ທີ 01 ມິ​ຖຸ​ນາ 2023 ຢູ່​ທີ່​ສູນ​ພັດ​ທະ​ນາ​ກິ​ລາ​ບານ​ເຕະ ຈຳ​ປີ - ຈຳ​ປາ, ສະ​ຫນາມ​ກິ​ລາ​ແຫ່ງ​ຊາດ(​ຫຼັກ16),ໃນ​ຮຸ່ນ​ອາ​ຍຸ​ລະ​ຫວ່າ​ງ 8-12 ປີ.
        ຈຸດປະສົງຂອງການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ ພ້ອມທັງເປີດໂອກາດໃຫ້ເຍົາ​ວະ​ຊົນລາວໄດ້​ຫລິ້ນ​ກິ​ລາ​ບານ​ເຕະໃຫ້ມີຄວາມມ່ວນຊື່ນກັບການຫຼີ້ນກີລາ,ມີຄວາມຮັກແພງ, ມີນ້ຳໃຈນັກກິລາທີ່ກ້າວໜ້າ,ເພາະການຫຼີ້ນກິລາຍັງສ້າງໃຫ້ເຍົາ​ວະ​ຊົນໄດ້ມີສຸຂະພາບແຂງແຮງ ມັກຮັກໃນກິລາບານເຕະ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.
         
ເຊີນຊວນພໍ່ແມ່ຜູ້ປົກຄອງເດັກແນະນຳລູກຫຼານຂອງຕົນເອງສະໝັກເຂົ້າຮວ່ມກິດຈະກຳນີ້.

ເຍົາ​ວະ​ຊົນ​ອາ​ຍຸ​ລະ​ຫວ່າງ 8- 12 ປີ ສາ​ມາດ​ລົງ​ທະ​ບຽນ Onlineໄດ້ທີ່​ລິ້ງ​ດັ່ງ​ກ່າວ​ນີ໊:  https://docs.google.com/forms/d/e/1FAIpQLSf6is72gYSvLOC93Qj9skPCj1FfqFKZ6edZh9M4PPVsmvbIEw/viewform

ຕິດ​ຕໍ່​ລົງ​ທະ​ບຽນ​ໄດ້​ທີ່​ເບີ: 02097744940,  02052213030