ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ2ແຂວງຈຳ​ປາ​ສັກ ອາ​ທິດ​ທີ5​ແຂ່ງ​ຂັນວັນ​ທີ07ກໍ​ລະ​ກົດ2023 ທີ່​ຜ່ານ​ມາ​,ຄູ່ສຸດ​ທ້າຍ​ທະ​ຫານ​ແຂວງ​ຈຳ​ປາ​ສັກບຽດ​ເອົາ​ຊະ​ນະລະ​ບຽງ​ພູ1-0ແບບວຸດວິດ ໂດຍ​ໄດ້​ປະ​ຕູ​ຈາກກັງສິນ ຈັນ​ທະ​ວົງ ໃນນາ​ທີ41.ສວ່ນຫົວ​ແຊ ເສຍ​ໃຫ້ ບາ​ຈຽງ0-1,ສີ​ອຳ​ພອນ ຊະ​ນະ ນ້ຳ​ດື່ມ ນາ​ດາ5-1,ວັນ​ທີ08ກໍ​ລະ​ກົດ2023ປກ​ສ ແຂ​ວງຈຳ​ປາ​ສັກ ຊະ​ນະ ສີ​ລາ​ເພັດ3-1.

​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນ ອັນ​ດັບ1ທະ​ຫານ​ແຂວງຈຳ​ປາ​ສັກ ລົງ​ສະ​ຫນາມ12ນັດ ຊະ​ນະ8ນັດ ສະ​ເຫມີ3ນັດ ເສຍ1ນັດ ມີ27ຄ​ະ​ແນນ,ອັນ​ດັບ2ລະ​ບຽງພູ ລົງ​ສະ​ຫນາມ12ນັດ ຊະ​ນະ8ນັດ ສະ​ເຫມີ1ນັດ ເສຍ3ນັດ ມີ25ຄະ​ແນນ,ອັນ​ດັບ3ບາ​ຈຽງ ລົງ​ສະ​ຫນາມ12ນັດ ຊະ​ນະ7ນັດ ສະ​ເຫມີ2ນັດ ເສຍ3ນັດ ມີ23ຄະ​ແນນ,ອັນ​ດັບ4ປກ​ສ ແຂວງ​ຈຳ​ປາ​ສັກ ລົງ​ສະ​ຫນາມ12ນັດ ຊະ​ນະ6ນັດ ສະ​ເຫມີ3ນັດ ເສຍ3ນັດ ມີ21ຄະ​ແນນ,ອັນ​ດັບ5ສີ​ອຳ​ພອນ ລົງ​ສະ​ຫນາມ12ນັດ ຊະ​ນະ4ນັດ ສະ​ເຫມີ3ນັດ ເສຍ5ນັດ ມີ15ຄະ​ແນນ,ອັນ​ດັບ6ສີ​ລາ​ເພັດ ລົງ​ສະ​ຫນາມ12ນັດ ຊະ​ນະ3ນັດ ສະ​ເຫມີ1ນັດ ເສຍ8ນັດ ມີ10ຄະ​ແນນ,ອັນ​ດັບ7ຫົວ​ແຊ ລົງ​ສະ​ຫນາມ12ນັດ ຊະ​ນະ3ນັດ ສະ​ເຫມີ1ນັດ ເສຍ8ນັດ ມີ10ຄະ​ແນນ ແລະ ອັນ​ດັບ ສຸ​ດ​ທ້າຍ ນ້ຳ​ດື່ມ ນາ​ດາ ລົງ​ສະ​ຫນາມ12ນັດ ຊະ​ນະ2ນັດ ເສຍ10ນັດ ມີ6ຄະ​ແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປ​ອາ​ທິດ13ຈະ​ມີ​ຂຶ້ນ ວັນ​ທີ15ກໍ​ລະ​ກົດ2023ເວ​ລາ13:30ຫົວ​ແຊ ພົບ ລະ​ບຽງ​ພູ,ເວ​ລ​າ15:30ສີ​ລາ​ເພັດ ພົບ ບາ​ຈຽງ ແລະ ວັນ​ທີ16ກໍ​ລະ​ກົດ2023ເວ​ລາ13:30ປກ​ສ​ແຂ​ວງ​ຈຳ​ປາ​ສັກ ພົບ ສີ​ອຳ​ພອນ,ເວ​ລ​າ15:30ທະ​ຫານ​ແຂວງ​ຈຳ​ປາ​ສັກ ພົບ ນ້ຳ​ດື່ມ​ນາ​ດາ ທຸກໆ​ຄູ່​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຈຳ​ປາ​ສັກ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ60ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.