ສະຫວັນ ຢູໄນເຕັດຂຶ້ນເປັນທີມນຳການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ຍັງເຫລືອການແຂ່ງຂັນ 1 ນັດ

07/08/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 9 ຮອບຂາກັບ ໃນອາທິດຜ່ານມາ ວັນເສົາ 05 ສິງ​ຫາ 2023 ລີລາວະດີ ສອງຄອນ ຊິຕີ້ ເສຍ​ໃຫ້ ໂພໄຊນ້ອຍ 1-2, ອານັນ ອາໄຫຼ່ ເສຍ​ໃຫ້ ດາຣກວູຟ ຢູໄນເຕັດ 1-2 ແລະ ວັນ​ອາ​ທິດ 06 ສິງ​ຫາ 2023 ສະຫວັນ ຢູໄນເຕັດ ຊະ​ນະ ໄຮຢີນ້າ 6-1.

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ ສະ​ຫວັນ ຢູ​ໄນ​ເຕັດ ແຊງ ອາ​ນັນ ອາ​ໄຫລ່ ຂຶ້ນ​ມາ​ຢູ່​ອັນ​ດັບ 1ຄື ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20ຄະແນນ,ຖ້າ​ຫາກ​ນັດ​ສຸດ​ທ້າຍ​ສາ​ມາດເອົາ​ຊະ​ນະໄດ້​ກໍ​ເປັນ​ແຊ້ມ​ທັນ​ທີ.ອັນດັບ 2 ອາ​ນັນ ອາ​ໄຫລ່ ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 19ຄະແນນ, ອັນດັບ 3 ດາຣກວູຟ ລົງສະໜາມ 9 ນັດ ຊະນະ 4ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 13 ຄະແນນ,ອັນດັບ 4 ໂພ​ໄຊ​ນ້ອຍ ລົງສະໜາມ 9 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 4 ນັດ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະໜາມ 9 ນັດ ຊະນະ 2 ນັດ ສະເໝີ3 ນັດ ເສຍ 4 ນັດ ມີ 9 ຄະແນນ, ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 9 ນັດ ຊະນະ 1 ນັດ ສະເໝີ 1 ນັດ ເສຍ 7 ນັດ ມີ 4 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນໃນອາທິດນີ້ ວັນເສົາ 12 ສິງຫາ 2023 ເວລ 15:00 ລີ​ລາ​ວະ​ດີ ສອງ​ຄອນ ພົບ ດາຣກວູຟ ຢູໄນເຕັດ ແລະ ວັນ​ອາ​ທິດ 13 ສິງ​ຫາ 2023 ເວລາ 13:30 ອາ​ນັນ ອາ​ໄຫລ່ ພົບ ໄຮ​ຢີ​ນ້າ ແລະ ເວ​ລາ 16:00 ສະຫວັນ ຢູໄນເຕັດ ພົບ ໂພ​ໄຊ​ນ້ອຍ. ຫລັງ​ຈາກ​ຈົບ​ການ​ແຂ່ງ​ຂັນ​ຄູ່​ສຸດ​ທ້າຍ​ແມ່ນ​ຈະ​ມີ​ພິ​ທີ​ມອບ​ຂັນ​ລາງວັນ​ຕ່າງໆ ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ( Free) ແລະ ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.