HBT 941ຮັກສາສະຖິຕິບໍ່ເສຍໄຊໃນລາວລີກ 2 ນະຄອນຫຼວງວຽງຈັນ

23/08/2023

ການແຂ່ງຂັນເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ນັດທີ 15 ທ້າຍອາທິດຜ່ານມາ, ຄູ່ໜ້າສົນໃຈ HBT 941 ທີມນຳ ເອົາຊະນະ ເຄ​ພີ​ເອັ​ສ 11-0,ສວ່ນຜົນຄູ່ອື່ນໆ: ໄອ​ສະ​ປອດ ສະ​ເຫມີ ເມືອງ​ຫາດ 0-0, ທ​ຣີ​ນີ​ຕີ ເສຍ​ໃຫ້ ເຄ​ເອັ​ມ​ທີ 0-3, ຈັນທະບູລີ ພົບກັບ ເອັສ​ທີ​ທີ ແມ່ນເລື່ອນການແຂ່ງຂັນ, ຈັນ​ສີ ສະ​ເຫມີ ມ​ຊ ແລະ ຄິງດອມ ຊະ​ນະ ເອັ​ສ​ອີ​ຊີ 3-1.

ຕາຕະລາງຄະແນນໃນ​ເວລານີ້ HBT 941 ຍຶດຕຳແໜ່ງທີມນຳບໍ່ເຄີຍເສຍໃຫ້ທິມໃດຕໍ່ໄປ ລົງ​ສະ​ຫນາມ15 ນັດ ຊະນະ 13 ນັດ ສະເໝີ 2ນັດ ມີ 48 ຄະແນນ, ຮອງລົງມາ ເຄ​ເອັມ​ທີ ລົງ​​ສະ​ຫນາມ 15 ນັດ ຊະ​ນະ 8 ນັດ​ ສະ​ເຫມີ 4 ນັດ ເສຍ 3 ນ​ັດ ມີ 28 ຄະ​ແນນ, ອັນ​ດັບ 4 ຈັນ​ທະ​ບູ​ລີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 7 ນັດ ສະ​ເຫມີ 4 ນັດ ມີ 25 ຄະ​ແນນ, ອັນ​ດັບ 5 ໄອ​ສະ​ປອດ, ອັນ​ດັບ 6 ຄິງດອມ, ອັນ​ດັບ 7 ເອັ​ສ​ທີ​ທີ, ອັນດັ​ບ 8 ມ​ຊ, ອັນ​ດັບ 9 ຈັ​ນ​ສີ, ອັນ​ດັບ 10 ເອັ​ສ​ອີ​ຊີ, ອັນ​ດັບ 11 ທ​ຣີ​ນີ​ຕີ ແລະ ອັນ​ດັບ​ສຸດ​ທ້າຍ ເຄ​ພີ​ເອັ​ສ.ຂະ​ນະ​ທີ​​ຜູ້​ຍິງ​ປະ​ຕູ​ສູງ​ສຸດ ອັນ​ດັບ 1 ສຸກ​ສະ​ຫວັນ ໄຊ​ຍະ​ລິນ ຈາກ ເຮັ​ສ​ບີ​ທີ 941 ຍິງ​ໄດ້ 16 ປະ​ຕູ, ອັນ​ດັບ 2 ນິ​ລັນ ຫຼວງ​ສີ​ສົມ​ບັດ ຈາກ ໄອ​ສະ​ປອດ ຍິງ​ໄດ້ 14 ປະ​ຕູ,

ສຳລັບ ເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່​ຕ້ອງ​ມີເງື່ອນໄຂຄົບ​ຖວ້ນຕາມສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວກຳນົດໄວ້.