Women Football

Women Football

News about Women Football

News Cover

ຈັດກິດຈະກຳບານເຕະຍິງເຍົາວະຊົນ ພາຍໃຕ້ໂຄງການ "FIFA Women’s Football Campaign 2026" ຄັ້ງທີ 4 ທີ່ ແຂວງ ບໍ່ແກ້ວ

09/11/2026

       ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບສະຫະພັນບານເຕະນາໆຊາດ (FIFA) ແລະ ສະຫະພັນບານເຕະ ແຂວງ ບໍ່ແກ້ວ ໄດ້ຈັດກິດຈະກຳບານເຕະຍິງເຍົາວະຊົນ "FIFA Women’s Football Campaign 2026" ຄັ້ງທີ 4 ຂຶ້ນໃນວັນທີ 6 ພະຈິກ 2026 ທີ່ ສະໜາມກິລາ ແຂວງ ບໍ່ແກ້ວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນນະສອນ ໂພທິປັນຍາ ປະທານ ສະຫະພັນກິລາບານເຕະ ແຂວງ ບໍ່ແກ້ວ, ທ່ານ ນາງ ສຸດາລີ ສີສຸວົງ ແລະ ທ່ານ ນາງ ສີວິໄລ ພົມມີສຸກ ຄະນະອະນຸກຳມະການບານເຕະຍິງ ສຕລ ພ້ອມທັງເດັກຍິງຈໍານວນ 200 ຄົນ ຈາກ 8 ໂຮງຮຽນ, ຄູຝຶກ 20 ທ່ານ. ພ້ອມດ້ວຍຕົວແທນນັກກິລາທີມຊາດຍິງ ຮຸ່ນ U17 ແລະ ທີມຊາດຍິງ ຊຸດໃຫຍ່ກໍ່ເຂົ້າຮ່ວມກິດຈະກຳ ແລະ ແບ່ງປັນປະສົບການນຳນ້ອງນັກຮຽນໃນຄັ້ງນີ້.


      ໃນໂອກາດນີ້ ທ່ານ ນາງ ສຸດາລີ ສີສຸວົງໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການພັດທະນາບານເຕະຍິງ ໂດຍມຸ່ງເນັ້ນການເປີດໂອກາດໃຫ້ແມ່ຍິງ ແລະ ເດັກຍິງໄດ້ເຂົ້າເຖິງກິລາບານເຕະຢ່າງທົ່ວເຖິງ ພ້ອມທັງໄດ້ຮຽນຮູ້ທັກສະ ແລະ ມ່ວນຊື່ນກັບການຫຼິ້ນບານເຕະໃນບັນຍາກາດທີ່ປອດໄພ. ໃນນັ້ນ ທ່ານ ນາງ ສຸດາລີ ສີສຸວົງໄດ້ກ່າວວ່າ: "ການພັດທະນາບານເຕະຍິງ ບໍ່ແມ່ນພຽງແຕ່ການສ້າງນັກກິລາທີ່ເກັ່ງຂຶ້ນ ແຕ່ຍັງເປັນການສ້າງສຸຂະພາບທີ່ດີ, ຄວາມໝັ້ນໃຈ, ໂອກາດ ແລະ ຄວາມຝັນໃຫ້ແກ່ແມ່ຍິງ ແລະ ເດັກຍິງລາວ. ກິດຈະກຳຄັ້ງນີ້ ຈຶ່ງເປັນອີກກ້າວສຳຄັນໃນການສ້າງແຮງບັນດານໃຈໃຫ້ເດັກຍິງຮຸ່ນໃໝ່ ກ້າຝັນ, ກ້າລົງມືເຮັດ ແລະ ກ້າກ້າວສູ່ວົງການບານເຕະ ພ້ອມຮ່ວມກັນຂະຫຍາຍຖານບານເຕະຍິງລາວໃຫ້ເຂັ້ມແຂງຈາກສູນກາງສູ່ທ້ອງຖິ່ນ."

News Cover

ສຕລ ຮ່ວມກັບ FIFA ຈັດຝຶກອົບຮົມກ່ຽວກັບ “ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ”

15/10/2026

          ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2026 ຢູ່ທີ່ ໂຮງແຮມ ລາວເທລ ນະຄອນຫຼວງວຽງຈັນ, ສະຫະພັນແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນບານເຕະນາໆຊາດ (FIFA) ໄດ້ຈັດຝຶກອົບຮົມກ່ຽວກັບ “ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ” (Commercial Strategy & Club Licensing Workshop) ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ, ທ່ານ ນາງ SAFIA ABDEK DAYEM ແລະ ທ່ານ ນາງ NATCHA TARATEERASARN ຊ່ຽວຊານຈາກ FIFA, ພ້ອມດ້ວຍຕົວແທນຈາກອະນຸກຳມະການບານເຕະຍິງ ສຕລ, ບັນດາສະໂມສອນບານເຕະໃນ ລາວລີກຍີງ ແລະ ລາວລີກ 1, ວິຊາການຈາກ ສຕລ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມໜ້າ. 


          ໃນຊ່ວງເປີດງານ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ໄດ້ຂຶ້ນກ່າວວ່າ: “ຫລັກສູດຝຶກອົບຮົມໃນຄັ້ງນີ້, ຖືວ່າເປັນບາດກ້າວຫນຶ່ງທີ່ສຳຄັນ ເວົ້າລວມກໍຂອງ ສຕລ ເພື່ອພັດທະນາກິລາບານເຕະ ຍິງ-ຊາຍ ໃນ ສປປ ລາວ ໃຫ້ກ້າວສູ່ມາດຕະຖານມືອາຊີບ ແລະ ເພື່ອເສີມສ້າງສັກກະຍະພາບໃຫ້ບຸກຄະລາກອນທີ່ເຮັດວຽກໃນຂົງເຂດກິລາບານເຕະ ໃຫ້ມີບາດກ້າວທີ່ເຂັ້ມແຂງຂຶ້ນຕື່ມ ແລະ ທັງເປັນໂອກາດໃນການແລກປ່ຽນບົດຮຽນແບ່ງປັນປະສົບການຈິງຮ່ວມກັນ ເພື່ອສັງລວມຂໍ້ມູນສຳລັບການສ້າງແຜນຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ ໃຫ້ເປັນລະບົບທີ່ຮັດກຸມ ແລະ ມີການພັດທະນາຍົກລະດັບສະໂມສອນບານເຕະໃຫ້ສູງຂຶ້ນໄປເລື້ອຍໆ.”


          ສຳລັບການຈັດຝຶກອົບຮົມກ່ຽວກັບ ຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ ນີ້້ຈະຈັດຂຶ້ນ 3 ມື້ ໃນລະຫວ່າງວັນທີ 15 – 17 ຕຸລາ 2026, ຜູ້ເຂົ້າຮ່ວມຈະໄດ້ມີໂອກາດຮຽນຮູ້ ແລະ ຮັບຟັງປະສົບການຕົວຈິງຈາກຊ່ຽວຊານຈາກ FIFA ແລະ ວິທະຍາກອນທີ່ມີປະສົບການໃນວົງການບານເຕະ ລະດັບສະໂມສອນຊັ້ນນໍາຈາກ ປະເທດ ໄທ ແລະ ສປປ ລາວ, ຮຽນຮູ້ເຖິງຄວາມສຳຄັນກ່ຽວກັບການອອກໃບອະນຸຍາດສະໂມສອນຂອງ ສະຫະພັນບານເຕະອາຊີ (AFC), ລະບົບການອອກໃບອະນຸຍາດສະໂມສອນກິລາບານເຕະ ໃນ ສປປ ລາວ ແລະ ໂຄງການຍຸດທະສາດການຄ້າຂອງ FIFA. 


           ເປົ້າໝາຍຫຼັກຂອງການເປີດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປີດໂອກາດໃຫ້ບັນດາສະໂມສອນບານເຕະທີ່ແຂ່ງຂັນໃນລະດັບລີກສູງສຸດຂອງ ສປປ ລາວ ນຳເອົາບົດຮຽນກ່ຽວກັບການສ້າງແຜນຍຸດທະສາດການຄ້ານີ້ໄປປັບໃຊ້ກັບສະໂມ ສອນຂອງຕົນໄດ້ ເພື່ອການບໍລິຫານການເງິນແບບຍືນຍົງ. ພ້ອມດຽວກັນນັ້ນ, ກໍ່ເພື່ອກະກຽມບັນດາສະໂມສອນບານ ເຕະຍິງໃນ ສປປ ລາວ ໃຫ້ມີຄວາມພ້ອມ ເພື່ອຮັບມືກັບກົດລະບຽບການອອກໃບອະນຸຍາດສະໂມສອນບານເຕະຍິງໃນອານາຄົດ ທີ່ທາງ AFC ຈະເລີ້ມບັງຄັບໃຊ້ໃນສົກປີ 2028 ເປັນຕົ້ນໄປ. 


           ສຳລັບໂຄງການຍຸດທະສາດການຄ້າຂອງ FIFA ນີ້ ຖືເປັນໜຶ່ງໃນຫຼາຍໆໂຄງການການພັດທະນາບານເຕະຍິງທີ່ທາງ FIFA ໄດ້ວາງອອກ ເພື່ອຊ່ວຍເຫຼືອສະມາຊິກ 211 ປະເທດ. ເປົ້າໝາຍຫຼັກແມ່ນ ເພື່ອສ້າງຄວາມເຂັ້ມແຂງ ແລະ ມູນຄ່າທາງການຄ້າສຳລັບລີກຍິງໃນທົ່ວໂລກ ໃຫ້ສາມາດສ້າງລາຍຮັບ ແລະ ຄວາມຍືນຍົງທາງການເງິນໄດ້ດ້ວຍໂຕເອງໃນໄລຍະຍາວ. 


          ໂຄງການຍຸດທະສາດການຄ້ານີ້ ໄດ້ເລີ່ມທົດລອງປະຕິບັດໃນ ປີ 2025 ໂດຍມີ 2 ປະເທດເຂົ້າຮ່ວມ ແລະ ໃນປີ 2026 ແມ່ນໄດ້ເປີດໂຕຢ່າງເປັນທາງການ ເເລະ ເປີດໂອກາດໃຫ້ບັນດາປະເທດສະມາຊິກຂອງ FIFA ສະໝັກ ເພື່ອຍາດແຍ່ງໂອກາດເຂົ້າຮ່ວມໂຄງການ ເຊິ່ງຜ່ານການສະໝັກ ມີທັງໝົດ 12 ປະເທດທີ່ໄດ້ຮັບທຶນ ຄື: 




1. Canada


2. Finland


3. Germany


4. Ghana


5. India


6. Jordan


7. Lithuanla


8. Mexico


9. Netherland


10. Paraguay


11. Scotland


12. Sweden


               ສ່ວນ ສປປ ລາວ ເປັນປະເທດທີ່ 13 ທີ່ໄດ້ຮັບການຊ່ວຍເຫຼືອພິເສດ ຍ້ອນເງື່ອນໄຂ ແລະ ການຂະຫຍາຍໂຕຂອງ ລີກຍິງ ໃນ ສປປ ລາວ ແມ່ນຖືວ່າຍັງບໍ່ທຽບເທົ່າກັບບັນດາ 12 ປະເທດທີ່ກ່າວມາຂ້າງເທິງ. ບວກດ້ວຍຄວາມຕັ້ງໃຈ ແລະ ການນຳສະເໜີທີ່ກົງໄປກົງມາເຖິງສະພາບຄວາມເປັນຈິງຂອງບານເຕະໃນ ສປປ ລາວ, ເຮັດໃຫ້ທີມງານ FIFA ມີຄວາມສົນໃຈ ແລະ ໄດ້ຮັບການພິຈາລະນາເຂົ້າຮ່ວມໂຄງການໃນທີ່ສຸດ. 









News Cover

ຈັດກິດຈະກຳບານເຕະ FIFA Women’s Football Campaign ຄັ້ງທີ 3 ທີ່ແຂວງ ວຽງຈັນ

19/09/2026

         ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບ FIFA ແລະ ສະຫະພັນບານເຕະ ແຂວງວຽງຈັນ ຈັດກິດຈະກຳບານເຕະຍິງ FIFA Women’s Football Campaign 2026 ຂື້ນໃນວັນທີ 19 ກັນຍາ 2026ທີ່ ວິທະຍາໄລເຕັກນິກ ແຂວງ ວຽງຈັນ ,ເພື່ອສ້າງແຮງບັນດານໃຈໃຫ້ກັບເຍົາວະຊົນລາວ ຮຸ່ນອາຍຸ 10 – 16 ປີ ໃຫ້ມາຫລິ້ນກິລາບານເຕະໃຫ້ຫລາຍຂຶ້ນ ເປັນກຽດເຂົ້າຮ່ວມມີ ທ່ານ ນ. ພູໄຊ ແພງພົງ, ຄະນະບໍລິຫານງານ ສຕລ, ທ່ານ ຂັນທອງ ດວງປະເສີດ ປະທານ ສະຫະພັນກິລາບານເຕະແຂວງວຽງຈັນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ, ນັກກິລາ ທີມຊາດຍິງ, ນ້ອໆເຍົາວະຊົນ ແລະ ສື່ມວນຊົນ ເຂົ້າຮ່ວມ.


        ໃນພິທີ ທ່ານ ນ. ພູໄຊ ແພງພົງໄດ້ກ່າວເປີດງານວ່າ:ການຈັດກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ໃນປີ 2026 ເປັນອີກໜຶ່ງໂອກາດສຳຄັນໃນການເປີດພື້ນທີ່ໃຫ້ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ລາວໄດ້ເຂົ້າຮ່ວມກິລາບານເຕະຫຼາຍຂຶ້ນ ແລະ ໄດ້ຮຽນຮູ້ທັກສະບານເຕະໃນບັນຍາກາດທີ່ມ່ວນຊື່ນ ແລະ ປອດໄພ.


ທ່ານ ນາງ ພູໄຊ ແພງພົງ ເນັ້ນຕື່ມວ່າ ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການພັດທະນາບານເຕະຍິງ ໂດຍມຸ່ງເນັ້ນການສ້າງໂອກາດໃຫ້ແມ່ຍິງ ແລະ ເດັກຍິງໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ພ້ອມທັງສົ່ງເສີມຄູຝຶກ, ແລະ ບຸກຄະລາກອນຍິງໃຫ້ເຂົ້າມາມີບົດບາດໃນວົງການບານເຕະຫຼາຍຂຶ້ນ.“ການພັດທະນາບານເຕະຍິງ ບໍ່ແມ່ນພຽງແຕ່ການສ້າງນັກກິລາໃຫ້ເກັ່ງຂຶ້ນເທົ່ານັ້ນ ແຕ່ຍັງເປັນການສ້າງສຸຂະພາບທີ່ດີ, ສ້າງໂອກາດ, ຄວາມໝັ້ນໃຈ ແລະ ຄວາມຝັນໃຫ້ແກ່ແມ່ຍິງ ແລະ ເດັກຍິງລາວ.”


ທ່ານ ນາງ ພູໄຊ ແພງພົງ ຍັງຄາດຫວັງວ່າ ກິດຈະກຳໃນຄັ້ງນີ້ຈະເປັນອີກບາດກ້າວສຳຄັນໃນການສ້າງແຮງບັນດານໃຈ ແລະ ຄວາມສົນໃຈໃນກິລາບານເຕະ ໃຫ້ແກ່ແມ່ຍິງ, ເດັກຍິງ ແລະ ເຍົາວະຊົນຍິງ ພ້ອມທັງຮ່ວມກັນຂະຫຍາຍຖານບານເຕະຍິງໃຫ້ເຂັ້ມແຂງຈາກສູນກາງລົງສູ່ທ້ອງຖິ່ນ.


ສຳລັບກິດຈະກຳບານເຕະຍິງຂອງໂຄງການ FIFA Women’s Football Campaign ປີ 2026 ທີ່ ແຂວງວຽງຈັນ ຍັງໄດ້ຮັບການຮ່ວມກິດຈະກຳຈາກທີມຊາດຍິງລາວ U17 ທີ່ກຳລັງກະກຽມເຂົ້າຮ່ວມ AFC U-17 Women’s Asian Cup 2027 Qualifiers, ພ້ອມດ້ວຍຄູຝຶກ 20 ທ່ານ ແລະ ເດັກຍິງ 200 ຄົນ ຈາກ 5 ໂຮງຮຽນ. ການຮ່ວມກິດຈະກຳຄັ້ງນີ້ ນອກຈາກຈະສ້າງແຮງບັນດານໃຈໃຫ້ແກ່ເດັກຍິງຮຸ່ນໃໝ່ແລ້ວຍັງເປັນໂອກາດສຳຄັນໃນການຮ່ວມສ້າງມິດຕະພາບ ແລະ ສາຍສຳພັນໃໝ່ໆ ລະຫວ່າງ ບັນດາຜູ້ເຂົ້າຮ່ວມ.

News Cover

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026

07/09/2026

🔰ສະຫລຸບ ຜົນການແຂ່ງຂັນບານເຕະ ລາວລີກຍິງ 2026

1️⃣🏆🥇 ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ໄດ້ຮັບຂັນ, ຫລຽນລາງວັນ ແລະ ເງິນຈຳນວນ 300 ລ້ານກີບ.

2️⃣ ສະໂມສອນ ກອງທັບ ເອັຟຊີ ໄດ້ຮັບເງິນຈຳນວນ 100 ລ້ານກີບ

3️⃣ ສະໂມສອນ ເມດີຄໍ ເອັຟຊີ ໄດ້ຮັບເງິນຈຳນວນ 50 ລ້ານກີບ

4️⃣ ສະໂມສອນ ມາດສເຕີ້ ເອັຟຊີ

5️⃣ ສະໂມສອນ ເອັສອີຊີ ຢູໄນເຕັດ

6️⃣ ສະໂມສອນ ບໍລິຄຳໄຊ ເອັຟຊີ

7️⃣ ສະໂມສອນ ເຊໂນ ເອັຟຊີ

8️⃣ ສະໂມສອນ ໄຊເສດຖາ ເອັຟຊີ

9️⃣ ສະໂມສອນ ເຄພີເອັສ ເອັຟຊີ

🛑ລາງປະເພດບຸກຄົນ ມີລາງວັນດັ່ງນີ້:

🔰 ຄູຝຶກດີເດັ່ນ

'' ຕີ່ນີ່ ບຸນມະໄລ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ

🔰 ຜູ້ຮັກສາປະຕູດີເດັ່ນ

'' ພັດທະລາວະດີ ສໍໂພທິຣາຊ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ

🔰 ນັກກິລາຍິງປະຕູສູງສຸດ ແລະ ນັກກິລາດີເດັ່ນ

'' ອັນນ່າ ແກ້ວອ່ອນສີ '' ຈາກ ສະໂມສອນ ມັດສະດ້າ ຈີບີ ເອັຟຊີ ລົງສະຫນາມ 16 ນັດ ຍິງໄດ້ 53 ປະຕູ

🔰 ກຳມະການດີເດັ່ນ

1. ທ່ານ ນາງ ແກ້ວມະນີ ເພັງເມືອງຄຸນ

2. ທ່ານ ນາງ ພຸດສະຫວັນ ຈັນທະວົງ

3. ທ່ານ ນາງ ໜູໜິງ ອິນທະວົງ

4. ທ່ານ ນາງ ກອງຄຳ ໄຊສົມບູນ

     ສະໂມສອນ ມັດສະດ້າ ຈີບີ ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງ ຊີງແຊ້ມ ອາຊີ ລະດູການ 2027/28 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກຍິງ 2026

🌐 www.laoff.org.la

#LaoWomenLeague2026 #Daretoplay #ກ້າທີ່ຈະສູ້ #FIFAFORWARD #EVO #DONGLUCSPORT #LAOTELECOM


News Cover

ການແຂ່ງຂັນ ບານເຕະ ລາວລີກຍິງ 2026 ຈະເລີ່ມແຂ່ງຂັນ ວັນທີ 19 ມິຖຸນາ 2026

26/05/2026

ການແຂ່ງຂັນ ບານເຕະ ລາວລີກຍິງ 2026 Lao Women's League 2026 ຈະເປີດສາກຢ່າງເປັນທາງການໃນວັນທີ 19 ມິຖຸນາ ຫາ 30 ສິງຫາ 2026, ຮູບແບບການແຂ່ງຂັນ ແບບລີກ ພົບກັນໝົດທັງ 2 ຮອບ ເພື່ອສະສົມຄະແນນ ໂດຍມີ 9 ທີມ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ມາດສເຕີ ( ແຊ້ມເກົ່າ )

2. ສະໂມສອນ ເອັສອີຊີ ຢູໄນເຕັດ

3. ສະໂມສອນ ມັດສະດ້າ ຈີບີ

4. ສະໂມສອນ ເຊໂນ

5. ສະໂມສອນ ເອວເອັສເອັມຊີ ເມດີຄໍ

6. ສະໂມສອນ ກອງທັບ

7. ສະໂມສອນ ໄຊເສດຖາ

8. ສະໂມສອນ ບໍລິຄໍາໄຊ

9. ສະໂມສອນ ເຄພີເອັັສ

  ສໍາລັບ ທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດໜູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ໄດ້ 100 ລ້ານກີບ ແລະ ອັນດັບ 3 ໄດ້ 50 ລ້ານກີບ, ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນລວມມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜວ່ຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1ໜວ່ຍ ແລະ ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜວ່ຍ.

       ສະໂມສອນ ທີ່ຊະນະເລີດ ການແຂ່ງຂັນ ບານເຕະ ລາວລີກຍິງ 2026 ຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງ ຊີງແຊ້ມ ອາຊີ ລະດູການ 2027/28 .

News Cover

ບົດສະຫລຸບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026

15/05/2026

ບົດສະຫລຸບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026

🏆 ຊະນະເລີດ : ສະໂມສອນ ມາດສເຕີ ໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 50 ລ້ານກີບ.

🥈ອັນດັບທີ 2 : ສະໂມສອນ ເອັສອີຊີ ໄດ້ຮັບຫລຽນ ແລະ ເງິນຈຳນວນ 25 ລ້ານກີບ.

🔰 ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : '' ອັນນ່າ ແກ້ວອ່ອນສີ '' ສະໂມສອນ ມາດສເຕີ້ ລົງສະຫນາມ 6 ນັດ ຍິງໄດ້ 22 ປະຕູ ເປັນນັກກິລາດີເດັ່ນປະຈຳນັດແຂ່ງຂັນທັງຫມົດ 4 ນັດ.

🔰 ຜູ້ຮັກສາປະຕູດີເດັ່ນ : '' ໄອລີນ ວິໄລສິດ '' ຈາກ ສະໂມສອນ ມາດສເຕີ ລົງສະຫນາມ 5 ນັດ ເສຍ 2 ປະຕູ.

🔰 ຄູຝຶກດີເດັ່ນ : '' ໂອເລ່ ຈັນທະວົງ '' ຄູຝຶກ ສະໂມສອນ ມາດສເຕີ້


News Cover

ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ກຽມເປີດສາກຄວາມມັນ ວັນທີ 3 ພຶດສະພາ 2026

23/04/2026

       ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026 ມີ 10 ທີມເຂົ້າຮ່ວມການແຂ່ງຂັນປະກອບມີ: ສະໂມສອນ ບານເຕະ ມາດສເຕີ, ສະໂມສອນ ບານເຕະ ແຂວງບໍລິຄຳໄຊ, ສະໂມສອນ ບານເຕະ ພົມມະທັດ, ສະໂມສອນ ບານເຕະ ເອສອີຊີ , ສະໂມສອນ ບານເຕະ ເຄພີເອັສ, ສະໂມສອນ ບານເຕະ ຈຳປີ - ຈຳປາ, ສະໂມສອນ ບານເຕະ ແຂວງສາລະວັນ, ສະໂມສອນ ບານເຕະ ໄຊເສດຖາ, ສະໂມສອນ ບານເຕະ ຈີ - ຈູເນຍ ແລະ ສະໂມສອນ ບານເຕະ ເຊໂນ.

       ການແຂ່ງຂັນລາຍການດັ່ງກ່າວແມ່ນຈະເລີ່ມເປີດສາກຢ່າງເປັນທາງການ ວັນທີ 3 ຫາ 15 ພຶດສະພາ 2026 ຮູບແບບຂອງການແຂ່ງຂັນແມ່ນແບບແບ່ງກຸ່ມ ເຊິ່ງແຕ່ລະກຸ່ມຈະມີ 5 ທີມ, ອັນດັບ 1 – 2 ຂອງແຕ່ລະກຸ່ມ ຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ , ການແຂ່ງຂັນຄັ້ງນີ້ຈະນໍາໃຊ້ 2 ສະຫນາມຄື: ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ສະຫນາມ 1 ແລະ ສະຫນາມ 2.

      ເງິນລາງວັນ ອັນດັບ 1 ໄດ້ຮັບເງິນ 50,000,000 ກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນຊະນະເລີດ ແລະ ອັນດັບ 2 ໄດ້ຮັບເງິນ 25,000,000 ກີບ ພ້ອມຫຼຽນລາງວັນ, ສ່ວນລາງວັນປະເພດບຸກຄົນ ມີລາງວັນ: ນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ

      ເຊີນຊວນແຟນບານເຕະຍິງທຸກໆທ່ານ ເຂົ້າຮ່ວມຊົມຮ່ວມເຊຍການແຂ່ງຂັນລາຍການນີ້ສ່ວນຕາຕະລາງແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

News Cover

ສຕລ ຮ່ວມກັບ ສຕຂ ຫຼວງນໍ້າທາ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ

10/03/2026

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງຫຼວງນໍ້າທາ(ສຕຂ)ໄດ້ຮ່ວມກັນຈັດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ 116 ປີ ຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາບານເຕະແຂວງ ຫຼວງນໍ້າທາ ໃນຕອນເຊົ້າ ວັນທີ 7 ມີນາ 2026 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ ປອ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ປະທານ ສຕຂ ຫຼວງນໍ້າທາ, ທ່ານ ທອງສອນ ອາດພາສຸກ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ, ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ, ຮອງປະທານ ສຕຂ ຫຼວງນໍ້າທາ, ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງ ກິລາ -ກາຍະກໍາ ແລະ ສິລະປະ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ. ງານດັ່ງກ່າວຈັດຂື້ນພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍຢ່າງທົ່ວເຖິງ.

      ໃນໂອກາດເປີດພິທີ ທ່ານ ປອ ອາຄົມ ວົງພະຈັນ ປະທານ ສຕຂ ຫຼວງນໍ້າທາໄດ້ກ່າວວ່າ ການຈັດກິດຈະກໍາໃນຄັ້ງນີ້ ຖືວ່າມີຄວາມໝາຍຄວາມສໍາຄັນ ໃນການສ້າງສາພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍໄປທົ່ວປະເທດ ເພື່ອເຮັດໃຫ້ການຝຶກສອນນັບມື້ນັບໄດ້ມາດຕະຖານ ຮັບປະກັນທັງປະລິມານ ແລະ ຄຸນນະພາບ, ໃຫ້ນ້ອງໆ ໄດ້ມີສຸຂະພາບແຂງແຮງ, ຫ່າງໄກສິ່ງອະບາຍຍະມຸກທີ່ບໍ່ດີຕ່າງໆ ເພື່ອກາຍເປັນນັກກິລາທີ່ມີຈຸດມຸ້ງໝາຍ ກ້າວໄປສູ່ນັກກິລາອາຊີບທີ່ມີຄຸນນະພາບໃນອະນາຄົດ.

      ຂະນະ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນບານເຕະແຂວງ ຫຼວງນໍ້າທາ ທີ່ໄດ້ເປັນເຈົ້າພາບຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ແລະ ຫວັງວ່າ ງານໃນມື້ນີ້ຈະເປັນແຮງບັນດານໃຈເປັນຈຸດເລີ່ມຕົ້ນເລັກໆນ້ອຍໆ, ໃຫ້ທຸກຄົນມີຄວາມມັກຮັກໃນກິລາບານເຕະ ເພື່ອຕໍ່ຍອດໃຫ້ນ້ອງໆທຸກຄົນກາຍເປັນນັກກິລາທີ່ດີໃຫ້ກັບໂຮງຮຽນ, ສະໂມສອນແລະກາຍເປັນນັກກິລາທີມຊາດໃນອະນາຄົດ. ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

News Cover

ສໍາເລັດການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ

23/12/2025

         ການຝຶກອົບຮົມຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ (FIFA Capacity-Building for Administrators) ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 22 ທັນວາ. ພາຍຫຼັງດໍາເນີນມາເປັນເວລາ 3 ມື້ເຕັມ (ລະຫວ່າງ 20 - 22 ທັນວາ 2025), ໃຫ້ກຽດເຂົ້າຮ່ວມປິດພິທີໂດຍ ທ່ານ ນາງ ກັນຍາ ແກ້ວມະນີ, ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ (ສຕລ), ວິທະຍາກອນຮັບເຊີນຈາກ ສະຫະພັນບານເຕະນາໆຊາດ (FIFA), ຜູ້ຕາງໜ້າຈາກສະຫະພັນບານເຕະທັງ 18 ແຂວງລວມນະຄອນຫຼວງວຽງຈັນ, ສະໂມສອນກິລາບານເຕະລາວລີກ 1, ລາວລີກຍິງ, ຕົວແທນຈາກພາກລັດໄດ້ແກ່ ກະຊວງສຶກສາທິການ ແລະ ກິລາ, ສະຫະພັນແມ່ຍິງສູນກາງ, ສື່ມ່ວນຊົນ-ໜັງສືພິມ, ພ້ອມດ້ວຍພະນັກງານວິຊາການຂອງ ສຕລ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.

         ໃນວາລະປີດພິທີ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ເຖິງຈະມີໄລຍະເວລາສັ້ນພຽງແຕ່ 3 ວັນ, ແຕ່ຜູ້ເຂົ້າຮ່ວມກໍໄດ້ຮຽນຮູ້ຫຼາຍຫົວຂໍ້ສຳຄັນທີ່ປິ້ນອ້ອມກ່ຽວກັບບໍລິຫານຈັດການກິລາບານເຕະເຊັ່ນ: ໂຄງຮ່າງການຈັດຕັ້ງຂອງ FIFA, AFC ແລະ ສຕລ; ໂຄງການພັດທະນາບານເຕະຍິງຂອງ FIFA, ແຜນຍຸດທະສາດພັດທະນາບານເຕະຍິງຂອງ ສຕລ, ວຽກງານການຕະຫຼາດ, ການລະດົມທຶນ ແລະ ກິດຈະກໍາທີ່ຊ່ວຍດຶງດູດ ແລະ ການມີສ່ວນຮ່ວມກັບແຟນບານ, ການບໍລິຫານການເງິນ, ບໍລິຫານສະໂມສອນ, ການເປັນຜູ້ນໍາ ແລະ ການສື່ສານ, ການປ້ອງກັນ-ປົກປ້ອງນັກກີລາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ບົດບາດເພດຍິງໃນວົງການກິລາລາວ ແລະ ອື່ນໆ. ຫວັງວ່າບັນດາທ່ານທີ່ເຂົ້າຮ່ວມງານຝຶກອົບຮົມຄັ້ງນີ້, ຈະໄດ້ຮັບແຮງບັນດານໃຈ ແລະ ນໍາເອົາຄວາມຮູ້ທີ່ໄດ້ຮຽນໄປໝູນໃຊ້ໃຫ້ເກີດໝາກຜົນຕົວຈິງໃນຂົງເຂດໜ້າທີ່ຮັບຜິດຊອບ ພ້ອມທັງໄປພັດທະນາອົງກອນທີ່ຕົນເອງສັງກັດ. ເພາະການພັດທະນາບານເຕະ ຍິງ-ຊາຍ ບໍ່ແມ່ນໜ້າທີ່ ສຕລ ຝ່າຍດຽວ ແຕ່ເປັນຂອງມ່ວນຊົນທຸກຄົນ ທີ່ຕ້ອງໄດ້ມີສ່ວນຮ່ວມຊຸກຍູ້ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອໃຫ້ເກີດໝາກຜົນເປັນຮູບປະທຳ, ສຕລ ຈະບໍ່ເຄື່ອນໄຫວໄດ້ເຕັມກຳລັງ ຖ້າບໍ່ມີ ສຕຂ ແລະ ບັນດາສະໂມສອນບານເຕະ ທີ່ຊ່ວຍກັນພັດທະນາບານເຕະໃນຂັ້ນທ້ອງຖິ່ນ.”

          ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮ່ວມຮັບຟັງການສົນທະນາແລກປ່ຽນຄວາມຄິດເຫັນ, ບົດຮຽນ ແລະ ປະສົບການຕົວຈີງຈາກແຂກຮັບເຊີນຈາກຫຼາຍພາກສ່ວນເຊັນ: ອະດີດນັກກິລາທີມຊາດທີີ່ປັດຈຸບັນເປັນອາຈານສອນຢູ່ມະຫາວິທະຍາໄຊແຫ່ງຊາດ, ນັກກິລາທີມຊາດ, ຄູຝຶກບານເຕະ, ຜູ້ໃຫ້ການສະໜັບສະໜູນ ແລະ ສະຫະພັນແມ່ຍິງສູນກາງ ເພື່ອເປັນຂໍ້ຄິດ, ແຮງບັນດານໃຈ ແລະ ນຳໄປດັດປັບໃຫ້ເຂົ້າກັບໜ້າວຽກທີ່ຕົນເອງຮັບຜິດຊອບ ພ້ອມຍົກລະດັບຄວາມສາມາດໄປພ້ອມໆກັນ.


News Cover

ສະຫະພັນບານເຕະແຫ່ງຊາດລາວ ຈັດຝຶກອົບຮົມ ການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ Capacity Building for Administrators ເປັນຄັ້ງທຳອິດ

20/12/2025

 ວັນທີ 20 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມ ການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ “FIFA Capacity Building for Administrator” ໃຫ້ກຽດເຂົ້າຮ່ວມເປີດງານໂດຍ ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຫົວໜ້າອະນຸກຳມະການບານເຕະຍິງ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍຊ່ຽວຊານຈາກ ສະຫະພັນບານເຕະນາໆຊາດ (FIFA) ຈຳນວນ 2 ທ່ານ, ທ່ານ ນ. NATACHA TARATEERASARN ແລະ ທ່ານ ນ. PEMA CHODEN TSHERING, ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ນະຄອນຫຼວງ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1, ສະໂມສອນກິລາບານເຕະ ລາວລີກຍິິງ, ບັນດາສື່ມວນຊົນ ພ້ອມດ້ວຍອ້າຍນ້ອງວິຊາການ ສຕລ.

ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ນ. ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ເຊິ່ງໄດ້ກ່າວວ່າ: “ການຈັດຝຶກອົບຮົມ ການຍົກລະດັບຄວາມສາມາດໃຫ້ແກ່ວິຊາການບໍລິຫານບານເຕະຍິງ ແມ່ນເປັນຄັ້ງທຳອິດທີ່ໄດ້ຈັດຝຶກອົບຮົມ ຢູ່ໃນ ສປປ ລາວ ເນື່ອງຈາກພວກເຮົາ ກໍຄື ຄະນະບໍລິຫານງານ ສຕລ ເລັງເຫັນຄວາມສຳຄັນວ່າ ໜຶ່ງໃນໝາກຫົວໃຈຂອງການພັດທະນາກິລາບານເຕະຍິງ ບໍ່ວ່າຈະເປັນລະດັບທ້ອງຖິ່ນ, ລະດັບຊາດ ຕະຫຼອດຮອດລະດັບນາໆຊາດ, ບັນດາວິຊາການບໍລິຫານ ແມ່ນມີພາລະບົດບາດສຳຄັນວ່າຈະເຮັດໜ້າທີ່ພົວພັນປະສານງານ, ວາງແຜນການບໍລິຫານ, ຕິດຕາມການຈັດຕັ້ງປະຕິບັດ ແຜນຍຸດທະສາດຕ່າງໆທີ່ປິ່ນອ້ອມ ເປັນທັງຂົວຕໍ່ການພົວພັນລະຫວ່າງ ຄະນະບໍລິຫານງານ, ໄປຈົນເຖິງວິຊາການເຕັກນິກພາກສະຫນາມ, ຕະຫຼອດຮອດບັນດານັກກິລາ, ດັ່ງນັ້ນ, ຖ້າຕ້ອງການໃນໂຄງສ້າງຂອງອົງກອນ ຫຼື ສະຫະພັນບານເຕະມີຄວາມເຂັ້ມແຂງ ພວກເຮົາຕ້ອງໄດ້ສ້າງລະບົບການບໍລິຫານພາຍໃນໃຫ້ມີຄວາມເຂັ້ມແຂງ ເຊິ່ງກໍ່ໝາຍເຖິງທຸກໆທ່ານທີ່ເຂົ້າຮ່ວມໃນການຝຶກອົມຮົມໃນຄັ້ງນີ້ ທີ່ເປັນອົງປະກອບທີ່ສຳຄັນທີ່ຈະນຳພາໃຫ້ອົງກອນ ຫລື ສະຫະພັນກິລາຂອງພວກທ່ານ ໃຫ້ມີພື້ນຖານການພັດທະນາແບບຍືນຍົງ”

ການຝຶກອົບຮົມຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-22 ທັນວາ 2025, ໃນໄລຍະເວລາ 3 ວັນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ໂຄງຮ່າງການຈັດຕັ້ງຂອງ ສະຫະພັນບານເຕະນາໆຊາດ (FIFA), ສະຫະພັນບານເຕະອາຊີ (AFC) ແລະ ສະຫະພັນບານເຕະແຫ່ງຊາດລາວ (ສຕລ), ໂຄງການພັດທະນາບານເຕະບານເຕະຍິງຂອງ FIFA, ແຜນຍຸດທະສາດພັດທະນາບານເຕະຍິງ ສຕລ ສົກປີ 2023 – 2027, ວຽກງານການຕະຫຼາດ, ການລະດົມທຶນ ແລະ ກິດຈະກຳທີ່ຊ່ວຍດຶງດູດມວນຊົນ ແລະ ການມີສ່ວນຮ່ວມກັບແຟນບານ, ການບໍລິຫານວຽກງານການເງິນ, ການບໍລິຫານສະໂມສອນບານເຕະໃນລາວ, ການເປັນຜູ້ນໍາ, ການສື່ສານ, ການປ້ອງກັນ ແລະ ປົກປ້ອງນັກກິລາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ການອອກໃບອະນຸຍາດສະໂມສອນ “Club Licensing”, ນອກຈາກນັ້ນແລ້ວຜູ້ເຂົ້າຮ່ວມຍັງໄດ້ຮ່ວມສົນທະນາ ເພື່ອແລກປ່ຽນຄວາມຄິດເຫັນ, ບົດຮຽນ ແລະ ປະສົບການຕົວຈີງ ເພື່ອຈະໄດ້ນຳໄປດັດປັບໃຫ້ເຂົ້າກັບໜ້າວຽກທີ່ຕົນເອງຮັບຜິດຊອບ ແລະ ຍົກລະດັບຄວາມສາມາດໄປພ້ອມໆກັນ. 

News Cover

ສະໂມສອນ ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 ເປັນສະໄຫມທີ 2 ຕິດຕໍ່ກັນ

01/10/2025

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະ ການແຂ່ງຂັນບານເຕະ ລາວລີກ ຍິງ 2025 LAO WOMEN'S LEAGUE 2025 ຂື້ນເມື່ອ ວັນທີ 30 ກັນຍາ 2025 ຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ 2025, ເຂົ້າຮ່ວມພິທີປິດມີ ທ່ານ ພັທ ຖາວອນ ຫຼວງຈັນດາວົງ, ທ່ານ ປອ ບຸນຍູ້ ສີສານ, ທ່ານ ນ.ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຜູ້ໃຫ້ການສະຫນັບສະຫນູນແລະ ບັນດາແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ.

       ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ມີ 10 ທີມ ເຂົ້າຮ່ວມປະກອບມີ:

1. ມາດສເຕີ້

2. ກອງທັບ

3. ເອັສອີຊີ

4. ນໍ້າທາ

5. ມັດສະດ້າ ຈີບີ

6. ໄຊເສດຖາ

7. ມະຫາວິທະຍາໄລວິທະຍາສາດສຸຂະພາບ

8. ບໍລິຄຳໄຊ

9. ເຄພີເອັສ

10. ເຊໂນ ຈາກແຂວງສະຫວັນນະເຂດ

       ການແຂ່ງຂັນຄັ້ງນີ້ແມ່ນໄດ້ນຳໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ, ສະຫນາມກິລາສູນຝຶກຫ້ວຍຫົງ ( 2 ສະຫນາມ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາສະຖາບັນກິລາ-ກາຍຍະກຳ ( ສີເກີດ ) ແລະ ສະຫນາມກິລາລ້ານຊ້າງ. ຮູບແບບການແຂ່ງຂັນພົບກັທັງໝົດ 2 ຮອບ ທີມໜຶ່ງແຂ່ງຂັນ 18 ນັດ, ທີມທີ່ມີຄະແນນຫລາຍສຸດເປັນແຊ້ມ ຖ້າຄະແນນເທົ່າກັນມາໄລ່ Head to Head ຫລື ສະຖິຕິການພົບກັນ, ຖ້າຫາກຄະແນນ ແລະ ສະຖິຕິຍັງເທົ່າກັນ ຈະມາໄລ່ປະຕູໄດ້ເສຍ.

        ສະຫລຸບຜົນການແຂ່ງຂັນ ອັນດັບ 1 ມາດສເຕີ້ໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100 ລ້ານກີບ, ອັນດັບ 3 ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ, ອັນດັບ 4 ມະຫາວິທະຍາໄລວິທະຍາສາດສຸຂະພາບ, ອັນດັບ 5 ກອງທັບ, ອັນດັບ 6 ນໍ້າທາ ຢູໄນເຕັດ, ອັນດັບ 7 ນໍ້າທາ ຢູໄນເຕັດ, ອັນດັບ 8 ໄຊເສດຖາ, ອັນດັບ 9 ບໍລິຄຳໄຊ ແລະ ອັນດັບ 10 ເຄພີເອັສ.

        ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນຄື: ລາງວັນນັກກິລາທີ່ຍິງປະຕູສູງສຸດເປັນຂອງ ເກມມີ້ ພັດດາລາ ລົງສະຫນາມ 18 ນັດ ຍິງໄດ້ 43 ປະຕູ ໄດ້ຮັບຂັນລາງວັນ, ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ທອງສະຫມຸດ ວົງຄຳພັນ ຈາກ ສະໂມສອນ ມັດສະດ້າ ຈີບີ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ລາງວັນ ຄູຝຶກດີເດັ່ນແມ່ນ ທ່ານ ຕົ້ນ ເພັດເພັງທອງ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ໄດ້ຮັບຂັນລາງວັນ 1 ໜວ່ຍ ແລະ ລາງວັນນັກເຕະດີເດັ່ນແມ່ນ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມາດສເຕີ້.

        ສະໂມສອນ ມາດສເຕີ້ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊິງແຊ້ມສະໂມສອນອາຊີ AFC WOMEN'S CHAMPIONS LEAGUE ລະດູການ 2026/27 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2025.


News Cover

ການແຂ່ງຂັນບານເຕະລາວລີກຍິງ 2025 ເລີ່ມແຂ່ງຂັນ ວັນອາທິດ 22 ມິຖຸນາ 2025 ມີ 10 ທີມເຂົ້າຮ່ວມການແຂ່ງຂັນ

20/06/2025

       ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 ( Lao Women's League 2025)ຈະເປີດສາກຢ່າງເປັນທາງການໃນວັນອາທິດ 22ມິຖຸນາ ຫາ 11 ກັນຍາ 2025, ເຊິ່ງການແຂ່ງຂັນແມ່ນແຂ່ງຂັນແບບລີກ ພົບກັນໝົດທັງ 2 ຮອບ ໂດຍມີ 10 ທີມ ເຂົ້າຮ່ວມປະກອບມີ:

1. ມາດສເຕີ້

2. ກອງທັບ

3. ເອັສອີຊີ

4. ນໍ້າທາ

5. ມັດສະດ້າ ຈີບີ

6. ໄຊເສດຖາ

7. ມະຫາວິທະຍາໄລວິທະຍາສາດສຸຂະພາບ

8. ບໍລິຄຳໄຊ

9. ເຄພີເອັສ

10. ເຊໂນ ຈາກແຂວງສະຫວັນນະເຂດ

      ການແຂ່ງຂັນຄັ້ງນີ້ຈະນຳໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ, ສະຫນາມກິລາສູນຝຶກຫ້ວຍຫົງ ( 2 ສະຫນາມ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ ) ແລະ ສະຫນາມກິລາລ້ານຊ້າງ.

       ຕາຕະລາງການແຂ່ງຂັນ ນັດທຳອິດ 3 ຄູ່ ແມ່ນເລື່ອນການແຂ່ງຂັນ ເນື່ອງຈາກນັກກິລາພາຍໃນທີມ ມາດສເຕີ, ເອັສອີຊີ ແລະ ກອງທັບ ຕິດທີມຊາດຊຸດຈະເຂົ້າຮ່ວມ ຊິງແຊ້ມອາຊີ 2026 ຮອບຄັດເລືອກ ກຸ່ມ F ຊຶ່ງຈະແຂ່ງຂັນຢູ່ ອຸສເບກິສຖານ ລະຫວ່າງວັນທີ 29 ມິຖຸນາ - 5 ກໍະລະກົດ 2025 ນີ້ ໂດຍຕາມຂໍ້ກຳນົດສະໂມສອນໃດມີນັກກິລາຕິດທີມ 3 ຄົນຂຶ້ນໄປ ແມ່ນໄດ້ເລື່ອນການແຂ່ງຂັນອອກໄປ ຕາມຕາຕະລາງ ມາດສເຕີ ຈະພົບກັບ ເຊໂນ, ເຄພີເອັສ ພົບ ກອງທັບ ແລະ ອັສອີຊີ ພົບ ໄຊເສດຖາ ວັນທີ 22 ມິຖຸນາ 2025.

      ສ່ວນອີກ 2 ຄູ່ຍັງແຂ່ງຕາມກຳນົດເດີມ ວັນທີ 22 ມິຖຸນາທີ່ຈະມາເຖິງນີ້: ບໍລິຄຳໄຊ ພົບ ຈີບີ ເອັຟຊີ ເວລາ 16:00 ທີ່ສະໜາມ ສູນຝຶກສະຫະພັນບານເຕະແຫ່ງຊາດລາວຫ້ວຍຫົງ ສະໜາມ 2, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ພົບ ນໍ້າທາ ຢູໄນເຕັດ ເວລາ 16:00 ທີ່ສະໜາມກິລາລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ຮູບແບບການແຂ່ງຂັນພົບກັນໝົດ 2 ຮອບ ທີມໜຶ່ງຕ້ອງແຂ່ງ 18 ນັດ, ທີມທີ່ມີຄະແນນຫລາຍສຸດເປັນແຊ້ມ ຖ້າຄະແນນເທົ່າກັນມາໄລ່ Head to Head ຫລື ສະຖິຕິການພົບກັນ, ຖ້າຫາກຄະແນນ ແລະ ສະຖິຕິຍັງເທົ່າກັນ ຈະມາໄລ່ປະຕູໄດ້ເສຍ.

 ທຸກໆຄູ່ແມ່ນສາມາດຕິດຕາມການຖ່າຍທອດສົດໄດ້ທີ່ YOUTUBE : LAOFF TV.