Men National Team U-17
News Cover

ລາຍຊື່ນັກກິລາທີມຊາດລາວ U17 ຈຳນວນ 23 ຄົນ

30/09/2022
ພາຍໃຕ້ການຄຸມທີມຂອງທ່ານ ກັນລະຍາ ສີສົມຫວັງ, ນັກກິລາທີມຊາດລາວ U17 ທີ່ໄດ້ເຂົ້າສູນເກັບຕົວຝຶກຊ້ອມ ນັບແຕ່ວັນທີ 1 ກັນຍາ 2022 ເປັນຕົ້ນມາ ຊຶ່ງໃນເບື້ອງຕົ້ນມີນັກກິລາຈໍານວນ 35 ຄົນ ທີ່ມາຈາກຫຼາຍສະໂມສອນເຂົ້າຮ່ວມຝຶກຊ້ອມ. ພ້ອມດຽວກັນນັ້ນກໍ່ໄດ້ມີເກມອຸ່ນເຄື່ອງກັບສະໂມສອນ ໜອງບົວ ພິສະຍະ ແຫ່ງຣາຊາອານາຈັກໄທ ຊຶ່ງມີນັກກິລາຈຳນວນ 28 ຄົນເຂົ້າຮ່ວມເກມດັ່ງກ່າວ ເພື່ອແລກປ່ຽນບົດຮຽນ ແລະ ຫາປະສົບການ ໃນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ທີ່ປະເທດ ກຽກກີສະຖານ Kyrgyz Republic.ມາຮອດວັນທີ 28 ກັນຍາ 2022 ກໍ່ໄດ້ມີການຝຶກຊ້ອມຢ່າງຂຸນຂ້ຽວ ແລະ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງເຫັນດີປະກາດລາຍຊື່ນັກກິລາ 23 ຄົນເຂົ້າຮ່ວມດັ່ງນີ້:ຜູ້ຮັກສາປະຕູ1. ສຸກສະຫມອນ ເວທິຕະ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ3. ຈັນທະວີສຸກ ໜູວໍລະວົງ ຈາກ ແຂວງສະຫວັນນະເຂດກອງຫລັງ4. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນບານເຕະ ເອສຣາ5. ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ6. ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ7. ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ8. ອະລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ9. ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກກອງກາງ10. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ11. ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ12. ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ13. ບິ່ນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ14. ໄຊມັງກອນ ປ່ຽມມະໄລ ຈາກ ສໂມສອນ ກິລາບານເຕະ ສາລະວັນ15. ສົງການ ລິຍະສັກ ຈາກ ແຂວງອຸດົມໄຊ16. ນາຄົມ ສຸລິຍະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ຢູໄນເຕັດ17. ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ18. ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ19. ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີກອງຫນ້າ20. ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ21. ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ22. ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ23. ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ- ວັນທີ 5 ຕຸລາ 2022 ເວລາ 15:00 ອີຣ່ານ ພົບ ລາວ- ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ- ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີສະຖານ ພົບ ລາວໂດຍທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek#Laosusu #LaoFootballFederation#AFCU17
News Cover

ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງແຊ້ມອາຊຽນ ປະຈຳປີ 2022

28/07/2022
ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ16ປີ ຊີງແຊ້ມອາຊຽນ ປະຈຳປີ2022ໂດຍມີ12ປະເທດເຂົ້າຮ່ວມ,ແບ່ງອອກ3ກຸ່ມ ຄັດເອົາອັນດັບ1ແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ2ທີ່ມີຄະແນນດີ1ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.ທີມຊາດລາວ ແມ່ນຢູ່ຮ່ວມກຸ່ມ ບີ ປະກອບມີ: ໄທ,ຕີມໍ ເລສເຕ,ລາວ ແລະ ບຣູໄນ ແຂ່ງຂັນໃນລະຫວ່າງວັນທີ31ກໍລະກົດ ຫາ12ສິງຫາ2022ເຊິ່ງ ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ.ຕາ​ຕະ​ລາງ ການ​ແຂ່ງ​ຂັນ​ຂອງ​ ທີມ​ຊາດ​ລາວ+ວັນ​ທີ01/08/2022ເວ​ລາ15:00ທີມ​ຊາດ​ຕີ​ມໍ ເລ​ສ​ເຕ ພົບ ທີມ​ຊາດ​ລາວ+ວັນ​ທີ04/08/2022ເວ​ລາ19:00ທີມ​ຊາດ​ລາວ ພົບ ທີມ​ຊາດ​ໄທ+ວັນ​ທີ07/08/2022ເວ​ລາ15:00ທີມ​ຊາດລາວ ພົບ ທີມ​ຊາດບ​ຣ​ູ​ໄນ​ທຸກໆ​ນັດ​ແມ່ນ​ຈະ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​SULTAN ANGUNG BANTUNG