
ການແຂ່ງຂັນບານເຕະ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ

ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ
ເດືອນມີນາ 2023 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1
ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນຈະຈັດຂຶ້ນຢູ່ທີ່ ສປປ ລາວ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ທີມຊາດລາວ ຢູ່ກຸ່ມ ເອ ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.
ສຳລັບ ທີມຊາດລາວ ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມ ນັບຕັ້ງແຕ່ ວັນທີ 10 ມັງກອນ 2023 ໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ, ຜົນງານຜ່ານມາໄດ້ນຳພາ ທີມບານເຕະຍິງ ນະຄອນຫຼວງວຽງຈັນ ຄວ້າ 2 ແຊ້ມໃນປີ 2022 ຄື: ການແຂ່ງຂັນກິລາບານເຕະແຫ່ງຊາດປະຈຳປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຊຽງຂວາງ ເກມ, ການຄັດເລືອກນັກກິລາ ແມ່ນໄດ້ເອີ້ນນັກກິລາເກັບຕົວຝຶກຊ້ອມຈຳນວນ 35 ຄົນ ທີ່ມາຈາກຫລາຍແຂວງເຊັ່ນ: ນະຄອນຫຼວງ, ແຂວງຈຳປາສັກ, ແຂວງຫູວງພະບາງ, ແຂວງວຽງຈັນ, ແຂວງອຸດົມໄຊ, ແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ, ສ່ວນການຕັດໂຕນັກກິລາ ແມ່ນຈະຕັດເປັນແຕ່ໄລຍະ ເພື່ອກຽມຄວາມພ້ອມ ອຸ່ນເຄື່ອງກັບປະເທດເພື່ອນບ້ານ ໃນຕົ້ນເດືອນກຸມພາ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .