
ປະກາດຮັບສະຫມັກ ຄູຝຶກບານເຕະຟຸດຊໍ ລະດັບ 1
ປະກາດຮັບສະຫມັກ ຄູຝຶກບານເຕະຟຸດຊໍ ລະດັບ 1
ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ແລະ ສະຫະພັນບານເຕະ
ແຂວງ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກ
ອົບຮົມຄູຝຶກບານເຕະຟຸດຊໍ ລະດັບ ອາຊີ AFC Futsal Coaching Certificate Course – Level 1, ຂື້ນ ໂດຍ
ວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:
+ ກຳນົດການ
- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງວັນທີ 18 – 23 ກໍລະກົດ 2023
- ປິດຮັບສະໝັກ ວັນທີ 10 ກໍລະກົດ 2023, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)
+ ສະຖານທີ່
- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ
+ ເງື່ອນໄຂ:
- ສາມາດສົ່ງຜູ້ສະໝັກເຂົ້າຮ່ວມໄດ້ບໍ່ເກີນ 2 ທ່ານ.
- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.
- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.
- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.
- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18 ປີຂື້ນໄປ.
- ຕ້ອງຮູ້ຈັກວິທີການເຕະບານຟຸດຊໍ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 6 ມື້.
- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ (AFC) ວາງອອກຢ່າງເຂັ້ມງວດ.
+ ຄວາມຮັບຜິດຊອບຂອງ ສຕລ:
- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).
- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກຊ້ອມ 2 ຊຸດ ແລະ ເສື້ອໂປໂລ 2 ໂຕ.
- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.
- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.
+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:
- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.
- ຄ່າສະໝັກຄົນລາວເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ
- ຄ່າສະໝັກຖ້າເປັນຄົນຕ່າງປະເທດແມ່ນ 500 ໂດລາ/ຄົນ
- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.
ໝາຍເຫດ:
- ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).
- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນະສົມບັດຂອງຜູ້ສະໝັກ.
- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.
ລິ້ງດາວໂຫລດແບບຟອມ: https://drive.google.com/drive/folders/1d8vIcFlkfc-Nu6_uHGQoIUw2lc5_frDJ?usp=sharing

ການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2023 ອາທິດ ທີ 10
ວັນເສົາ ວັນທີ 03/06/2023 ສະໂມສອນກິລາບານເຕະ ກອງທັບໄດ້ຕ້ອນຮັບການມາຢ້ຽມຢາມຂອງສະໂມສອນບານເຕະວຽງຈັນ ໃນເວລາ 16:00 ທີ່ສະໜາມກິລາບານເຕະກອງທັບ ທ່າມກາງມີຜູ້ຊົມຜູ້ເຊຍເຂົ້າມາຕິດຕາມຮັບຊົມຢູ່ຕາມຂອບສະໜາມຫຼາຍສົມຄວນ. ຜົນການແຂ່ງຂັນ ສະໂມສອນກິລາບານເຕະ ກອງທັບ ຊະນະ ສະໂມສອນກິລາບານເຕະ ວຽງຈັນ 5 – 1.
ສະໂມສອນກິລາບານເຕະ ກອງທັບໄດ້ປະຕູຈາກນັກກິລາໝາຍເລກ 13 ຕີ ສີຫາລາດ ນາທີ ທີ 44' 57' 78', ນັກກິລາ
ໝາຍເລກ 10 ກີຕ້າ ສີສະຫວາດ ນາທີ ທີ 67' ແລະ ນັກກິລາ ໝາຍເລກ 23 ພູທອນ ອິນນະໄລ ນາທີ ທີ 74'.
ສະໂມສອນກິລາບານເຕະ ວຽງຈັນ ໄດ້ປະຕູຈາກນັກກິລາໝາຍເລກ 3 ຄໍາພຸມີ ຫານວິໄວ ນາທີ ທີ 90+3 (ຍິງບານຢູ່ຈຸດໂທດ).
ສໍາລັບຄູ່ທີ 2 ເປັນການແຂ່ງຂັນຢູ່ທີ່ ສະໜາມກິລາແຫ່ງຊາດຫຼັກ 16 ລະຫວ່າງ ສະໂມສອນກິລາບານເຕະ ຊ້າງນ້ອຍ ແລະ ສະໂມສອນກິລາບານເຕະ ຫຼວງພະບາງ ໃນເວລາ 16:00. ສິ້ນສຸດການແຂ່ງຂັນສະໂມສອນກິລາບານເຕະ ຊ້າງນ້ອຍ ຊະນະ ສະໂມສອນກິລາບານເຕະ ຫຼວງພະບາງ 3 – 2.
ສະໂມສອນກິລາບານເຕະ ຊ້າງນ້ອຍໄດ້ປະຕູຈາກນັກກິລາໝາຍເລກ 22 ກີ້ດາວອນ ສຸວັນນີ ນາທີ ທີ 6', ນັກກິລາໝາຍເລກ 17 ບຸນພະຈັນ ບຸນກອງ ນາທີ ທີ 32' (ຍິງບານຢູ່ຈຸດໂທດ) ແລະ ນາທີ ທີ 56'.
ສະໂມສອນກິລາບານເຕະ ຫຼວງພະບາງໄດ້ປຕູທໍາອິດຈາກນັກກິລາໝາຍເລກ 8 ຄຳເກັ່ງ ສິນທະສອນ ນາທີ ທີ 73' ແລະ ນັກກິລາໝາຍເລກ 10 ສິນນະກອນ ກູມະນີຄຳ ນາທີ ທີ 84' (ຍິງບານຢູ່ຈຸດໂທດ).
ສໍາລັບການແຂ່ງຂັນໃນມື້
ວັນອາທິດ ວັນທີ 04/06/2023 ມີການແຂ່ງຂັນທັງໝົດ 2 ຄູ່ດ້ວຍກັນຄູ່ທີ 1
ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ມາສເຕີ ເຊເວັນ ແລະ ສະໂມສອນກິລາບານເຕະ
ນໍ້າທາ ຢູໄນເຕັດ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 16:00.
ຈົບເກມການແຂ່ງຂັນລະຫວ່າງຄູ່ນີ້ຜົນປະກົດວ່າສະໂມສອນກິລາບານເຕະ ມາສເຕີ ເຊເວັນ ຊະນະ
ສະໂມສອນກິລາບານເຕະ ນໍ້າທາຢູໄນເຕັດ ດ້ວຍຄະແນນ 2 – 1.
ສະໂມສອນ
ກິລາບານເຕະ ມາສເຕີ ເຊເວັ້ນ ໄດ້ປະຕູຈາກ ນັກກິລາໝາຍເລກ 20 A. Machado De Souza Rosa ນາທີ ທີ14' ແລະ ນັກກິລາໝາຍເລກ 11 ສຸກພະຈັນ ເລື່ອນທະລາ
ນາທີ ທີ 36.
ສະໂມສອນກິລາບານເຕະ
ນໍ້າທາ ຢູໄນເຕັດໄດ້ປະຕູຈາກນັກກິລາໝາຍເລກ 11
ໂລ້
ວີພັດ ນາທີ ທີ 88'.
ຄູ່ທີ 2 ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ຈໍາປາສັກ ແລະ ສະໂມສອນກິລາບານເຕະ ເອສະຣາ ໃນເວລາ 16:00 ຢູ່ທີ່ສະໜາມກິລາແຂວງຈໍາປາສັກ. ການແຂ່ງຂັນລະຫວ່າງຄູ່ນນີ້ເກມການແຂ່ງຂັນຂອງ ສະໂມສອນກິລາບານເຕະ ເອສະຣາເໜືອກ່ວາຫຼາຍ ແລະ ສາມາດເອົາໄຊຊະນະໄດ້ເຖິງ 7 – 1. ສະໂມສອນກິລາບານເຕະ ເອສະຣາໄດ້ປະຕູຈາກນັກກິລາໝາຍເລກ 19 ພັດທະນາ ພົມມະເທບ ນາທີ 15' ເຊິ່ງເປັນລູກຍິງຢູ່ຈຸດໂທດ ຕໍ່ມາໃນນາທີ ທີ 30 ນັກກິລາໝາຍເລກ 10 ສົມນຶກ ສີບຸນເຮືອງ ນັກກິລາຂອງສະໂມສອນກິລາບານເຕະ ຈໍາປາສັກຕີສະເໝີຂຶ້ນມາໄດ້ເປັນ 1 – 1. ໃນນາທີ ທີ 50 ຂອງເຄິ່ງເວລາທີສອງ ນັກກິລາ ໝາຍເລກ 15 ດາໝົດ ທອງຄໍາສະຫວັດຍິງປະຕູໃຫ້ກັບສະໂມສອນເອສະຣາເປັນປະຕູທີ 2 ຈາກນັ້ນ 10 ນາທີຕໍ່ມາ ນັກກິລາໝາຍເລກ 10 ຂອງສະໂມສອນເອສະຣາ ໂຈນີ ແຫວນປະເສີດ ໄດ້ນໍາຫ່າງອອກໄປອີກເປັນປະຕູທີ 3, ອີກ 5 ນາທີຕໍ່ມາຄືນາທີ ທີ 65 ພັດທະນາ ພົມມະເທບ ຍິງໄດ້ອີກເປັນປະຕູທີ 4 ຕໍ່ມາໃນນາທີ ທີ 84 ນັກກິລາໝາຍເລກ 7 ອານຸສອນ ໄຊປັນຍາຍິງຕື່ມໄດ້ອີກເປັນປະຕູທີ 5 ໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນ ໂຈນີ້ ແຫວນປະເສີດສາມາດຍິງປິດທ້າຍການແຂ່ງຂັນໄດ້ອີກ 2 ປະຕູ ຄືໃນນາທີທີ 89 ແລະ ນາທີ ທີ 90+1.

ແຂວງບໍ່ແກ້ວຈັດການແຂ່ງຂັນລາວລີກ2 ດວ້ຍບັນຍາການຄຶກຄື້ນມວ່ນຊື່ນ

ສຕລຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ'' ຢ່າງເປັນທາງການ

ກະຊວງ ສສກ ຮ່ວມກັບ ສຕລ ຈັດພິທີປູກຕົ້ນໄມ້ແລະປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ປະກາດຮັບສະໝັກນັກກິລາເຍົາວະຊົນ ເຂົ້າຮ່ວມກິດຈະກຳສະຫລອງວັນເດັກນ້ອຍສາກົນ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຈະໄດ້ຈັດກິດຈະກຳວັນກິລາບານເຕະ ສຕລ ( LFF FOOTBALL DAY ) ໃນວັນທີ 01 ມິຖຸນາ 2023 ຢູ່ທີ່ສູນພັດທະນາກິລາບານເຕະ
ຈຳປີ - ຈຳປາ, ສະຫນາມກິລາແຫ່ງຊາດ(ຫຼັກ16),ໃນຮຸ່ນອາຍຸລະຫວ່າງ 8-12 ປີ.
ຈຸດປະສົງຂອງການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ
ພ້ອມທັງເປີດໂອກາດໃຫ້ເຍົາວະຊົນລາວໄດ້ຫລິ້ນກິລາບານເຕະໃຫ້ມີຄວາມມ່ວນຊື່ນກັບການຫຼີ້ນກີລາ,ມີຄວາມຮັກແພງ, ມີນ້ຳໃຈນັກກິລາທີ່ກ້າວໜ້າ,ເພາະການຫຼີ້ນກິລາຍັງສ້າງໃຫ້ເຍົາວະຊົນໄດ້ມີສຸຂະພາບແຂງແຮງ ມັກຮັກໃນກິລາບານເຕະ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.
ເຊີນຊວນພໍ່ແມ່ຜູ້ປົກຄອງເດັກແນະນຳລູກຫຼານຂອງຕົນເອງສະໝັກເຂົ້າຮວ່ມກິດຈະກຳນີ້.
ເຍົາວະຊົນອາຍຸລະຫວ່າງ 8- 12 ປີ ສາມາດລົງທະບຽນ Onlineໄດ້ທີ່ລິ້ງດັ່ງກ່າວນີ໊:
https://docs.google.com/forms/d/e/1FAIpQLSf6is72gYSvLOC93Qj9skPCj1FfqFKZ6edZh9M4PPVsmvbIEw/viewform
ຕິດຕໍ່ລົງທະບຽນໄດ້ທີ່ເບີ:
02097744940, 02052213030

ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ I ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນະຄອນຫຼວງ ຈັດຝຶກອົບຮົມກໍາມະການຕັດສິນ
ວັນທີ 23 ພຶດສະພາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຝຶກອົມຮົມວຽກງານ ກຳມະການຕັດສິນຂື້ນທີ່ຫ້ອງປະຊຸມຂອງສຕລ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ.
ໃນໂອກາດກ່າວມີຄຳເຫັນຕໍ່ການຝຶກອົບຮົມ,ທ່ານ ສົມສະນຸກ ລຽນສະຫວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງຫນ້າສູມໃສ່ສະຕິປັນຍາ ນຳເອົາຄວາມຮູ້ ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮັບໃນຄັ້ງນີ້ໄປຫມູນໃຊ້ເຂົ້າໃນການຕັດສິນ ການແຂ່ງຂັນກິລາບານເຕະລາວລີກ 2 ນະຄອນຫຼວງວຽງຈັນທີ່ຈະເປີດຂຶ້ນໃນໄວໆນີ້ ແລະ ຍັງໄດ້ແນະນຳບັນດາກຳມະການຕັດສິນນະຄອນຫຼວງວຽງຈັນວ່າ;ກໍລະນີມີທ່ານໃດມີຜົນງານພົ້ນເດັ່ນກໍຈະມີໂອກາດເຂົ້າຮວ່ມເປັນກຳມະການຕັດສິນບັນດາລາຍການຕ່າງໆທີ່ສຕລຈັດຂຶ້ນເປັນຕົ້ນ ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ, ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ ແລະ ການແຂ່ງຂັນບານເຕະລີກເພດຍິງ.
ຈຸດປະສົງໃນການຝຶກອົບຮົມກຳມະການຕັດສິນຄັ້ງນີ້ ກໍເພື່ອກະກຽມການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ, ການແຂ່ງຂັນລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ, ໂດຍ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃຫມ່ ການຝຶກອົບຮົມນີ້ຈະດຳເນີນໄປເປັນເວລາ 2 ວັນ ຄື: ວັນທີ 23-24 ພຶດສະພາ 2023 ໂດຍມີຜູ້ເຂົ້າຮ່ວມທັງຫມົດ 16 ຄົນ ໃນນັ້ນເປັນຍິງ 2 ຄົນ.ໃຫ້ກຽດເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ ພ້ອມດ້ວຍ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງບໍລິຄຳໄຊ
ວັນທີ 13 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມກິລາມັດທະຍົມສົມບຸນ(ມສ)ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງໂດຍມີ 200 ຄົນ ເປັນຍິງ 100 ຄົນ ທີ່ມາຈາກ 10 ໂຮງຮຽນອ້ອມຂ້າງຕົວເມືອງປາກຊັນເຂົ້າຮວ່ມ ພາຍໃຕ້ໂຄງການ ‘’ The AFC Grassroots Football Day ‘’ ເຊິ່ງປີ້ນີ້ແມ່ນຄົບຮອບ 10 ປີ ທີ່ ສະຫະພັນບານເຕະອາຊີ ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.
ສຳລັບຈຸດປະສົງການຈັດຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບບັນດາເຍົາວະຊົນ ແມ່ນແນໃສ່ໃຫ້ເຍົາວະຊົນໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະຂະຫຍາຍໄປທົ່ວປະເທດ,ພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.ໃນຕອນທ້າຍພິທີຍັງໄດ້ມີການມອບຫມາກບານໃຫ້ໂຮງຮຽນທີ່ເຂົ້າຮ່ວມ ແລະມອບລາງວັນໃຫ້ກັບໂຮງຮຽນທີ່ຊະນະເລີດ.
ພາບຈາກ: ສຕຂ ( ແຂວງບໍລິຄຳໄຊ )

ປະກາດຮັບສະຫມັກ ຝຶກອົບຮົມຄູຝຶກບານເຕະລະດັບ A ( LFF/AFC “A” DIPLOMA COACHING COURSE )
ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ A ( LFF/AFC “A” DIPLOMA COACHING COURSE ) ເຊິ່ງຈະໄດ້ຈັດຂື້ນຢູ່ທີ່
ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ, ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:
+ ກຳນົດການ:
ການຝຶກອົບຮົມແມ່ນຈະຈັດຂຶ້ນ
6 ໄລຍະຄື:
- ໄລຍະ ທີ 1 : ວັນທີ 19-30/6/2023
- ໄລຍະ ທີ 2 : ເດືອນ 7-8/2023
- ໄລຍະ ທີ 3 : ວັນທີ 21-26/9/2023
- ໄລຍະ ທີ 4 : ວັນທີ 4-9/12/2023
- ໄລຍະ ທີ 5 : ວັນທີ 5-9/2/2024
- ໄລຍະ ທີ
6 : ເດືອນ 3-6 / 2024
(ປິດຮັບສະໝັກ ວັນທີ 05/06/2023 ) , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ
ຂອງ ສະຫະພັນບານເຕະອາຊີ AFC).
+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:
1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ
ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າຮ່ວມໄດ້.
2. ຕ້ອງມີໃບປະກາດ AFC “ B” Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.
3. ຕ້ອງມີການເຄື່ອນໃນກິລາບານເຕະຢ່າງຕໍ່ເນື່ອງ
ໃນໄລຍະຜ່ານມາ
4. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 05/06/2023.
5. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະກາດສະນີຍະບັດ ‘ຊີ’ ‘’ ບີ ‘’ ຄັດຕິດມາພ້ອມ.
6. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິຈາລະນາ, ຮັບຮອງຈາກ ສະຫະພັນບານເຕະອາຊີ ແລະ ສຕລ ກ່ອນ.
7. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.
8. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ
ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.
9. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.
+ ຄວາມຮັບຜິດຊອບຂອງ ສຕລ:
1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ
ສະໜາມຝຶກແອບ).
2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.
3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.
4. ອາຫານທ່ຽງ ສຳລັບ
ນັກສຳມະນາກອນຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.
+ ຄວາມຮັບຜິດຊອບຂອງ
ຜູ້ເຂົ້າຮ່ວມຝຶກອົບຮົມ:
1. ການເດີນທາງໄປ-ກັບ
ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.
2. ເສຍຄ່າສະໝັກເປັນຈຳນວນເງີນ 3,000,000 ກີບ (ສຳລັບຄົນລາວ) ແລະ 1,500 $ ( ສຳລັບຄົນຕ່າງປະເທດ )
ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.
3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ
ເວລາເຂົ້າຮ່ວມການຝຶກອົບຮົມ.
ໝາຍເຫດ:
+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້
ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).
+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.
+ ສົ່ງກ່ອນມີສິດກ່ອນ.
ລິ້ງດາວໂຫລດແບບຟອມ : https://drive.google.com/drive/folders/1z8SGhUYJNTMCVOVrwxKtN5tsnaa85Fqq?usp=share_link
ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່
ເບີໂທ:
020 52213030 ທ່ານ ສົມໃຈ ແສນພິມມະຈັກ
(ຜູ້ປະສານງານ), ທ່ານ ວົງມີໄຊ ສຸບົວຄຳ 02054918322 (ຜູ້ປະສານງານ)
E mail: [email protected]

ເຊກອງກຽມພ້ອມການແຂ່ງຂັນບານເຕະລາວລີກ 2 ແລະການແຂ່ງຂັນລະດັບມັດທະຍົມປະເພດຍິງ - ຊາຍ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກໍາມະການຕັດສິນກິລາບານເຕະໃຫ້ແກ່ແຂວງເຊກອງໃນຕອນເຊົ້າວັນທີ 27 ເມສາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມຕອນປາຍທີ່ເມືອງລະມາມ,ໂດຍໃຫ້ກຽດເຂົ້າຮວ່ມພິທີປິດຂອງທ່ານ ສໍລະເສິນສັກ ຟອງສານຸວົງ ຮອງໄອຍະການປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງເຊກອງ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 14 ຄົນ.
ໃນໂອກາດນີ້ ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຊົມເຊີຍຕໍ່ນັກສໍາມະນາກອນທີ່ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຕະຫຼອດໄລຍະເວລາ 4ວັນຈົນສໍາເລັດ(24 - 27 ເມສາ 2023),ຊົມເຊີຍຄະນະຜູ້ຝຶກສອນທີ່ມາຈາກ ສຕລ ທີ່ໄດ້ທຸ້ມເທຄວາມຮູ້ຕ່າງໆເຂົ້າໃນການສິດສອນທາງທິດສະດີ,ລວມທັງຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່ແລະລົງພາກປະຕິບັດຕົວຈິງນໍາພານັກສໍາມະນາກອນຝຶກອົບຮົມຈົນສໍາເລັດຕາມລະແຜນການທີ່ວາງໄວ້.
ຈາກຜົນສຳເລັດນີ້,ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຢໍ້າວ່າ:ມາຮອດປັດຈຸບັນແຂວງເຊກອງກໍຄືພາກສວ່ນຕ່າງໆໂດຍສະເພາະແມ່ນສະຫະພັນບານເຕະແຂວງແມ່ນມີຄວາມກຽມພ້ອມໃນການຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນບານເຕະລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນບານເຕະລະດັບມັດທະຍົມຕອນປາຍ ປະເພດຊາຍ - ຍິງ.

ໃນວັນທີ 24 ເມສາ 2023 ນັກກິລາທີມຊາດຍິງລາວ ຊຸດໃຫຍ່ ໄດ້ເດີນທາງມາຮອດແຂວງ ຊົນບູຣີ ປະເທດໄທ ໄດ້ຝຶກຊ້ອມຢູ່ທີ່ສະໜາມກິລາ ມະຫາວິທະຍາໄລ ພະລະສຶກສາ ຊົນບູຣີ
ເພື່ອກຽມເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32 ຢູ່ທີ່ປະເທດ ກຳປູເຈຍ, ທີມຊາດລາວ ຢູ່ຮ່ວມກຸ່ມບີ ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ.
ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32
- 03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
- 06/05/2023 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
- 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium