1
1
ຈຳ​ປີ - ຈຳ​ປາ
ສຕລ ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024
ສຕລ ສຳເລັດການຝຶກອົບຮົມຜູ້ປະສານງານການແຂ່ງຂັນ 2024
Title Type Date
ສູນຝຶກຈຳປີ-ຈຳປາ ຫຼັກ16 ເປີດ​ເທີມ​ໃຫມ່ 27/04/2024 Advertise 26/03/2024
ເປິດ​ເທີມ​ໃຫມ່ ສູນຝຶກ​ຈຳ​ປີ - ຈຳ​ປາ ວັນ​ທີ 27/04/2024 Advertise 25/03/2024
ປະ​ກາດ​ຮັບ​ສະ​ຫມັກ​ພະ​ນັກ​ງານ Advertise 25/03/2024
News Cover

ລາວລີກ 2 ແຂວງຈຳປາສັກ ເລີ້ມແຂ່ງຂັນວັນທີ 18 ພຶດສະພາ 2024

18/05/2024

ລາວລີກ 2 ແຂວງຈຳປາສັກ ມີ 6 ສະໂມສອນເຂົ້າຮ່ວມການແຂ່ງຂັນຄື:

1. ສະໂມສອນບານເຕະ ທະຫານແຂວງຈຳປາສັກ(ເເຊັ້ມເກົ່າ 2023).

2. ສະໂມສອນບານເຕະ ລະບຽງພູ (ຮອງເເຊັ້ມເກົ່າ2023).

3. ສະໂມສອນບານເຕະ ປ.ກ.ສ ແຂວງຈຳປາສັກ.

4. ສະໂມສອນບານເຕະ ສີລາເພັດ.

5. ສະໂມສອນບານເຕະ ບຸ່ງອຸດົມ.

6. ສະໂມສອນບານເຕະ ປິ່ນແກ້ວ

ໂດຍຈະເລີ້ມແຂ່ງຂັນວັນທີ 18 ພຶດສະພາ 2024 ເປັນຕົ້ນໄປ ແຂ່ງຂັນທຸກໆ ວັນເສົາ ແລະ ວັນອາທິດ ຢູ່ທີ່ສະຫນາມກິລາຫຼັກ 2 ແຂວງຈຳປາສັກ

ຕາຕະລາງ ການແຂ່ງຂັນອາທິດທີ 1

ວັນເສົາ 18 ພຶດສະພາ 2024

ເວລາ 15:30 ສະໂມສອນບານເຕະ ປິນເເກ້ວ F.C ພົບ ສະໂມສອນບານເຕະ ບຸ່ງອຸດົມ F.C

ວັນອາທິດ 19 ພຶດສະພາ 2024

ເວລາ 13:30 ສະໂມສອນບານເຕະທະຫານແຂວງຈຳປາສັກ F.C ພົບ ສະໂມສອນບານເຕະລະບຽງພູ

ເວລາ 15:30 ສະໂມສອນບານເຕະ ປ.ກ.ສ ແຂວງຈຳປາສັກ F.C ພົບ ສະໂມສອນບານເຕະ ສີລີເພັດ F.C

ສາມາດຕິດຕາມຊົມ ແລະ ເຊຍ ທີມທີ່ຕົນເອງມັກໄດ້ແຂ່ງຂັນຢູ່ທີ່ສະຫນາມກິລາຫຼັກ 2 ແຂວງຈຳປາສັກ ເຂົ້າຊົມຟຣີ ຫລື ຮັບຊົມການຖ່າຍທອດສົດໄດ້ທີ່ເພສ F.C.Champasak

News Cover

ສຕລ ຈັດກິດຈະກໍາຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງຜົ້ງສາລີ

15/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງຜົ້ງສາລີໄດ້ຈັດກິດຈະກໍາການຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີ ພາຍໃຕ້ໂຄງການ‘’ The AFC Grassroots Football Day” ຂື້ນໃນວັນທີ 15 ພຶດສະພາ 2024ທີ່່ສະໜາມບານເຕະເມືອງຜົ້ງສາລີ,ເຊິ່ງກິດຈະກຳດັ່ງກ່າວຈັດຂື້ນໃນໂອກາດ ຄົບຮອບ 11 ປີ ທີ່ ສະຫະພັນບານເຕະອາຊີ(AFC) ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.ເຂົ້າຮ່ວມໃນພິີີທີດັ່ງກ່າວມີ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ສຸລິທອນ ສຸລິໃຈ ຮອງປະທານ ສະຫະພັນບານເຕະແຂວງຜົ້ງສາລີ, ທ່ານ ສີສະເຫວີຍ ໄຊຊະນະສີ ຜູ້ຮັບຜິດຊອບວຽກງານບານເຕະຂັ້ນພື້ນຖານ ສຕລ ພ້ອມດ້ວຍຄະນະຄູຝຶກ, ຄູຝຶກຈາກແຂວງຜົ້ງສາລີ, ຄູອາຈານ ແລະ ເຍົາວະຊົນ 200 ຄົນ ຊາຍ 100 ຄົນ ແລະ ຍິງ 100 ຄົນ ທີ່ມາຈາກ 4 ໂຮງຮຽນພາຍໃນເມືອງຜົ້ງສາລີຄືໂຮງຮຽນ ໂພນແກ້ວ, ໂຮງຮຽນ ຈອມເລືອງ,ໂຮງຮຽນ ຮົ່ມສະຫວ່າງ ແລະ ໂຮງຮຽນ ແສນສາລີ.

 ໃນພິທີ,ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງໄດ້ໃຫ້ທັດສະນະກ່ຽວກັບການຝຶກສອນຄັ້ງນີ້ວ່າ:‘’ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ຕາງຫນ້າ ສຕລ ມາຮ່ວມຈັດກິດຈະກຳກິລາບານເຕະເຍົາວະຊົນຮ່ວມກັບ ສະຫະພັນບານເຕະແຂວງຜົ້ງສາລີ, ຈຸດປະສົງໃນການຈັດກິດຈະກໍາຄັ້ງນີ້ແມ່ນປະຕິບັດຕາມແຜນຂອງ ສຕລ ປະຈຳປີ 2024 ເພື່ອເປັນການຝຶກສອນດ້ານເຕັກນິກ, ທັກສະຂັ້ນພື້ນຖານ ໃຫ້ແກ່ເຍົາວະຊົນໃຫ້ເປັນນັກກິລາດີເດັ່ນຂອງແຂວງ ແລະ ຂອງຊາດໃນຕໍ່ຫນ້າ, ທັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນມີຄວາມຮັກມັກຫລິ້ນກິລາບານເຕະໃຫ້ເພີ້ມຂຶ້ນໃນອະນາຄົດ, ການຫລິ້ນກິລາກໍເພື່ອໃຫ້ມີສຸຂະພາບແຂງແຮງ ມີຄວາມສາມັກຄີ,ຮູ້ຫ່າງໄກຈາກຢາເສບຕິດອີກດ້ວຍ ‘’.ໃນໄລຍະຜ່ານມາ ສຕລໄດ້ເປີດ ສູນຝຶກຈຳປີ - ຈໍາປາ ມາແລ້ວຄື ຢູ່ນະຄອນຫຼວງວຽງຈັນ2ແຫ່ງ, ແຂວງຫຼວງພະບາງ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາບ່ອນລະ1ແຫ່ງ,ແນໃສ່ຝຶກແອບກິລາບານເຕະເຍົາວະຊົນໃຫ້ມີຂະບວນຟົດຟື້ນ ແລະ ຕໍ່ເນື່ອງໃນແຕ່ລະຮຸ່ນອາຍຸ ເພື່ອໃຫ້ນັກກິລາມີພື້ນຖານດ້ານເຕັກນິກ,ມີທັກສະທີ່ດີ ແລະ ຄ່ອງແຄ້ວໃນການຫຼີ້ນບານ.

 ໂອກາດດັ່ງກ່າວ ທ່ານ ທ່ານ ສຸລິທອນ ສຸລິໃຈກໍໄດ້ສະແດງຄວາມຊົມເຊີຍແລະຂອບໃຈມາຍັງ ສຕລ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງກິລາບານເຕະຂອງແຂວງຜົ້ງສາລີແລະໄດ້ຈັດການຝຶກສອນ ຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງຜົ້ງສາລີໃນຄັ້ງນີ້.


News Cover

ບຸນພະຈັນ ບຸນກອງ:ນັກກິລາໜຶ່ງດຽວຂອງສປປລາວໄດ້ແຊ້ມລີກກຳປູເຈຍກັບ ສະໂມສອນ Preah Khan Reach Svay Rieng FC

14/05/2024

ລາຍງານຂ່າວຈາກກຳປູເຈຍເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ:ບຸນພະຈັນ ບຸນກອງນັກກິລາບານເຕະທິມຊາດລາວແມ່ນໜຶ່ງດຽວຂອງສປປລາວທີ່ໄດ້ແຊ້ມລີກກຳປູເຈຍກັບສະໂມສອນ Preah Khan Reach Svay Rieng FC.ໂອກາດນີ້ຕາງໜ້າສະຫະພັນບານເຕະແຫ່ງຊາດລາວກໍຄືແຟນບານທົ່ວສປປລາວຂໍສະແດງຄວາມຊົມເຊີຍແລະຍິນດີນຳ ບຸນພະຈັນ ບຸນກອງ ກອງຫນ້າທີມຊາດລາວ ກາຍເປັນນັກກິລາລາວຄົນທຳອິດທີ່ ໄດ້ແຊ້ມລີກກຳປູເຈຍ🏆 ກັບ ສະໂມສອນ Preah Khan Reach Svay Rieng FC ຢ່າງເປັນທາງການ. ກ່ອນຫນ້ານັ້ນ ບຸນພະຈັນ ໄດ້ແຊ້ມລາຍການ Hun Sen Cup 2024.

ບຸນພະຈັນໄດ້ໃຫ້ສຳພາດວ່າ: " ດີໃຈ ແລະ ພູມໃຈ ຫລາຍທີ່ໄດ້ 2 ແຊ້ມເປັນຄັ້ງທໍາອິດທີ່ປະເທດກໍາປູເຈຍ ແລະ ເປັນຄັ້ງທຳອິດທີ່ໄດ້ມາຫລິ້ນຢູ່ ສະໂມສອນນີ້.ກ່ອນອື່ນ,ຢາກຂໍຂອບໃຈສະຫະພັນບານເຕະແຫ່ງຊາດລາວແລະສະໂມສອນຊ້າງນ້ອຍທີ່ໃຫ້ໂອກາດໃຫ້ຕົນເອງໄດ້ມາຫລິ້ນຢູ່ຕ່າງປະເທດ,ກໍຄືສະແດງຄວາມຂໍຂອບໃຈອີກເທື່ອຫນຶ່ງຕໍ່ສະໂມສອນ Preah Khan Reach Svay Rieng ທີ່ໃຫ້ໂອກາດຕົນເອງໄດ້ຫລິ້ນກັບສະໂມສອນນີ້ແລະຂອບໃຈທຸກຄົນທີ່ໃຫ້ການສະຫນັບສະຫນູນ ແລະ ເປັນກຳລັງໃຈໃຫ້".

ສຳລັບປະຫວັດ ບຸນພະຈັນ ບຸນກອງ ແມ່ນເກີດວັນທີ 29 ພະຈິກ 2000 ສູງ 168 ຊັງຕີແມັດ ແລະ ນ້ຳໜັກ 60 ກິໂລກຣາມ ເກີດທີ່ບ້ານນາແກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນລູກຊາຍຂອງ ທ່ານ ບຸນກອງ ແລະ ທ່ານ ນາງ ບຸນລັບ ມີນ້ອງຊາຍ 1 ຄົນ.

     ບຸນພະຈັນ ເລີ່ມຫຼິ້ນກີລາເຕະບານມາຕັ້ງແຕ່ນ້ອຍໃນສະໄໝຮຽນປະຖົມ ດ້ວຍໃຈຮັກມັກ ແລະ ຕິດພັນກັບກີລາບານເຕະ ເນື່ອງຈາກຜູ້ເປັນພໍ່ເຄີຍຫຼິ້ນມາກ່ອນ, ບຸນພະຈັນ ເປັນນັກເຕະອາຍຸນ້ອຍທີ່ສຸດພຽງ 15 ປີ ໃນບານເຕະລາວ ພຣີເມຍລີກ ໂດຍເລີ່ມຕົ້ນຫຼິ້ນໃຫ້ກັບຊຸດເຍົາວະຊົນຂອງ ສະຫວັນ ເອັຟຊີ ໂດຍຄູຝຶກຂອງ ສະຫວັນ ເອັຟຊີ ທ່ານ ເອກກະພົບ ໂພທິໃສ ເຫັນວ່າຜູ້ກ່ຽວມີແວວ ມີພອນສະຫວັນໃນດ້ານກິລາບານເຕະ,ຈິ່ງສົ່ງເສີມໃຫ້ໂອກາດຜູ້ກ່ຽວເຂົ້າມາທົດລອງຫຼິ້ນໃນຊຸດໃຫຍ່ລົງສະໜາມນັດທໍາອິດພົບກັບ ຊ້າງນ້ອຍໃນປີ 2015 ແລະ ໃນເວລາຕໍ່ມາຜູ້ກ່ຽວຍິງ 1 ປະຕູທໍາອິດໄດ້ໃນນັດທີ່ ສະຫວັນ ເອັຟຊີ ເສຍໃຫ້ ທີມໄຟຟ້າລາວ 2-3.

ບຸນພະຈັນ ບຸນກອງ ເຄີຍເຂົ້າຮວ່ມເປັນນັກກິລາຂອງສູນຝຶກ(Academy) ແຂວງສະຫວັນນະເຂດ,ສູນຝຶກລັດຕະນະວົງທ່ອງທ່ຽວ,ສູນຝຶກຟຸກໂມບາຍ,ສູນຝຶກບ້ານນາແກ ແລະ ເຄີຍຫລິ້ນໃຫ້ກັບ ສະໂມສອນ ສະຫວັນ ເອັຟຊີ, ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ ເອັຟຊີ, ຕິດທີມຊາດລາວ ໃນແຕ່ລະຮຸ່ນອາຍຸນັບຕັ້ງແຕ່ U16, U18, U19, U21, U23 ແລະ ຕິດທີມຊາດລາວຊຸດໃຫຍ່ໃນປີ 2018.

ສຳລັບຜົນງານທີ່ຫລິ້ນໃຫ້ກັບຊ້າງນ້ອຍ ແມ່ນສາມາດຄວ້າແຊ້ມ 4 ລາຍການຄື: ເປບຊີ ລາວລີກ 1 ໃນປີ 2022, 2023, ການແຂ່ງຂັນບານເຕະຊີງຂັນ ສຕລ ໃນປີ 2020 ແລະ ປີ 2022. ບຸນພະຈັນ ບຸນກອງເປັນນັກກິລາທີ່ຖະນັດຫຼີ້ນໃນກອງກາງ, ແລະກອງໜ້າ.


Video Cover

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ຊີ​ໄອ​ທີ ພົບ ​ເອັ​ສ​ທີ​ທີ

11/05/2024

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ຊີ​ໄອ​ທີ ພົບ ​ເອັ​ສ​ທີ​ທີ

Video Cover

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ມາ​ສະ​ດາ ຈີ​ບີ ພົບ ເຄ​ເອັມ​ທີ

11/05/2024

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ມາ​ສະ​ດາ ຈີ​ບີ ພົບ ເຄ​ເອັມ​ທີ

Video Cover

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ​​ເຫນືອ - ໃຕ້ ພົບ ​​​ເ​ບ​ສະ​ຫວັນ

11/05/2024

ການ​ແຂ່ງ​ຂັນ ລາວ ຟຸດ​ຊໍ ລີກ 2024 ​​ເຫນືອ - ໃຕ້ ພົບ ​​​ເ​ບ​ສະ​ຫວັນ