Activities
News Cover

ເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

30/08/2023

ຕອນແລງຂອງວັນທີ 29 ສິງຫາ 2023 ທີ່ຫ້ອງປະຊຸມ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ໄດ້ຮັບຟັງການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານ ໂດຍແມ່ນທ່ານພອນສະຫວັນ ເພັດສາຍຊຳ ໜ່ວຍງານສະກັດການລົ້ມບານ ເປັນຜູ້ບັນລະຍາຍ.


  ຈຸດປະສົງໃນການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານຄັ້ງນີ້ ກໍເພື່ອໃຫ້ບັນດາ ຄະນະຄູຝຶກ ແລະ ນັກກິລາ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ວ່າການລົ້ມບານແມ່ນຫຍັງ, ຜົນສະທ້ອນຂອງການລົ້ມບານແມ່ນມີໂທດທາງອາຍາໃນສະຖານຄວາມຜິດການໃຫ້ສິນບົນ ຫຼື ຮັບສິນບົນ ຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 110 ຂອງກົດໝາຍວ່າດ້ວຍກິລາ ແລະ ກາຍຍະກໍາ ສະບັບປີ 2019 ຊຶ່ງຈະຖືກລົງໂທດຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 357 (ການໃຫ້ສິນບົນ) ແລະ ມາດຕາ 358 (ການຮັບສິນບົນ) ຂອງປະມວນກົດໝາຍອາຍາ ສະບັບປີ 2017. ຊຶ່ງທັງສອງມາດຕານີ້ມີໂທດສູງສຸດຄືຕັດອິດສາລະພາບຕະຫຼອດຊີວິດ.


ການເຜີຍແຜ່ຄັ້ງນີ້ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງສະຫະພັນບານເຕະສາກົນ ຫຼື FIFA. ທຸກໆລາຍການຂອງການແຂ່ງຂັນກິລາບານເຕະຢູ່ຕ່າງປະເທດ ທີ່ທີມຊາດລາວທຸກຮຸ່ນໄດ້ເຂົ້າຮ່ວມການແຂ່ງຂັນ ລວມທັງການແຂ່ງຂັນຢູ່ພາຍໃນປະເທດທີ່ ສະຫະພັນບານເຕະ ແຫ່ງຊາດລາວ(ສຕລ) ເປັນຜູ້ຈັດການແຂ່ງຂັນນັ້ນແມ່ນຈະຕ້ອງໄດ້ຮັບການເຜີຍແຜ່ ຂໍ້ບັງຄັບ ແລະ ມາດຕະການຕ່າງໆໃນການສະກັດກັ້ນການລົ້ມບານສູ່ນັກກິລາ, ຄະນະຄູຝຶກ ແລະ ຄະນະຮັບຜິດຊອບທີມແຕ່ລະຊຸດໄດ້ຮັບຟັງ.


  ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານ ຈົ່ງເປັນເຈົ້າການໃນການສະກັດກັ້ນ ແລະ ປະຕິເສດ ພ້ອມທັງຮຽກຮ້ອງໃຫ້ລາຍງານຂໍ້ມູນການລົ້ມບານມາຫາໜ່ວຍງານສະກັດກັ້ນການລົ້ມບານ. ເພາະການລົ້ມບານນີ້ປຽບດັ່ງກັບການປຸ້ນຊາດ,ປຸ້ນກຽດສັກສີ,ຊື່ສຽງຂອງຊາດແລະຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.


  ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້:[email protected] ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.


  ທີມຊາດລາວ U23 ມີລາຍການເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ), ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.


ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ2024ຢູ່ທີ່ນະຄອນຫຼວງປາຣີປະເທດຝຣັ່ງ.


  ຕາຕະລາງແຂ່ງຂັນຂອງທີມຊາດລາວ


- ວັນທີ 06/09/2023 ເວລາ 20:30 ລາວ ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)


- ວັນທີ 09/09/2023 ເວລາ 20:30 ລາວ ພົບ ທາຈີກິສຖານ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)



News Cover

ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

09/08/2023

ຕອນເຊົ້າວັນທີ08ສິງ​ຫາ2023ຢູ່​ທີ່​ຫ້ອງ​ປ​ະ​ຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ16ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23ໄດ້ຮັບຟັງການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ບານ ໂດຍ​ແມ່ນ ທ່ານ ພອ​ນ​ສະ​ຫວັນເພັດ​ສາຍ​ຊຳໜ່ວຍງານການຕໍ່ຕ້ານການລົ້ມບານເປັນ​ຜູ້​ບັນ​ລະ​ຍາຍ.

​ຈຸດ​ປະ​ສົງ​ໃນ​ການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ ກໍ​ເພື່ອ​ໃຫ້​ບັນ​ດາ ຄະ​ນະຄູ​ຝຶກ ແລະ ນັກ​ກິ​ລາ ໄດ້​ຮັບ​ຮູ້ເຂົ້າ​ໃຈ​ເລກ​ເຊິ່ງ ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ການລ໋ອກ​ຜົນ​ການ​ແຂ່ງ​ຂັນ,ພຶດຕິກຳ ທີ່ຖືວ່າເປັນການລັອກຜົນການແຂ່ງຂັນ. ສຳ​ລັບການລົ້ກິລາຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍ ກິລາ ແລະ ກາຍຍະກໍາ,ສະບັບເລກທີ 29/ສພຊ,ລົງວັນທີ 25 ພະຈິກ 2019. ມ110: ການລົ້ມກິລາແມ່ນການຕົກລົງກັນໄວ້ລ່ວງໜ້າກ່ຽວກັບຜົນຂອງການແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ລວມມີນັກກິລາ,ຄູຝຶກ,ກໍາມະການຕັດສິນ ແລະ ບຸກຄົນອື່ນ ຊຶ່ງເປັນການທໍາລາຍກຽດສັກສີ,ຊື່ສຽງຂອງວົງການກິລາ ແລະ ປະເທດຊາດ.

ບຸກຄົນ,ນິຕິບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ສະເໜີໃຫ້: ເອົາໃຫ້ ຫຼື ສັນຍາວ່າຈະໃຫ້,ຮັບເອົາ,ທວງເອົາ,​ຂໍເອົາ,ຫຼື ຕົກລົງຮັບເອົາ ເງິນ,ຊັບສິ່ງຂອງ,ຫຼື ຜົນປະໂຫຍດໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອລົ້ມກິລາ ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາໃນສະຖານໃຫ້ສິນບົນ ຫຼື ການຮັບຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຊຶ່ງມີໂທດຕັດອິດສາລະພາບສູງສຸດແມ່ນຕະຫຼອດຊີວິດ.

ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານເປັນເຈົ້າການໃນການສະກັດກັ້ນ, ປະຕິເສດ ແລະ ລາຍງານຂໍ້ມູນການລົ້ມບານ ເພາະການລົ້ມບານນີ້ປຽບດັ່ງເປັນກັບການປຸ້ນຊາດດ້ວຍການປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ ຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.

ບັນ​ດາ​ທ່ານ​ທ່ານສາມາດລາຍງານການລັອກຜົນບານ ຫຼື ການລົ້ມບານຫາໜ່ວຍງານສະກັດກັ້ນການ. ຊຶ່ງຂໍ້ມູນທີ່ທ່ານສົ່ງ ຈະຖືກຮັກສາໄວ້ເປັນຄວາມລັບສູງສຸດ. ທ່ານສາມາດສົ່ງຫາພວກເຮົາຕາມຊ່ອງທາງດັ່ງນີ້:

  1. ທາງອີເມລທີ່:[email protected].
  2. ທາງເວັບໄຊ້https://laoff.org.la/la.ເຂົ້າໄປທີ່ໜ່ວຍງານສະກັດກັ້ນການລົ້ມບານ.

ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ23ປີ ປະຈຳປີ2023 (AFF U23 CHAMPIONSHIP 2023)ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ17-26ສິງຫາ2023,ໂດຍມີທັງຫມົດ10ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ3ກຸ່ມດັ່ງນີ້:

-ກຸ່ມA :ໄທ,ກຳປູເຈຍ,ບຣູໄນ ແລະ ມຽນມາ

-ກຸ່ມB :ຕີມໍເລສເຕ,ມາເລເຊຍ ແລະ ອິນໂດເນເຊຍ

-ກຸ່ມC :ຫວຽດນາມ,ຟີລິບປິນ ແລະ ລາວ

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

-ວັນທີ18/08/2023ເວລາ16:00ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມRAYONG PROVINCIAL STADIUM.

-ວັນທີ20/08/2023ເວລາ16:00ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມRAYONG PROVINCIAL STADIUM.

ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ24ສິງຫາ2023ສ່ວນນັດຊີງຊະນະເລີດ,ນັດຊີງອັນດັບ3ແມ່ນ ຈະແຂ່ງຂັນວັນທີ26ສິງຫາ2023.

ລາຍການດັ່ງກ່າວແມ່ນຄັດເອົາອັນດັບ1ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ2ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.

News Cover

ຄະ​ນະ​ຄູ​ຝຶກ ແລະ ນັກ​ກິ​ລາທີມ​ຊາດ​ຍິງ​ລາ​ວU19 ຮັບ​ຟັງ​ການ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ບານ

27/06/2023
ໃນຕອນບ່າຍຂອງ ວັນທີ 27 ມິຖຸນາ 2023 ຢູ່​ທີ່​ຫ້ອງ​ປ​ະ​ຊຸມສະ​ຫະ​ນ​ບານ​ເຕະ​ແຫ່ງ​ຊາດ​ລາວ(ສຕລ), ຄະນະຄູຝຶກ ແລະ ນັກກິລາທີມຊາດຍິງລາວ U19 ໄດ້ຮັບຟັງການເຜີຍແຜ່ 5 ຫົວຂໍ້ສຳຄັນກ່ຽວກັບການສະ​ກັດ​ກັ້ນ​ການ ລົ້ມບານເພື່ອໃຫ້ມີສະຕິລະວັງຕົວ,ເປັນຫູເປັນຕາຊ່ວຍກັນ ແລະ ປະກອບສ່ວນສະກັດກັ້ນບໍ່ໃຫ້ມີກໍລະນີນີ້ເກີດຂຶ້ນກັບທິມຊາດຍິງລາວ ໂດຍມີ ທ່ານ ສົມສະໜຸກ ລຽນ​ສະ​ຫວັນ ຮອງ​ເລ​ຂາ​ທິ​ການ ສຕລ ແລະ ທ່ານ ພອນສະຫວັນ ເພັດສາຍຊຳ ໜ່ວຍງານການຕໍ່ຕ້ານການລົ້ມບານ ເປັນ​ຜູ້​ບັນ​ລະ​ຍາຍ.
ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 05 – 15 ກໍລະກົດ2023ທີ່ປະເທດອິນໂດເນເຊຍ. ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດເຂົ້າຮ່ວມ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍເລສເຕ
- ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ຕາ​ຕະ​ລາງ ການ​ແຂ່ງ​ຂັນ​ຂອງ​ທີມ​ຊາດ​ລາວ
ວັນ​ທີ 05/07/2023 ກຳ​ປູ​ເຈຍ ພົບ ລາວ
ວັນ​ທີ 07/07/2023 ລາວ ພົບ ອິນ​ໂດ​ເນ​ເຊຍ
ວັນ​ທີ 09/07/2023 ລາວ ພົບ ຕີ​ມໍ ເລ​ສ​ເຕ
ກຳ​ນົດ​ການ​ເດີນ​ຂອງ​ທີມ​ຊາດ​ຍິງ ລາວU19 ແມ່ນ​ຈະ​ອອກ​ເດີນ​ທາງໄປ​ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍໃນວັນ​ທີ 02 ກໍ​ລະ​ກົດ 2023
ເຊີນແຟນບານທຸກທ່ານສົ່ງກຳລັງໃຈຮວ່ມຊົມ,ຮວ່ມເຊຍທິມຊາດຍິງລາວU19ໃນການແຂ່ງຂັນຄັ້ງນີ້ດວ້ຍ.