
ເຍົາວະຊົນ ສາລະວັນ 130 ກວ່າຄົນ ຮ່ວມຄັດເລືອກ ກ້າວສູ່ນັກກິລາທີມຊາດໃນອະນາຄົດ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງສາລະວັນ ຈຳນວນ 130 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນໄດ້ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງສາລະວັນ ເພື່ອພັດທະນາກາຍເປັນນັກກິລາດິເດັ່ນປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 12-14 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ສືບຕໍ່ເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈໍາປີຈຳປາ ແຂວງສາລະວັນ ທີ່ພາຍຫຼັງສຳເລັດໂຄງການດັ່ງກ່າວ ທີ່ແຂວງຈຳປາສັກ (8-10 ກຸມພາ) ເພື່ອເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ໃນຈຳນວນ 22 ຄົນ ຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງສາລະວັນ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.ໃນໂອກາດດັ່ງກ່າວ, ທາງ ສຕລ ກໍຍັງໄດ້ມອບອຸປະກອນບານເຕະຈຳນວນຫຼາຍລາຍການໃຫ້ທາງສະຫະພັນບານເຕະແຂວງສາລະວັນ ເພື່ອນຳໄປພັດທະນານັກກິລາເຍົາວະຊົນອີກດ້ວຍ.
ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສຕລ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມ,ເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງສະພາບແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເມືອງປາກຊັນ ແຂວງບໍລິຄໍາໄຊ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານເຕະຈໍາປີຈໍາປາ ແຂວງສາລະວັນ, ສູນຝຶກບານເຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ແຂວງຄຳມ່ວນ.
ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ ຕື່ມອີກ.

ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຂື້ນໃນຕອນເຊົ້າວັນທີ 17 ກຸມພາ 2025 ທີ່ຫ້ອງປະຊຸມ ສຕລ ,ໂດຍໃຫ້ກຽດເຂົ້າຮວ່ມຂອງ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ.
ໃນພິທີ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງບົດບາດຄວາມສໍາຄັນຂອງຄູຝຶກ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກປ່ຽນບົດຮຽນ,ປະສົບການ ເພື່ອນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວ.
ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ. ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປ 2 ໄລຍະ ຄື: ໄລຍະທີ 1 ວັນທີ 17 – 21 ກຸມພາ 2025 ແລະ ໄລຍະທີ 2 ວັນທີ 31 ມີນາ ຫາ 04 ເມສາ 2025.
ເຂົ້າຮວ່ມພິທີນີ້ ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ, ທ່ານ ວຽງສະຫວັນ ໄຊຍະບູນ ຜູ້ຊ່ວຍຜູ້ຝຶກສອນ, ທ່ານ ຄຳໃສ ຈັນທະວົງ ຜູ້ຊ່ວຍຜູ້ຝຶກສອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ ເປັນຍິງ 3 ທ່ານ, ຈາກປະເທດໄທ 6 ທ່ານ.
#LFFCOACHINGCOURSE
#LFFAFCCLICENSECOURSE
#LAOFOOTBALLFEDERATION

ບໍລິສັດ ເບຍລາວເປັນຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ລາຍການແຂ່ງຂັນກິລາບານເຕະ ຊິງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ລະດູການ 2024 – 2027
ພິທີຖະແຫຼງຂ່າວຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນການແຂ່ງຂັນກິລາບານເຕະ ຊິງຂັນ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ລະດູການ 2024 – 2027 ລະຫວ່າງ ສະຫະພັນບານເຕະແຫ່ງຊາດ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ກຸມພາ 2025 ທີ່ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ. ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ບໍລິສັດເບຍລາວແມ່ນຄູ່ຮ່ວມສັນຍາທີ່ດີຕໍ່ ສະຫະພັນບານເຕະແຫ່ງຊາດລາວ ຕະຫຼອດມາ, ການອຸປະຖຳຄັ້ງນີ້ແມ່ນຈະເອົາໄປໃຊ້ຈ່າຍສຳລັບຄ່າທີ່ພັກ, ເດີນທາງ ແລະ ຄ່າອື່ນໆຂອງບັນດາສະໂມສອນ.
ຈາກນັ້ນທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດຂອງບໍລິສັດເບຍລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນ ເຊິ່ງເພີ່ນໄດ້ໃຫ້ຮູ້ວ່າ: ການແຂ່ງຂັນບານເຕະຊິງຂັນພະນະທ່ານນາຍົກລັດຖະມົນຕີຄັ້ງນີ້ແມ່ນໂຄງການ
ໃໝ່ ແລະ ກໍ່ດີໃຈທີ່ທາງ ສຕລ ໄດ້ເອົາໃຈໃສ່ໃນການພັດທະນາກິລາບານເຕະຕັ້ງແຕ່ຂັ້ນພື້ນຖານຈົນຮອດຂັ້ນອາຊີບ ສຳລັບງານນີ້ ບໍລິສັດ ເບຍລາວຈະເປັນຜູ້ສະໜັບສະໜູນຫຼັກ ແລະ ຫວັງວ່າການສະໜັບສະໜູນຂອງພວກເຮົານີ້ຈະຊ່ວຍຕໍ່ຍອດໃນການພັດທະນາຕໍ່ໄປ.
ໃນພິທີຖະແຫຼງຂ່າວຍັງໄດ້ມີການມອບຮັບການສະໜັບສະໜູນ ລະຫວ່າງ ສຕລ ແລະ ບໍລິສັດ ເບຍລາວ
ໂດຍບໍລິສັດເບຍລາວໃຫ້ການສະໜັບສະໜູນການແຂ່ງຂັນເປັນໄລຍະເວລາ ຄືແຕ່ປີ 2024 ຫາປີ 2027 ເຊິ່ງເປັນມູນຄ່າ 4,200,000,000 ກີບ. ຫຼັງຈາກນັ້ນກໍ່ເປີດໂອກາດໃຫ້ສື່ມວນຊົນສອບຖາມ.
ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ການຕະຫຼາດ ບໍລິສັດເບຍລາວ, ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສຕລ, ທ່ານ ຈັນທະວົງ ສີລິມະໂນທຳ ຮັກສາການເລຂາທິການ ສຕລ, ພະນັກງານຈາກບໍລິສັດເບຍລາວ, ພະນັກງານຈາກ ສຕລ ແລະ ບັນດາສື່ມວນຊົນ ເຂົ້າຮ່ວມ.

ສຕລ ມອບອຸປະກອນກິລາບານເຕະຫຼາຍລາຍການ ໃຫ້ ສຕຂ ຈຳປາສັກ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມອບອຸປະກອນກິລາບານເຕະຫຼາຍລາຍການ ຊຶ່ງລວມມີໝາກເກີ, ຈວຍ, ຂັ້ນໃດສະປີດ, ຖົງໃສ່ໝາກບານ ແລະ ບານເຕະ ຈຳນວນໜຶ່ງ ໃຫ້ແກ່ສະຫະພັນບານເຕະແຂວງຈຳປາສັກ (ສຕຂ) ເພື່ອສົ່ງເສີມການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນແຂວງໃຫ້ມີການຫຼິ້ນກິລາບານເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ປັ້ນນັກກິລາໃຫ້ແກ່ທີມຊາດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ.
ພິທີມອບ-ຮັບໄດ້ຈັດຂຶື້ນໃນຕອນແລງວັນທີ 9 ກຸມພາ ຜ່ານມາ ທີ່ສະໜາມກິລາບານເຕະແຂວງຈຳປາສັກ ຕາງໜ້າມອບໂດຍທ່ານ ສົມໃຈ ແສນພິມມະຈັກ ຜູ້ຊ່ວຍຫົວໜ້າພະແນກເຕັກ ນິກ - ວິທະຍາຂອງສຕລແລະ ຮັບໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈຳປາສັກ,ໂດຍມີທ່ານ ກັນ ລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະຄູຝຶກບານເຕະແຂວງ ແລະ ພະນັກງານທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.
ໃນການມອບອຸປະກອນເຄື່ອງກິລາດັ່ງກ່າວແມ່ນເນື່ອງໃນໂອກາດທີ່ພະແນກເຕັກນິກວິທະຍາ ສຕລ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ທີ່ມີພອນສະຫວັນດີເດັ່ນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈຳປີຈຳປາ ແຂວງຈຳປາສັກ ລະຫວ່າງວັນທີ 8-10 ກຸມພາ 2025 ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.

ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຈຳປາສັກ 170 ກວ່າຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 8-10 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນປຳປີຈຳປາ ແຂວງຈຳປາສັກ ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ. ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ໃນປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານແຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ເມືອງປາກຊັນ ແຂວງບໍລິຄໍາໄຊ. ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງສາລະວັນ ໃນລະຫວ່າງວັນທີ 12-15 ກຸມພາ 2025 ຕື່ມອີກ.

ສຕລ ປິດຊຸດຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ B
ໃນຕອນເຊົ້າຂອງມື້ວັນທີ 7 ກຸມພາ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະ ລະດັບ (B) ຂຶ້ນ ຢູ່ທີ່ຫ້ອງປະຊຸມ ສຕລ, ໃຫ້ກຽດເປັນປະທານກ່າວປິດໂດຍແມ່ນທ່ານ ນາງ ພູໄຊ ແພງພົງ ອານຸກຳມະການ ກຳມະການຕັດສິນຂອງ ສຕລ.
ໃນພິທີທ່ານ ນາງ ພູໄຊ ແພງພົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຝຶກອົບຮົມຄັ້ງນີ້ ແລະ ເພິ່ນກໍຍັງໄດ້ຢໍ້າຕື່ມກ່ຽວກັບທັກສະໃນການສົ່ງຄວາມຮູ້ຂອງບັນດາຄູຝຶກທີ່ຈະເອົາໄປນຳໃຊ້ໃນອະນາຄົດເພາະບັນດາຄູຝຶກແມ່ນມີພອນສະຫວັນ ແລະ ຄວາມເກັ່ງໝົດແລ້ວ.
ການຝຶກອົບຮົມແມ່ນໄດ້ດຳເນີນໄປເປັນ 2 ໄລຍະຄື:
- ໄລຍະທີ 1 ແຕ່ວັນທີ 13-16 ພະຈິກ 2024.
- ໄລຍະທີ 2 ແຕ່ວັນທີ 3-7 ກຸມພາ 2025.
ແບ່ງເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Yong Wai Hwang ຄູຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະສຳມະກອນຈໍານວນ 16 ທ່ານ,ມາຈາກປະເທດໄທ 3ທ່ານ ແລະ ໂຮນແລນ 1 ທ່ານ.

ປະກາດຮັບສະໝັກຮຽນເປັນຄູຝຶກ LFF/AFC PRO DIPLOMA COACHING COURSE
ໂອກາດດີໆມາແລ້ວ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ກຽມຈັດຝຶກອົບຮົມຄູຝຶກລະດັບ ໂປລ ລາຍເຊັນ LFF/AFC PRO DIPLOMA COACHING COURSE ເປັນຄັ້ງທໍາອິດ ໃນ ສປປ ລາວ ໂດຍເປີດຮັບສະ ໝັກຄູຝຶກ ທັງພາຍໃນ ແລະ ຕ່າງປະເທດທີ່ ສົນໃຈຮຽນຄູຝຶກໃນລະດັບດັ່ງກ່າວ.
ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ, ຈຸດປະສົງເພື່ອ ພັດທະນາວົງການບານເຕະ,ຄູຝຶກ,ນັກກິລາ ໃຫ້ປະສົບຜົນສໍາເລັດຮ່ວມກັນ.
ການຝຶກອົບຮົມມີລາຍລະອຽດດັ່ງລຸ່ມນີ້:
- ເລີ່ມຮຽນ ເດືອນ ກໍລະກົດ 2025 ຫາ ເດືອນ ພຶດສະພາ 2026
- ຮັບຈໍານວນ 12 ຄົນເທົ່ານັ້ນ
- ການຮຽນແມ່ນຈະມີທັງຫມົດ 8 ໄລຍະເວລາ
- ຄ່າຮຽນ16.000 $/ຄົນ
- ຫຼັກສູດການຮຽນແມ່ນສອນເປັນພາສາອັງກິດເທົ່ານັ້ນ
ຄຸນສົມບັດຂອງຜູ້ຈະສະໝັກຮຽນມີດັ່ງນິ້
- ຕ້ອງຜ່ານການຮຽນຄູຝຶກລະດັບ A ຢ່າງໜ້ອຍໜຶ່ງປີຂຶ້ນໄປ
- ຕ້ອງໄດ້ຮັບໃບຢັ້ງຢືນເຂົ້າຮ່ວມຈາກ ສະຫະພັນບານເຕະຂອງຕົນເອງສັງກັດ ( ສໍາລັບຄົນຕ່າງປະເທດ)
- ປະຈຸບັນຕ້ອງເຮັດວຽກກັບທີມບານເຕະລີກລະດັບສູງ ຫລື ທີມຊາດ ແລະ (ຕ້ອງມີໜັງສືຢັ້ງຢືນຈາກສະໂມສອນ ຫລື ທີມຊາດ)
- ມີຄວາມຮູ້ດ້ານການນໍາໃຊ້ຄອມພິວເຕີເປັນຢ່າງດີ
ປິດຮັບສະໝັກ ລົງທະບຽນ ວັນທີ 14 ກຸມພາ 2025
ສາມາດດາວໂຫລດແບບຟອມສະໝັກຕາມລິ້ງລຸ່ມນີ້:
Email: [email protected]
ເປັນໂອກາດດີສຳລັບທ່ານ,ເຊີນຊວນ,ເຊີນສະໝັກເຂົ້າຮວ່ມຮຽນເປັນຄູຝຶກ LFF/AFC PRO DIPLOMA COACHING COURSE ເພາະຈໍານວນມີຈໍາກັດ.
Link ຟອມລົງທະບຽນ: https://forms.gle/R6Q7Ge21zRUjfBCk8

ສໍາເລັດກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024
ກອງປະຊຸມໃຫຍ່ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈຳປີ2024ໄດ້ໄຂຂື້ນແລະອັດລົງດວ້ຍຜົນສຳເລັດໃນວັນທີ 19ມັງກອນ 2025 ທີ່ໂຮງແຮມDouble Tree by Hiton ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນ ປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ , ໂດຍໃຫ້ກຽດເຂົ້າຮວ່ມ ຂອງ ທ່ານ ຮສ. ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ປອ ເຂີງຄຳແກ້ວ ໜູຈັນ ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ພ້ອມດວ້ຍຄະນະບໍລິຫານງານສຕລ,ສະຫະພັນບານເຕະແຂວງ,ນະຄອນຫຼວງວຽງຈັນ,ແຂກຖືກເຊີນທັງພາຍໃນແລະຕ່າງປະເທດ.
ກ່າວເປີດກອງປະຊຸມ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ:ປີ 2024 ທີີ່ຜ່ານມາ ສຕລ ໄດ້ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ປະຈໍາປີ 2023ໄດ້ສໍາເລັດຫຼາຍດ້ານທີີ່ພົົ້ນເດັັ່ນ.ໃນນັ້ນ, ສຕລ ໄດ້ຖືກຮັບເລືອກໃຫ້ເປັນສະຫະພັນບານເຕະດີເດັັ່ນ ປະເພດ Ruby ໂດຍສະຫະພັນບານເຕະອາຊີ(AFC) ເຊິີ່ງສະແດງໃຫ້ເຫັນເຖິງການຮັບຮູ້ຂອງສາກົນຕໍ່ການພັດທະນາກິລາບານເຕະໃນປະເທດລາວ,ເຊິ່ງຜົນງານ ນີ້ແມ່ນເປັນລາງວັນຂອງຄອບຄົວບານເຕະລາວທຸກພາກສ່ວນ. ນອກນັ້ນ ສຕລ ຍັງໄດ້ຮັບກຽດເປັນເຈົົ້າພາບຈັດກອງປະຊຸມໃຫຍ່ສະໄໝສາມັນ ຂອງສະຫະພັນບານເຕະອາຊຽນ,ພ້ອມນັ້ນຍ້ອນຄວາມເຊືີ່ອໝັ້ນຂອງສາກົນຕໍໍ່ ສຕລ, FIFA ແລະ AFCໄດ້ເລືອກໃຫ້ ສປປ ລາວ ເປັນສະໜາມກາງຈັດການແຂ່ງຂັນບານໂລກຮອບຄັດເລືອກຂົງເຂດທະວີບອາຊີ ຮອບ 2 ແລະ ຮອບ 3 ຂອງທີມຊາດ ສປປເກົາຫຼີ ແລະ ພາຍໃຕ້ໂຄງການ FIFA Forward ສຕລຍັງສາມາດຍາດແຍ່ງທຶນສືບຕໍໍ່ຈັດການແຂ່ງຂັນລາວລີກຍິງ ແລະ ຈັດການແຂ່ງຂັນ ຊິງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນອີກ 4 ລະດູການຂ້າງໜ້າ.ພາຍໃຕ້ໂຄງການ AFC Enhance Programme: Stadium ສຕລ ສາມາດຍາດແຍ່ງທຶນຮອນມາກໍໍ່ສ້າງອາຄານຫໍພັກນັກກິລາ ທີີ່ສູນຝຶກຈໍາປີ-ຈໍາປາ ຫຼັກ 16 ເພືີ່ອຮອງຮັບການຝຶກຊ້ອມຂອງທີມຊາດ ແລະ ສະໂມ ສອນໃຫ້ຫຼາຍຂືົ້ນ.ພາຍໃຕ້ໂຄງການ AFF Member Associations Development Programme
ສຕລ ກໍໄດ້ລະດົມທຶນຮອນຈາກຕ່າງປະເທດມາປັບປຸງສະໜາມກິລາແຫ່ງຊາດ ຫຼັກ 16.ດ້ານການພັດທະນາບຸກຄະລາກອນພາຍໃນ, ສຕລຍາມໃດກໍສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົົ້າຮ່ວມຮຽນຫຼັກສູດຕ່າງໆຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດຈົນມີຜູ້ຝຶກສອນຄົນລາວ ທີີ່ສາມາດອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກໍາມະການຕັດສີນ ລົງຄັດເລືອກເປັນກໍາມະການຕັດສິນລະດັບສູງຂອງ AFC.
ໃນກອງປະຊຸມໄດ້ຮັບຮອງເອົາບົດບັນທຶກກອງປະຊຸມໃຫຍ່ສຕລປະຈຳປີ2024,ລວມມີຜົນການເຄື່ອນໄຫວ ວຽກງານຂອງສຕລປະຈຳປີ2024,ບົດສະຫຼຸບວຽກງານການເງິນ2024,ບົດກວດສອບບັນຊີ2023,ແຜນການເຄື່ອນ ໄຫວແລະງົບປະມານປະຈຳປີ2025. ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງ ທ່ານ ຮສ. ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ,ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຫຼາຍດ້ານທີ່ສຕລຍາດມາໄດ້ໃນໄລຍະ1ປີຜ່ານມາ,ໂດຍສະເພາະແມ່ນໄດ້ປັບປຸງພື້ນຖານໂຄງລ່າງດ້ານກິລາບານເຕະ,ການຝຶກອົບຮົມຄູຝຶກ ແລະການ ສ້າງນັກກິລາຜູ້ສືບທອດແມ່ນເຮັດໄດ້ດີ,ສ້າງໄດ້ກຽດແລະຊື່ສຽງໃຫ້ແກ່ປະເທດຊາດທັງຢູ່ພາກພື້ນແລະສາກົນ.ຢ່າງໃດກໍຕາມໃນສະພາບການຕໍ່ໜ້າທີ່ມີທັງກາລະໂອກາດແລະສິ່ງທ້າທາຍຫຼາຍຢ່າງ,ສຕລ,ສະຫະພັນບານເຕະແຂວງ,ນະຄອນຫຼວງວຽງຈັນ,ແຕ່ລະສະໂມສອນບານເຕະແລະທຸກພາກສວ່ນຂອງສັງຄົມຕ້ອງໄດ້ສືບຕໍ່ຮວ່ມມືກັນເສີມຂະຫຍາຍມູນເຊື້ອ ຄວາມເປັນເອກະພາບໃນການພັດທະນາກິລາບານເຕະລາວກໍຄືຈັດຕັ້ງປະຕິບັດແຜນການເຄື່ອນໄຫວທີ່ສຕລວາງອອກໃນປີ2025ໃຫ້ມີຜົນສຳເລັດຢ່າງເປັນຮູບປະທຳ.

ສຕລ ຈັດກອງປະຊຸມພັດທະນາບານເຕະທົ່ວປະເທດ ປະຈຳປີ 2024
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 18 ມັງກອນ 2025 ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຄະນະບໍລິຫານງານສຕລພ້ອມດວ້ຍສະຫະພັນບານເຕະແຂວງແລະນະຄອນຫຼວງວຽງຈັນເຂົ້າຮ່ວມ.
ກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ:ກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄືນບັນດາຜົນງານການເຄື່ອນໄຫວວຽກງານການພັດທະນາກິລາບານເຕະທົ່ວປະເທດໃນໄລຍະຫນຶ່ງປີທີ່ຜ່ານມາ.ສະຫະພັນບານເຕະແຫ່ງຊາດລາວຮຽກຮ້ອງໃຫ້ບັນດາສະຫະພັນບານເຕະແຂວງແລະນະຄອນຫຼວງວຽງຈັນຈົ່ງພ້ອມກັນຄົ້ນຄວ້າ,ປຶກສາຫາລືເພື່ອໃຫ້ການແຂ່ງຂັນສາມາດຈັດຂຶ້ນໄດ້ໃນປີ 2025ນີ້.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ມີວາລະທີ່ສໍາຄັນຫຼາຍອັນໂດຍສະເພາະແມ່ນການຜັນຂະຫຍາຍວຽກງານໃຫຍ່ຄື:ການຈັດການແຂ່ງຂັນຮ່ວມກັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ກັບສະຫະພັນບານເຕະແຕ່ລະແຂວງ ໃນການແຂ່ງຂັນນັບແຕ່ມັດທະຍົມຕອນຕົ້ນ-ຕອນປາຍຈົນເຖິງລາວລີກ2,ລວມທັງວຽກງານເຕັກນິກວິທະຍາ ແລະ ພັດທະນາ ສຕລ, ໂຄງການພັດທະນາກີລາບານເຕະຮຸ່ນສືບທອດ, ວຽກງານບານເຕະຂັ້ນພື້ນຖານ, ວຽກງານບານເຕະໃນໂຮງຮຽນ, ວຽກງານບານເຕະຍິງ ແລະ ວຽກງານພັດທະນາຄູຝຶກ. ດັ່ງນັ້ນ ໃນກອງປະຊຸມມື້ນີ້ນອກຈາກສະຫຼຸບ ແລະ ຖອດຖອນບົດຮຽນໃນປີ 2024, ຜ່ານມາແລ້ວ,ພວກເຮົາຍັງຈະໄດ້ຮ່ວມກັນວາງແຜນກຳນົດທິດທາງວຽກງານຂອງພວກເຮົາຕື່ມອີກໃນໃນປີ 2025.
ໃນກອງປະຊຸມ,ພາຍຫຼັງຜ່ານບົດລາຍງານແຜນການເຄື່ອນໄຫວວຽກງານເຕັກນິກວິທະຍາ ແລະ ພັດທະນາ ຂອງ ສຕລ 2024 ແລ້ວ,ກໍໄດ້ມີການນໍາສະເໜີແຜນການເຄື່ອນໄຫວຈັດການແຂ່ງຂັນ 2025-2026 ແລະ ແຜນການເຄື່ອນໄຫວວຽກງານເຕັກນິກວິທະຍາ ແລະ ພັດທະນາ ຂອງ ສຕລ ປະຈໍາປີ 2025
ໃນກອງປະຊຸມ ບັນດາຜູ້ຕາງໜ້າ ສະຫະພັນບານເຕະແຕ່ລະແຂວງ,ນະຄອນຫຼວງວຽງຈັນ ຍັງໄດ້ປະກອບຄວາມຄິດເຫັນໃນການປະຕິບັດວຽກງານໃນໄລຍະປີ 2024 ຜ່ານມາ ແລະ ຜ່ານແຜນການຈັດຕັ້ງປະຕິບັດໃນປີ 2025ຕື່ມອີກ.

ຈັບສະຫລາກ ແບ່ງກຸ່ມ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025
ວັນທີ 16 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຈັບສະຫລາກ ແບ່ງກຸ່ມ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025 ໂດຍມີ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍຕາງຫນ້າສະໂມສອນ ແລະ ວິຊາການທີ່່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025 ມີທີມເຂົ້າຮ່ວມ 16 ທີມເຂົ້າຮ່ວມ ຄື: ທີມຈາກ ລີກ 1 ມິ 8 ທີມ ປະກອບມີ: ສະໂມສອນ ບານເຕະ ຊ້າງນ້ອຍ, ສະໂມສອນ ບານເຕະ ມາດສເຕີ , ສະໂມສອນ ບານເຕະ ເອສະຣາ, ສະໂມສອນ ບານເຕະ ກອງທັບ, ສະໂມສອນ ບານເຕະ ຫຼວງພະບາງ, ສະໂມສອນ ບານເຕະ ຈຳປາສັກ, ສະໂມສອນ ບານເຕະ ນໍ້າທາ ຢຸູໄນເຕັດ ແລະ ສະໂມສອນ ບານເຕະ ມັດສະດ້າ ວຽງຈັນ ຂະນະ ທີມຈາກ ລີກ 2 ປະກອບມີ: ສະໂມສອນ ບານເຕະ ພີເອັມ ເຊກອງ, ສະໂມສອນບານເຕະ ທະຫານແຂວງຄຳມ່ວນ, ສະໂມສອນ ບານເຕະ ເມືອງເລົ່າງາມ, ສະໂມສອນ ບານເຕະ ສະຫວັນ ຢູໄນເຕັດ, ສະໂມສອນ ບານເຕະ ເມືອງພວນ, ສະໂມສອນ ບານເຕະ ທະຫານແຂວງຈຳປາສັກ, ສະໂມສອນ ບານເຕະ ທະຫານແຂວງຊຽງຂວາງ, ສະໂມສອນ ບານເຕະ ເຮືອເຫຼັກ. ຜົນການຈັບສະຫລາກ ແບ່ງກຸ່ມ (ສະໂມສອນ ລາວລີກ 1) ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025
- ກຸ່ມ ເອ : ສະໂມສອນບານເຕະ ມາດສເຕີ , ສະໂມສອນບານເຕະ ກອງທັບ, ສະໂມສອນບານເຕະ ຫຼວງພະບາງ ແລະ ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ
- ກຸ່ມ ບີ: ສະໂມສອນບານເຕະ ຊ້າງນ້ອຍ, ສະໂມສອນບານເຕະ ເອສະຣາ, ສະໂມສອນບານເຕະ ຈຳປາສັກ ແລະ ສະໂມສອນບານເຕະ ມັດສະດ້າ ຈີບີ
ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ ແມ່ນຈະແຂ່ງຂັນວັນທີ 25 ມັງກອນ 2025, ວັນທີ 29 ມັງກອນ 2025 ແລະ ວັນທີ 05 ກຸມພາ 2025 ໂດຍຈະແຂ່ງຂັນຢູ່ທີ່ນະຄອນຫຼວງ 4 ສະຫນາມຄື: ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ ແລະ ສະຫນາມກິລາກອງທັບ.
ຂະນະທີ່ ຜົນການຈັບສະຫລາກ ແບ່ງກຸ່ມ (ສະໂມສອນ ລາວລີກ 2) ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ປະຈຳປີ 2024/25 The Lao Prime Minister Cup 2024/2025
- ກຸ່ມ ເອ : ສະໂມສອນບານເຕະ ພີເອັມ ເຊກອງ( ເຈົ້າພາບ ) , ສະໂມສອນບານເຕະ ເມືອງເລົ່າງາມ, ສະໂມສອນບານເຕະ ເມືອງພວນ ແລະ ສະໂມສອນບານເຕະ ເຮືອເຫຼັກ
- ກຸ່ມ ບີ: ສະໂມສອນບານເຕະ ທະຫານແຂວງຄຳມ່ວນ ( ເຈົ້າພາບ ), ສະໂມສອນບານເຕະ ທະຫານແຂວງຈຳປາສັກ, ສະໂມສອນບານເຕະທະຫານແຂວງຊຽງຂວາງ ແລະ ສະໂມສອນບານເຕະ ສະຫວັນ ຢູໄນເຕັດ
ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ ແມ່ນຈະແຂ່ງຂັນວັນທີ 04 ກຸມພາ 2025, ວັນທີ 06 ກຸມພາ 2025 ແລະ ວັນທີ 08 ກຸມພາ 2025, ກຸ່ມ ເອ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງເຊກອງ ແລະ ກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
ທີມທີ່ໄດ້ອັນດັບ 1 ແລະ ອັນດັບ 2 ແຕ່ລະກຸ່ມ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບ 8 ທີິມສຸດທ້າຍເຊິ່ງຈະແຂ່ງຂັນໃນວັນທີ 13 ກຸມພາ 2025, ຮອບຮອງຊະນະເລີດ ແຂ່ງຂັນວັນທີ 16 ກຸມພາ 2025 ແລະ ນັດຊີງຊະນະເລີດ ແມ່ນແຂ່ງຂັນວັນທີ 08 ມີນາ 2025.
ສ່ວນລາຍລະອຽດຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ ແລະ ສາມາດຕິດຕາມຄວາມເຄື່ອນໄຫວໄດ້ທີ່ເພສ ການແຂ່ງຂັນບານເຕະ ຊິງຂັນ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເວບໄຊ ສະຫະພັນບານເຕະແຫ່ງຊາດລາວ www.laoff.org.la

ໜັງສືເຊີນຍື່ນສະເໜີລາຄາ ພື່ອເຂົ້າຮ່ວມການຄັດເລືອກເປັນຜູ້ກວດສອບບັນຊີ (independent auditor) ຂອງສະຫະພັນບານເຕະແຫ່ງຊາດລາວ
ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດເຊີນບໍລິສັດ ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂທີ່ເໝາະສົມ ເຂົ້າຮ່ວມຍື່ນ ເອກະສານຂໍ້ມູນບໍລິສັດ (Company Profile) ເຊິ່ງຕ້ອງມີຄັດຕິດປະຫວັດໂຄງກາ່ນທີ່ໄດ້ເຮັດຜ່ານມາ (List of Clients) ແລະ ໃບຈົດທະບຽນທຸລະກິດ (Certificate of Business Registration) ເພື່ອເຂົ້າຮ່ວມການຄັດເລືອກເປັນຜູ້ກວດສອບບັນຊີ (independent auditor) ຂອງສະຫະພັນບານເຕະແຫ່ງຊາດລາວ ສໍາລັບປີບັນຊີ 2024-2026.
ການຍື່ນເອກະສານ ວັນທີ 08 ມັງກອນ ເຖິງ 13 ມັງກອນ 2025 (ວັນລັດຖະການເທົ່ານັ້ນ)
ເວລາ: 08:30 – 12:00 ແລະ 13:30 – 17:00
ສົ່ງເຖິງ ທ່ານ ຈັນທະວົງ ສີລິມະໂນທໍາ, ຮັກສາການ ເລຂາທິການສະຫະພັນບານເຕະແຫ່ງລາວ.
ສະຖານທີ່ ສໍານັກງານໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ເບີໂທ ໂທ: 021 560 821
ອີເມວ [email protected]
.

ກ້າຫານ ເພັດສີວິໄລ ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ ພາຍຫຼັງ ຮັບໃຊ້ 7 ປີ
ກ້າຫານ ເພັດສີວິໄລ ກອງຫຼັງ ທີມຊາດລາວ ໄດ້ປະກາດອຳລາ ສະໂມສອນ ບານເຕະ ຊ້າງນ້ອຍ ວ່າ: ‘ຂໍຂອບໃຈ ປະທານ ທີມງານ ຄະນະຄູຝຶກ ສະໂມສອນຊ້າງນ້ອຍ ທີ່ໃຫ້ໂອກາດ ແລະ ເຫັນພອນສະຫວັນເດັກນ້ອຍບ້ານ ນອກຄົນນີ້ ໄດ້ມາເຕະລີກສູງສຸດຂອງປະເທດລາວ ຕະຫຼອດ 7 ປີຜ່ານມາ ພ້ອມຂອບໃຈ ລຸ້ນອ້າຍແລະນ້ອງໝົດທຸກຄົນ ທີ່ບອກສອນຕະຫຼອດມາ‘’
ສຳລັບປະຫວັດ ກ້າຫານ ເພັດສີວິໄລ ( ຊິ ) ເກີດວັນທີ 09 ກັນຍາ 1998 ເກີດທີ່ບ້ານ ນາເລົາ ເມືອງນານ ແຂວງຫລວງພະບາງ, ລວງສູງ: 175 ຊັງຕີແມັດ, ນ້ຳຫນັກ: 69 ກິໂລກຣາມ, ຕຳແຫນ່ງ ກອງຫຼັງ ແລະ ກອງກາງ, ຈົບການສຶກສາ ຄະນະວິທະຍາສາດການກີລາ-ກາຍະກຳ, ເຄິຍຫລິ້ນໃຫ້ທີມຊາດ: U21, U23 ແລະ ຊຸດໃຫຍ່, ເຄີຍຫລິ້ນໃຫ້ກັບ ສະໂມສອນ ບານເຕະ ມຊ ດີວີຊັນ 1 ສາຍ ກໍ ປີ 2017, ສະໂມສອນ ຊ້າງນ້ອຍ ນັບຕັ້ງແຕ່ ປີ 2018 ເປັນຕົ້ນມາ ແລະ ໄດ້ຮັບຂັນແຊ້ມ ເປບຊີ ລາວລີກ 1 ຈໍານວນ 2 ປີ ແລະ ລາຍການແຂ່ງຂັນບານເຕະ ຊີງຂັນ ສຕລ ຈໍານວນ 2 ປີ.
ສຳລັບຄວາມທ້າທາຍໃຫມ່ ຂອງກ້າຫານ ເພັດສີວິໄລ ແມ່ນຈະກັບໄປພັດທະນາສ້າງນັກກິລາ ຮຸ່ນສຶບທອດຢູ່ແຂວງຫຼວງພະບາງ ໂດຍສະເພາະແມ່ນພັດທະນາບັນດາເຍົາວະຊົນເມືອງນານ ເພື່ອຮັບໃຊ້ແຂວງຫຼວງພະບາງ ແລະ ທີມຊາດລາວ ໃນອະນາຄົດ.