ຊ້າງນ້ອຍ:ໜຶ່ງດຽວຂອງ ສປປລາວ ເຂົ້າຮວ່ມແຂ່ງຂັນບານເຕະຊີງແຊ້ມສະໂມສອນອາຊຽນ

10/07/2024

            ການແຂ່ງຂັນບານເຕະຊີງແຊ້ມສະໂມສອນ ອາຊຽນ ລະດູການ 2024-2025,ໃນນັ້ນຊ້າງນ້ອຍທີມກິລາບານເຕະໜຶ່ງດຽວຂອງສປປລາວໄດ້ສິດເຂົ້າຮ່ວມການແຂ່ງຂັນໃນຖານະ ແຊ້ມເປບຊີ ລາວລີກ 1 ປີ 2023.

- ນັດທີ 1 (Play Off) ວັນທີ 17 ກໍລະກົດ 2024 ເວລາ 19:30 ຊ້າງນ້ອຍ ພົບ ສະວາຍຣຽງ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

- ນັດທີ 2 ວັນທີ 24/07/2024 ສວາຍຣຽງ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ປະເທດກຳປູເຈຍ.

  ຖ້າຫາກທີມໃດຊະນະ ແມ່ນຈະໄດ້ຜ່ານເຂົ້າສູ່ຮອບແບ່ງກຸ່ມໂດຍ ມີ 12 ທີມເຂົ້າຮ່ວມການແຂ່ງຂັນ.

         ການແຂ່ງຂັນຮອບແບ່ງກຸ່ມມີ 12 ທີມ ໂດຍແບ່ງອອກເປັນ 2 ກຸ່ມ , ກຸ່ມລະ 6 ທີມປະກອບມີ:

- ກຸ່ມA: ບີຈີ ປະທຸມ ຢູໄນເຕັດ ເອັຟຊີ ຈາກ ໄທ, ຕຣັງການູ ເອັຟຊີ ຈາກ ມາເລເຊຍ, ພີເອັສເອັມ ມາຄັດຊາ ຈາກ ອິນໂດເນເຊຍ, ດົງເອ ທັນຫົວ ຈາກ ຫວຽດນາມ, ທີມຊະນະຈາກ ຮອບເພລອອຟ 1 ແລະ ທີມຊະນະຈາກຮອບເພລອອຟ 2.

- ກຸ່ມB: ບູຣິຣຳ ຢູໄນເຕັດ , ກົວລຳເປີ ຊິດຕີ້ ເອັຟຊີ, ກົງອັນ ຮ່າໂນ້ຍ, ບອສນຽວ ຊາມຣິນດາ ຈາກ ອິນໂດເນເຊຍ, ຄາຢາ ເອັຟຊິ ຈາກ ຟີລິບປິນ, ໄລອອນ ຊິດຕີ້ ເຊເລີ້ ຈາກ ສິງກະໂປ.