ຝຶກອົບຮົມການປ້ອງກັນແລະປົກປ້ອງເດັກໃນກິລາບານເຕະ

10/07/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດຝຶກອົບຮົມການປ້ອງກັນ ແລະ ປົກປ້ອງເດັກໃນກິລາບານເຕະ(CHILD SAFEGUARDING)ຂື້ນໃນຕອນເຊົ້າ ວັນທີ 10 ກໍລະກົດ 2024 ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ສົມສະໜຸກ ລຽນສະຫວັນ ຮອງເລຂາທິການ ສຕລ ແລະ ບັນດາຄູຝຶກແຕ່ລະສະໂມສອນບານເຕະ ລາວລີກຍິງ ແລະ ບານເຕະເຍົາວະຊົນເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານການປ້ອງກັນ ແລະ ປົກປ້ອງເດັກໃນກິລາບານເຕະໃຫ້ກັບບັນດາຄູຝຶກໃຫ້ໄດ້ຮັບຮູ້ບົດບາດ,ຄວາມສຳຄັນຂອງວຽກງານດັ່ງກ່າວ ແລະ ລວມໄປເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນກັບເດັກນ້ອຍເຍົາວະຊົນໃນກິດຈະກຳບານເຕະດັ່ງກ່າວ.

ຜູ້ເຂົ້າຮ່ວມຝຶກອົບຮົມ ກອງປະຊຸມໃນຄັ້ງນີ້ ແມ່ນມາຈາກ 9 ພາກສວ່ນຄື:

1. ສະໂມສອນບານເຕະ ຫຼວງພະບາງ

2. ສະໂມສອນບານເຕະ ປາກຊັນ

3. ສະໂມສອນບານເຕະ ຈຳປາສັກ

4. ສະໂມສອນ ບານເຕະ ມຊ

5. ສະໂມສອນ ບານເຕະ ທີບີ ບໍ່ແກ້ວ

6. ສະໂມສອນ ບານເຕະ ນ້ຳທາ ຢູໄນເຕັດ

7. ສະໂມສອນ ບານເຕະ ເອັສອີຊີ

#CHILDSAFEGUARDING