ປະກາດຮັບສະຫມັກ ຄູຝຶກບານເຕະຟຸດຊໍ ລະດັບ 2

21/08/2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ແລະ ສະຫະພັນບານເຕະແຂວງ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ ອາຊີ AFC Futsal Coaching Certificate Course – Level 2 ຂື້ນ ໂດຍວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

+ ກຳນົດການ

- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງວັນທີ 21 – 31 ຕຸລາ 2024

- ປິດຮັບສະໝັກ ວັນທີ 11 ຕຸລາ 2024, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

+ ສະຖານທີ່

- ຫ້ອງການ ສຕລ(ບ.ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ

+ ເງື່ອນໄຂ:

- ຜູ້ສະໝັກຕ້ອງມີໃບປະກາດຄູຝຶກຟຸດຊໍລະດັບ 1 (AFC Futsal Level 1)

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສຕລ.

- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.

- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.

- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18 ປີຂື້ນໄປ.

- ຕ້ອງຮູ້ຈັກວິທີການເຕະບານຟຸດຊໍ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 6 ມື້.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ (AFC) ວາງອອກຢ່າງເຂັ້ມງວດ.

+ ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກຊ້ອມ 2 ຊຸດ ແລະ ເສື້ອໂປໂລ 2 ໂຕ.

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

- ຄ່າສະໝັກຄົນລາວເຂົ້າຮ່ວມຝຶກອົບຮົມຈຳນວນ 1.500.000 ກີບ/ຄົນ

- ຄ່າສະໝັກຖ້າເປັນຄົນຕ່າງປະເທດແມ່ນ 1,000 ໂດລາ/ຄົນ

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

- ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນະສົມບັດຂອງຜູ້ສະໝັກ.

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

ເບີໂທ: +856 20 55 411 932

ທ່ານ ສີສະເຫວີຍ ໄຊຊະນະສີ (ຜູ້ປະສານງານ)

Email: [email protected]

#LaoFootballFederation

#COACHINGCOURSE

#AFCFutsalCoachingCertificateCourseLevel