ເປີດສາກແລ້ວການແຂ່ງຂັນເຕະບານລາວລີກ 2 ແຂວງຊຽງຂວາງ

21/08/2024

ການແຂ່ງຂັນເຕະບານ ລາວລີກ 2 ແຂວງຊຽງຂວາງ ເປີດສາກຂຶ້ນຢ່າງເປັນທາງການແລ້ວ ໃນວັນທີ 16 ສິງຫາ 2024 ທີ່ຜ່ານມາ ຢູ່ທີ່ ສະໜາມກິລາໄຊຊະນະ ໂດຍທີມນັກກິລາເຕະບານເຂົ້າຮ່ວມແຂ່ງຂັນທັງໝົດ 6 ສະໂມສອນຄື:ສະໂມສອນບານເຕະໄຊໂຍ FC, ສະໂມສອນບານເຕະເມືອງພວນ, ສະໂມສອນບານເຕະເມືອງຄູນ, ສະໂມສອນບານເຕະສຸລິວັນ(ເມືອງຄໍາ), ສະໂມສອນບານເຕະດວງຖາວອນ ແລະ ສະໂມສອນກອງທັບ (ຊຽງຂວາງ) ໂດຍແຂ່ງຂັນນັບຕັ້ງແຕ່ວັນທີ 16 ສິງຫາ ຫາ 18 ຕຸລາ 2024. ຄູ່ປະເດີມສະໜາມນັດທໍາອິດ ວັນທີ 16 ສິງຫາ 2024 ເປັນການພົບກັນລະຫວ່າງ ທີມກອງທັບ ພົບ ທີມບໍລິສັດດວງຖາວອນ ຜົນການແຂ່ງຂັນປາກົດວາ ທີມກອງທັບ ບຽດເອົາຊະນະ ທີມບໍລິສັດດວງຖາວອນໄປໄດ້ 2-1 , ສ່ວນຜົນການແຂ່ງຂັນ ວັນທີ 17 ສິງຫາ 2024 ສະໂມສອນ ເມືອງພວນ ເອົາຊະນະ ສະໂມສອນ ສຸລິວັນ 2-0 ແລະ ສະໂມສອນ ໄຊໂຍ ເອົາຊະນະ ສະໂມສອນເມືອງຄູນ 4-1. ສະຫລຸບ ຕາຕະລາງ ຄະແນນ ອັນດັບ 1 ໄຊໂຍ ແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບ 2 ເມືອງພວນ ແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບ 3 ກອງທັບ ແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບ 4 ບໍລິສັດດວງຖາວອນ ແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ, ອັນດັບ 5 ສຸລິວັນ ແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ ແລະ ອັນດັບ ສຸດທ້າຍ ເມືອງຄູນ ແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ.

 ຕາຕະລາງການແຂ່ງຂັນ ອາທິດທີ 2 ວັນສຸກ 23 ສິງຫາ 2024 ເວລາ 15:00 ໄຊໂຍ ພົບ ສຸລິວັນ ( ເມືອງຄຳ ), ວັນເສົາ 24 ສິງຫາ 2024 ເວລາ 13:30 ເມືອງພວນ ພົບ ກອງທັບ ແລະ ເວລາ 15:30 ເມືອງຄູນ ພົບ ບໍລິສັດ ດວງຖາວອນ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໄຊຊະນະ.

 ສຳລັບສະໂມສອນທີ່ຊະນະເລີດ ການແຂ່ງຂັນເຕະບານ ລາວລີກ 2 ແຂວງຊຽງຂວາງ ຈະໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດການແຂ່ງຂັນ ລາວລີກ 2 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.