ລີກບານເຕະຂອງເຢຍລະມັນໄດ້ຈັດກອງປະຊຸມສໍາມະນາເພື່ອແລກປ່ຽນຄວາມຮູ້ກັບສຕລ

09/08/2021

ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ, ປັດຈຸບັນລີກບານເຕະຂອງເຢຍລະມັນກໍາລັງເຮັດວຽກຮ່ວມກັບບັນດາສະຫະພັນບານເຕະ ແລະ ຄູ່ຮ່ວມວຽກເພື່ອສະໜັບສະໜູນໃຫ້ກິລາບານເຕະກັບຄືນມາເປັນປົກກະຕິ.

•         ການແລກປ່ຽນຄວາມຮູ້ກ່ຽວກັບສິ່ງທ້າທາຍທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ແລະ ຄວາມໝາຍສໍາລັບຜູ້ມີສ່ວນຮ່ວມສໍາລັບກິລາບານເຕະ ແລະ ການຊອກຫາຍຸດທະສາດທີ່ອາດເປັນໄປໄດ້ໃນການຄຸ້ມຄອງສະພາບວິກິດ.

•         ລີກບານເຕະຂອງເຢຍລະມັນໄດ້ຈັດກອງປະຊຸມສໍາມະນາກັບຜູ້ທີ່ມີສ່ວນຮ່ວມຂອງຫວຽດນາມໃນຕົ້ນປີນີ້ໂດຍແນໃສ່ການພັດທະນານັກກິລາລະດັບອາຊີບໃນຫວຽດນາມ.

ໃນອາທິດທີ່ຜ່ານມານີ້ ຕົວແທນຂອງລີກບານເຕະຂອງເຢຍລະມັນຮ່ວມກັບຜູ້ບໍລິຫານຈາກ ສະຫະພັນບານເຕະແຫ່ງຊາດລາວ ແລະ ບັນດາ 5 ສະໂມສອນ ທີ່ເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ໄດ້ແລກປ່ຽນທັດສະນະຄວາມຮູ້ດ້ານຊ່ຽວຊານ ແລະ ຄວາມເຂົ້າໃຈກ່ຽວກັບການຈັດການແຂ່ງຂັນບານເຕະຂອງເຢຍລະມັນ ແລະ ແລກປ່ຽນປະສົບການກັບພະນັກງານຂັ້ນນໍາຂອງກິລາບານເຕະລາວໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.

ໃນກອງປະຊຸມໄດ້ມີການອະທິບາຍໂດຍຫຍໍ້ກ່ຽວກັບພາບລວມກິລາບານເຕະຂອງປະເທດເຢຍລະມັນ, ກ່ອນທີ່ຜູ້ເຂົ້າຮ່ວມຈະມີການສົນທະນາກ່ຽວກັບບັນຫາຂອງພະຍາດໂຄວິດລວມທັງຂໍ້ຈໍາກັດເນື່ອງຈາກມີການແຜ່ລະບາດ, ການດໍາເນີນຈັດການແຂ່ງຂັນ ແລະ ການພິຈາລະນາຂອງຜູ້ມີສ່ວນຮ່ວມ. ເຊິ່ງສິ່ງເລົ່ານີ້ລວມທັງຫົວຂໍ້ການບໍລິຫານຈັດການທັງພາຍໃນ ແລະ ຕ່າງປະເທດຂອງຜູ້ມີສ່ວນຮ່ວມ, ລະບຽບການສໍາລັບການວັດແທກໃນມື້ແຂ່ງຂັນ ແລະ ການກັບຄືນມາຂອງຜູ້ຊົມ.

ລີກບານເຕະຂອງເຢຍລະມັນເປັນລີກບານເຕະທໍາອິດທີ່ກັບຄືນມາແຂ່ງຂັນໃນລະດູການ 2019-2020 ແລະ ໃຫ້ການສະໜັບສະໜູນ ແລະ ຄໍາແນະນໍາໃຫ້ກັບລີກ ແລະ ກິລາປະເພດອື່ນໆໃນທົ່ວໂລກ. ການຕອບສະໜອງຂອງລີກເຢຍລະມັນຕໍ່ບັນດາປະເທດທີ່ພວມປະເສີນກັບສິ່ງທ້າທາຍມັນກະບໍ່ເໝາະສົມກັບປະເທດທັງໝົດແຕ່ກໍ່ໄດ້ຊອກວິທີທາງແລກປ່ຽນຄວາມຊ່ຽວຊານດ້ານວິຊາການໂດຍຜ່ານການສົນທະນາ ແລະ ການປະຊຸມສໍາມະນາ ເພື່ອວ່າແຕ່ລະສະຫະພັນສາມາດດັດປັບການຕອບສະໜອງຂອງພວກເຂົາໃຫ້ໄດ້ຮັບຜົນເທົ່າທີ່ເປັນໄປໄດ້.

ນອກຈາກຫົວຂໍ້ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ ໃນກອງປະຊຸມກໍ່ຍັງໄດ້ເວົ້າເຖິງການລະບົບການອອກໃບອະນຸຍາດ (Club Licensing System) ໃຫ້ສະໂມສອນຂອງລີກບານເຕະເຢຍລະມັນ ໂດຍສະເພາະແມ່ນໄດ້ສຸມໃສ່ວິທີການລວມທັງໝົດ ແລະ ບັນດາເງື່ອນໄຂ ທີ່ສາມາດເຮັດໃຫ້ສະຫະພັນບານເຕະແຫ່ງຊາດລາວ ສົ່ງເສີມລະບົບ ແລະ ແນວທາງປະຕິບັດຂອງຕົນເອງໄດ້.

ລີກບານເຕະຂອງເຢຍລະມັນ ບູນເດສລີກາ ມີປະຫວັດໃນການດຶງດູດເອົານັກກິລາຈາກປະເທດທີ່ເປັນສະມາຊິກຂອງສະຫະພັນບານເຕະອາຊີ (AFC). ເປັນເວລາ 20 ປີທີ່ຜ່ານມາ  ບູນເດສລີກາ ໄດ້ເຫັນເກມການແຂ່ງຂັນບານເຕະໃນລີກເປັນຈໍານວນຫຼາຍ ແລະ ໄດ້ເຫັນນັກກິລາບານເຕະຂອງອາຊີຍິງປະຕູໄດ້ຫຼາຍກ່ວາໃນລີກເອີຣົບ.
ທ່ານ ເຄວິນ ຊິມ, ຫົວໜ້າພະແນກການຕ່າງປະເທດ ບູນເດສລີກາ ມີຄໍາເຫັນວ່າ: “ນອກຈາກພວກເຮົາເຫັນນັກກິລາທີ່ເປັນດາລາລະດັບໂລກ ແລະ ຜົນງານທີ່ມີຄຸນນະພາບສູງໃນສະໜາມແຕ່ລະອາທິດ, ພວກເຮົາເຊື່ອວ່າພວກເຮົາມີຄວາມຮັບຜິດຊອບທີ່ເຮັດວຽກຮ່ວມກັບເພື່ອນຮ່ວມງານໃນທົ່ວໂລກ ເພື່ອພັດທະນາກິລາບານເຕະ. ຄວາມຮັບຜິດຊອບນີ້ຈະເພີ້ມຂຶ້ນຢ່າງບໍ່ຕ້ອງສົງໃສ ແລະ ກອງປະຊຸມຄັ້ງນີ້ກໍ່ເປັນໂອກາດທີ່ດີເພື່ອສະໜັບສະໜູນສະຫະພັນບານເຕະແຫ່ງຊາດລາວ ເພື່ອໃຫ້ກັບຄືນມາເຂັ້ມແຂງກ່ວາເກົ່າ”.

ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: “ພວກເຮົາສະແດງຄວາມຂອບໃຈມາຍັງລີກບານເຕະຂອງເຢຍລະມັນ ທີ່ໄດ້ແລກປ່ຽນປະສົບການລວມທັງວິທີການກະກຽມທີ່ຈໍາເປັນ ແລະ ມາດຕະການກ່ອນທີ່ກິລາບານເຕະລາວຈະກັບຄືນມາເໝືອນເດີມ, ເຊິ່ງມັນມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍ ສໍາລັບສະຫະພັນບານເຕະແຫ່ງຊາດລາວ ແລະ ບັນດາສະໂມສອນ. ການຮຽນຮູ້ປະສົບການດີໆຈາກລີກບານເຕະຂັ້ນລະດັບໂລກມັນເປັນໂອກາດທີ່ມີຄຸນຄ່າທີ່ບໍ່ສາມາດປະເມີນໄດ້. ພວກເຮົາຫວັງຢ່າງຍິ່ງວ່າຈະຊ່ວຍໃຫ້ລີກບານເຕະຂອງພວກເຮົາກັບຄືນມາໄວທັນທີທີ່ໄດ້ຮັບການອະນຸຍາດ”.