ເອສະຣາພ້ອມໄລ່ລ້າ ແຊ້ມ ເປບຊີ ລາວລີກ 1 ລະດູການ 2024/2025

30/08/2024

ສະໂມສອນ ບານເຕະ ເອສະຣາ ທີມອັນດັບ 3 ເປບຊີ ລາວລີກ1ປະຈຳປີ 2023 ໄດ້ເປີດເຜີຍໂສມຫນ້ານັກກິລາ ເອສະຣາ ຊຸດເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025.ໂອກາດນີ້,ທ່ານ MIDEUM KIM ( ມີດືມ ກີມ ) ຜູ້ຈັດການທີມ ສະໂມສອນ ບານເຕະ ເອສະຣາ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ສະໂມສອນ ບານເຕະ ເອສະຣາ ມີຄວາມພ້ອມເກືອບ 90 ເປີເຊັນ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ໂດຍຄູຝຶກໃນລະດູການນີ້ ແມ່ນ ທ່ານ ບຽງຊູນາ ຄູຝຶກຈາກ ສ.ເກົາຫລີ ເປັນຫົວຫນ້າຄູຝຶກ. ສຳລັບລາຍຊື່ນັກກິລາ ສະໂມສອນ ບານເຕະ ເອສະຣາ ມີດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ

2. ພູນິນ ໄຊຍະສອນ

+ ກອງຫລັງ

3. ຄໍາຫມັ້ນ ທາປະເສີດ

4. ອານັນຕະຊາ ສີພົງພັນ

5. ພຸດທະວົງ ສັງວິໄລ

6. ສະເຫລີມໄຊ ພົມມະວົງ

7. ຟຸດບອນ ກຸນນະເສນ|

8. TAKUMI ITO

9. ສີສັດຕະນະ ກັນລະຍາ \

10. ຊີດີ ພົມສະຫວັນ

11. ໄຊຍະສຸກ ແກ້ວວີສອນ

12. ວົງສັກດາ ຈັນທະລືໄຊ

+ ກອງກາງ

13. ດາຫມົດ ທອງຄຳສະຫວັດ

14. ຈັນທະວີໄຊ ຂຸນທຸມພອນ

15. ພອນໄຊ ໄຊມົນທຽນ

16. ໄຊຊະນະ ສີຫາລາດ

17. ບິນລີ້ ໂດນສະຫນູພິດ

18. ພັດທະນາ ພົມມະເທບ

19. ພຸດທະລັກ ທອງສະນິດ

20. NAKAMURA

+ ກອງຫນ້າ

21. ປີເຕີ້ ພັນທະວົງ

22. ໂຈນີ້ ແຫວນປະເສີດ

23. ທະນູສັກ ນັນທະວົງດວງສີ

ການແຂ່ງຂັນລະດູການນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

  ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

    ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ. ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາສເຕີເຊເວັ້ນ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).