ວຽງຈັນ ເອັຟຊີ ແຕ່ງຕັ້ງຫົວໜ້າຄູຝຶກໃໝ່ຄຸມທີມລຸຍ ເປບຊີ ລາວລີກ 1 ລະດູການ 2024/2025

30/08/2024

        ສະໂມສອນ ວຽງຈັນ ເອັຟຊີ ສະໂມສອນ ທີ່່ມາຈາກແຂວງວຽງຈັນ ປະກາດແຕ່ງຕັ້ງ ທ່ານ ກິດທະໄຊ ວົງສິມ (KISTHACHAI WONGSIM) ອະດີດຄູຝຶກບານເຕະເຍົາວະຊົນ U14, U16, U19 ທີມຊາດໄທ ແລະ ຜູ້ຊ່ວຍຄູຝຶກໃນໄທລີກ 1 ສະໂມສອນໜອງບົວ, ຫົວໜ້າຜູ້ຝຶກສອນ ອຸດອນ ຢູໄນເຕັດ ແລະ ອະດີດຫົວໜ້າຜູ້ຝຶກສອນສະໂມສອນລຳປາງ ໄທລີກ 2 ຄຸມທີມລຸຍ ລາວລີກ 1 ລີກສູງສຸດຂອງລາວ ລະດູການ 2024/2025 ທີ່ຈະເປີດສາກຂຶ້ນໃນເດືອນກັນຍານີ້.

           ທ່ານ ກິດທະໄຊ ວົງສິມ ຫາກໍຜ່ານການເປັນຄູຝຶກລະດັບ A License ຢູ່ສປປ ລາວ ເມື່ອບໍ່ດົນມານີ້ ເປົ້າໝາຍເບື້ອງຕົ້ນ ຈະພະຍາຍາມພາທີມໃຫ້ມີຜົນງານຢູ່ໃນລະດັບກາງຂອງຕາຕະລາງການແຂ່ງຂັນ. ນີ້ເປັນຄັ້ງທຳອິດທີ່ ທ່ານ ກິດທະໄຊ ວົງສິມ ເຂົ້າມາຄຸມສະໂມສອນໃນລາວ ເປັນການເປີດປະສົບການ ແລະ ສິ່ງທ້າທາຍໃໝ່ໃນສາຍອາຊີບຄູຝຶກ.

          ຜົນງານຂອງ ສະໂມສອນ ບານເຕະ ວຽງຈັນ ປີທີ່ຜານມາ ແມ່ນໄດ້ອັນດັບ ສຸດທ້າຍ.

ການແຂ່ງຂັນລະດູການນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

  ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

    ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ. ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາສເຕີເຊເວັ້ນ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).