ສະຫວັນ ຢູໄນເຕັດ ເອົາຊະນະ ເຮືອເຫລັກ 4-0ຄວ້າແຊ້ມການແຂ່ງຂັນບານເຕະ ສະຫວັນນະເຂດ ລາວລີກ 2 ປະຈຳປີ 2024

15/09/2024

      ການແຂ່ງຂັນກິລາເຕະບານ ສະຫວັນນະເຂດ ລາວລີກ 2 ປະຈໍາປີ 2024 ໄດ້ດຳເນີນມາແຕ່ວັນທີ 8 ມິຖຸນາ 2024 ເປັນຕົ້ນມາ, ທີ່ສະໜາມກິລາແຂວງ ຫຼັກ 4, ໂດຍມີ 8 ທີມເຂົ້າຮ່ວມຊີງໄຊ ປະກອບມີ: ສະຫວັນ ຢູໄນເຕັດ, ອີໂວ້ ສະຫວັນ, ເຮືອເຫຼັກ, ໂພໄຊນ້ອຍ, ຮາຢີນາ, ເຊໂນ, ດັກວູ໋ບ ແລະ ມະຫາວິທະຍາໄລສະຫວັນນະເຂດ.

     ການແຂ່ງນັດສຸດທ້າຍໄດ້ມີຂຶ້ນ ວັນທີ 14 ກັນຍາ 2024 ທີ່ສະຫນາມ ກິລາແຂວງ ຫຼັກ 4 ໂດຍຄູ່ສຸດທ້າຍ ເປັນການພົບກັນລະຫວ່າງ ສະຫວັນ ຢູໄນເຕັດ ທີມອັນດັບ 1 ພົບ ເຮືອເຫຼັກທີມອັນດັບ2 . ຜ່ານການແຂ່ງຂັນຜົນປະກົດວ່າ ສະຫວັນ ຢູໄນເຕັດ ເອົາຊະນະ ເຮືອເຫຼັກ 4-0 ຄວ້າແຊ້ມສະໄຫມທີ 2 ລາວລີກ 2 ແຂວງສະຫວັນນະເຂດ ໄປຄອງ ຕໍ່ຈາກປີ 2023.

     ສະຫລຸບ ຕາຕະລາງຄະແນນ ສະຫວັນ ຢູໄນເຕັດ ແຂ່ງຂັນ 14 ນັດ ຊະນະ 13 ນັດ ເສຍ 1 ນັດ ມີ 39 ຄະແນນ ໄດ້ຮັບຂັນແຊ້ມ,ຫລຽນ ແລະ ເງິນ 20 ລ້ານກີບ, ອັນດັບ 2 ເຮືອເຫຼັກ ແຂ່ງ 14 ນັດ ຊະນະ 12 ເສຍ 2 ນັດ ມີ 36 ຄະແນນ ໄດ້ຮັບເງິນ 12 ລ້ານ, ອັນດັບ 3 ອີໂວ ສະຫວັນ ໄດ້ຮັບເງິນ 7 ລ້ານ, ອັນດັບ 4 ດັກວຸ໋ບ , ອັນດັບ 5 ເຊໂນ, ອັນດັບ 6 ໂພໄຊນ້ອຍ , ອັນດັບ 7 ຮາຢີນາ ແລະ ອັນດັບ 8 ມະຫາວິທະຍາໄລສະຫວັນນະເຂດ , ອັນດັບ 4-8 ແມ່ນໄດ້ຮັບເງິນທີມລະ 2 ລ້ານກີບ. ຂະນະ ທີ່ລາງວັນປະເພດບຸກຄົນ ມີ 4ລາງວັນຄືຕົກເປັນຂອງສະໂມສອນ ສະຫວັນ ຢູໄນເຕັດ ທັງຫມົດ ຜູ້ຮັກສາປະຕູດີເດັ່ນ ສັນຕິສຸກ ນ້ອຍວິໄລ, ຄູຝຶກດີເດັ່ນ ທ່ານ ອຸລະ ນ້ອຍວິໄລ ພ້ອມດ້ວຍຄະນະຄູຝຶກ , ຜູ້ຍິງປະຕູສູງສຸດ ຈິດຕະກອນ ວໍລະເດດ ຍິງໄດ້ 23 ປະຕູ ແລະ ນັກກິລາດີເດັ່ນ ເອກກະໄມ ລາດຊະຈັກ.

     ເຂົ້າຮ່ວມພິທີປິດການແຂ່ງຂັນມີ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ປະທານກິດຕິມະສັກ ສະຫະພັນບານເຕະແຂວງສະຫວັນນະເຂດ , ທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ ພ້ອມດ້ວຍແຂກຖືກເຊີນ, ສື່ມວນຊົນ ແລະ ແຟນບານເຂົ້າຮ່ວມ.

     ສຳລັບສະໂມສອນ ສະຫວັນ ຢູໄນເຕັດ ຊະນະເລີດ ສະຫວັນນະເຂດ ລີກ 2 ແມ່ນໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ເຊິ່ງຈະເລີ່ມການແຂ່ງຂັນໃນທ້າຍປີ 2024 ນີ້.