ສຕລ ມອບອຸປະກອນກິລາບານເຕະຫຼາຍລາຍການ ໃຫ້ ສຕຂ ຈຳປາສັກ

10/02/2025

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມອບອຸປະກອນກິລາບານເຕະຫຼາຍລາຍການ ຊຶ່ງລວມມີໝາກເກີ, ຈວຍ, ຂັ້ນໃດສະປີດ, ຖົງໃສ່ໝາກບານ ແລະ ບານເຕະ ຈຳນວນໜຶ່ງ ໃຫ້ແກ່ສະຫະພັນບານເຕະແຂວງຈຳປາສັກ (ສຕຂ) ເພື່ອສົ່ງເສີມການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນແຂວງໃຫ້ມີການຫຼິ້ນກິລາບານເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ປັ້ນນັກກິລາໃຫ້ແກ່ທີມຊາດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ.

ພິທີມອບ-ຮັບໄດ້ຈັດຂຶື້ນໃນຕອນແລງວັນທີ 9 ກຸມພາ ຜ່ານມາ ທີ່ສະໜາມກິລາບານເຕະແຂວງຈຳປາສັກ ຕາງໜ້າມອບໂດຍທ່ານ ສົມໃຈ ແສນພິມມະຈັກ ຜູ້ຊ່ວຍຫົວໜ້າພະແນກເຕັກ ນິກ - ວິທະຍາຂອງສຕລແລະ ຮັບໂດຍທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈຳປາສັກ,ໂດຍມີທ່ານ ກັນ ລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະຄູຝຶກບານເຕະແຂວງ ແລະ ພະນັກງານທີ່ກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

 ໃນການມອບອຸປະກອນເຄື່ອງກິລາດັ່ງກ່າວແມ່ນເນື່ອງໃນໂອກາດທີ່ພະແນກເຕັກນິກວິທະຍາ ສຕລ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ທີ່ມີພອນສະຫວັນດີເດັ່ນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈຳປີຈຳປາ ແຂວງຈຳປາສັກ ລະຫວ່າງວັນທີ 8-10 ກຸມພາ 2025 ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.