ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C

17/02/2025

               ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຂື້ນໃນຕອນເຊົ້າວັນທີ 17 ກຸມພາ 2025 ທີ່ຫ້ອງປະຊຸມ ສຕລ ,ໂດຍໃຫ້ກຽດເຂົ້າຮວ່ມຂອງ ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ.

              ໃນພິທີ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ໄດ້ກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງການຝຶກອົບຮົມຄັ້ງນີ້,ລວມທັງບົດບາດຄວາມສໍາຄັນຂອງຄູຝຶກ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມການຝຶກອົບຮົມທຸກທ່ານຈົ່ງຕັ້ງໃຈຮຽນຮູ້ແລກປ່ຽນບົດຮຽນ,ປະສົບການ ເພື່ອນໍາເອົາບົດຮຽນໃນການຝຶກອົບຮົມຄັ້ງນີ້ ໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພັດທະນາວົງການບານເຕະລາວ.

             ໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ. ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປ 2 ໄລຍະ ຄື: ໄລຍະທີ 1 ວັນທີ 17 – 21 ກຸມພາ 2025 ແລະ ໄລຍະທີ 2 ວັນທີ 31 ມີນາ ຫາ 04 ເມສາ 2025.

              ເຂົ້າຮວ່ມພິທີນີ້ ຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ, ທ່ານ ວຽງສະຫວັນ ໄຊຍະບູນ ຜູ້ຊ່ວຍຜູ້ຝຶກສອນ, ທ່ານ ຄຳໃສ ຈັນທະວົງ ຜູ້ຊ່ວຍຜູ້ຝຶກສອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ ເປັນຍິງ 3 ທ່ານ, ຈາກປະເທດໄທ 6 ທ່ານ.

#LFFCOACHINGCOURSE

#LFFAFCCLICENSECOURSE

#LAOFOOTBALLFEDERATION