ເຍົາວະຊົນ ສາລະວັນ 130 ກວ່າຄົນ ຮ່ວມຄັດເລືອກ ກ້າວສູ່ນັກກິລາທີມຊາດໃນອະນາຄົດ

17/02/2025

      ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງສາລະວັນ ຈຳນວນ 130 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນໄດ້ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງສາລະວັນ ເພື່ອພັດທະນາກາຍເປັນນັກກິລາດິເດັ່ນປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.

      ໃນລະຫວ່າງວັນທີ 12-14 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ສືບຕໍ່ເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈໍາປີຈຳປາ ແຂວງສາລະວັນ ທີ່ພາຍຫຼັງສຳເລັດໂຄງການດັ່ງກ່າວ ທີ່ແຂວງຈຳປາສັກ (8-10 ກຸມພາ) ເພື່ອເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ໃນຈຳນວນ 22 ຄົນ ຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງສາລະວັນ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.ໃນໂອກາດດັ່ງກ່າວ, ທາງ ສຕລ ກໍຍັງໄດ້ມອບອຸປະກອນບານເຕະຈຳນວນຫຼາຍລາຍການໃຫ້ທາງສະຫະພັນບານເຕະແຂວງສາລະວັນ ເພື່ອນຳໄປພັດທະນານັກກິລາເຍົາວະຊົນອີກດ້ວຍ.

        ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສຕລ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມ,ເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງສະພາບແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.

       ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເມືອງປາກຊັນ ແຂວງບໍລິຄໍາໄຊ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານເຕະຈໍາປີຈໍາປາ ແຂວງສາລະວັນ, ສູນຝຶກບານເຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ແຂວງຄຳມ່ວນ.

ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ ຕື່ມອີກ.