
ທີມຊາດລາວU17 ປະເດີມສະຫນາມນັດທຳອິດເສຍໃຫ້ ທີມຊາດໄທU17 1-2
ການແຂ່ງຂັນບານເຕະ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປະຈຳປີ 2023 ຮອບສຸດທ້າຍກຸ່ມ A ວັນທີ 15 ມິຖຸນາ 2023 ຢູ່ທີ່ສະຫນາມກິລາປະທຸມທານີ ໄດ້ມີການແຂ່ງຂັນລະຫວ່າງ ທີມຊາດລາວU17 ພົບ ທີມຊາດລາວU17 ເຊິ່ງເປັນນັດທຳອິດທັງ 2 ທີມ ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊາດລາວ ເສຍໃຫ້ ໄທ 1-2
- ທີມຊາດລາວ ໄດ້ປະຕູຈາກ: ເບີ 10 ປີເຕີ້ ພັນທະວົງ ນາ 26'
- ທີມຊາດໄທ ໄດ້ປະຕູຈາກ: ເບີ 19' DUTSADEE 12', ເບີ 10 CHANOTHAI ນາທີ 90+5'
ນັດທີ ສອງ ຂອງກຸ່ມ A ລາວ ພົບ ເຢເມນ ແລະ ໄທ ພົບ ມາເລເຊຍ ຈະແຂ່ງຂັນວັນທີ 18 ມິຖຸນາ 2023.

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ

ຈຳປາສັກແຂ່ງຂັນກິລາບານເຕະນັກຮຽນມສຊາຍ-ຍິງຊິງຂັນເຈົ້າແຂວງ

ວົງມີໄຊ ສຸບົວຄໍາ ຜູ້ຝຶກສອນຄູຝຶກຄົນທຳອິດ ສປປ ລາວ ໄດ້ສອນລະດັບ ຊີ 'AFC C Diploma'

Arena Gugliermo Appointed as Head Coach of Lao National Team
Lao Football Federation
agreed to appoint an Italian man aged 50, Mr Arena Gugliermo to be a head coach
of Lao National Team on July 7 2023.
Mr Arena Gugliermo has
UEFA Pro License and has experience in league competitions of different
countries such as: Burkina Faso League Pro, Benin League Pro, Singapore S
League Pro, Oman Premire League Pro, Algeria League Pro, Arabic Champions
League, Marocco Botola Pro and Assistant Coach to Mr Philippe Toussier in
Hangzou Greentown of China Super League Pro.
Mr Arena Gugliermo will be
the head coach of U23 Lao National Team to participate AFF U23 Championship
2023 in Thailand during 17 – 16 August 2023. Lao National Team in group C with
Philippines, Vietnam and AFC U23 Asian Cup 2024 Qualifying Round during 6 – 12
September 2023. Lao National Team in group I with Australia, Tajikistan and Democratic People's Republic of
Korea (DPRK).

ແຂວງເຊກອງ ແຂ່ງຂັນ ມັດທະຍົມຕອນປາຍ ຊາຍ - ຍິງ ຢ່າງຄຶກຄື້ນ
ການແຂ່ງຂັນບານມັດທະຍົມຕອນປາຍ ຊາຍ - ຍິງ ທົ່ວແຂວງເຊກອງ ແມ່ນມີບັນຍາກາດຟົດຟື້ນໂດຍໄດ້ເລີ້ມການແຂ່ງຂັນມານັບຕັ້ງແຕ່ວັນທີ 19 ພຶດສະພາ 2023 ເປັນຕົ້ນມາ, ໂດຍ ການແຂ່ງຂັນບານເຕະມັດທະຍົມຕອນປາຍ ຊາຍ ມີທີມເຂົ້າຮ່ວມ 7 ທີມປະກອບມີ: ໂຮງຮຽນ ມໍປາຍແຂວງ, ໂຮງຮຽນ ມັດທະຍົມສົມບູນ ບ້ານ.ໂພນ, ໂຮງຮຽນ ມັດທະຍົມສົມບູນ ບ້ານ ດອນຈັນ, ໂຮງຮຽນ ມັດທະຍົມສົມບູນ ບ້ານ. ກະປື, ໂຮງຮຽນ ມັດທະຍົມສົມບູນ ເມືອງທ່າແຕງ, ໂຮງຮຽນ ສາມັນກິນນອນ ຊົນເຜົ່າແຂວງ ແລະ ໂຮງຮຽນ ມິດຕະພາບ ລາວ - ຫວຽດ ຂະນະທີ່ ການແຂ່ງຂັນບານເຕະມັດທະຍົມຕອນປາຍ ຊາຍ ມີທີມເຂົ້າຮ່ວມ 7 ທີມປະກອບມີ: ໂຮງຮຽນ ມໍປາຍແຂວງ, ໂຮງຮຽນ ສາມັນກິນນອນ ຊົນເຜົ່າແຂວງ, ໂຮງຮຽນ ມິດຕະພາບ ລາວ - ຫວຽດ, ໂຮງຮຽນ ມັດທະຍົມສົມບູນ ເມືອງທ່າແຕງ, ໂຮງຮຽນ ມັດທະຍົມສົມບູນ ບ້ານ ດອນຈັນ, ໂຮງຮຽນ ມັດທະຍົມສົມບູນ ບ້ານ. ກະປື ແລະ ໂຮງຮຽນ ມັດທະຍົມສົມບູນ ບ້ານ. ຈຸນລາ. ການແຂ່ງຂັນລາຍການດັ່ງກ່າວແມ່ນແບ່ງອອກ ເປັນ 2 ກຸ່ມ ຄັດເອົາອັນດັບ 1 ແລະ ອັນດັບ 2 ຜ່ານເຂົ້າຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນໃນວັນທີ 12-13 ມິຖຸນາ 2023 ສ່ວນ ນັດຊີງອັນດັບ 3 ແມ່ນແຂ່ງຂັນໃນວັນທີ 15 ມິຖຸນາ 2023 ແລະ ນັດຊີງຊະນະເລີດ ວັນທີ 16 ມິຖຸນາ 2023.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ
ຄະນະນັກກິລາທີມຊາດລາວ U17 ສໍາເລັດການເກັບໂຕຝຶກຊ້ອມທີ່ປະເທດ ກາຕ້າ ແລະ ເດີນທາງກັບດ້ວຍຄວາມສະຫວັດດີພາບ ໃນວັນທີ 6 ມີຖຸນາ 2023.ກຽມພ້ອມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ 2023.
ຕາຕະລາງການແຂ່ງຂັນທີມຊາດລາວ
- ວັນທີ 15/06/2023 ເວລາ 19:00 ໄທ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາປະທຸມທານີ
- ວັນທີ 18/06/2023 ເວລາ 17:00 ເຢເມນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ
- ວັນທີ 21/06/2023 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາທຳມະສາດ

ຕາຕະລາງ ແຜນການຝຶກອົບຮົມຄູຝຶກໃນລະຫວ່າງເດືອນມິຖຸນາ ຫາ ເດືອນ ທັນວາ 2023

ສະຫຼຸບຜົນຂອງການແຂ່ງຂັນບານເຕະລາວລີກ 2 ປະຈໍາປີ 2023 ອາທິດ ທີ 2 ຂອງນະຄອນຫຼວງວຽງຈັນ ແລະ ຕາຕະລາງ ຄະແນນ
ການແຂ່ງຂັນເຕະບານລາວລີກ 2 ຂອງນະຄອນຫຼວງວຽງຈັນ ປະຈຳປີ 2023 ມີທັງໝົດ 12 ສະໂມສອນ ເຂົ້າຮ່ວມແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະ ໄອສະປອດ , ສະໂມສອນກິລາບານເຕະ ເມືອງຫາດ ຢູໄນເຕັດ, ສະໂມສອນ ເອັດອີຊີ , ສະໂມສອນກິລາບານເຕະ ທຣີນິຕີ ,ສະໂມສອນກິລາບານເຕະ ເອັດທີທີ, ສະໂມສອນກິລາບານເຕະ ເຮັສບີທີ 941ເອັບຊີ, ສະໂມສອນກິລາບານເຕະ ເຄພີເອັສ, ສະໂມສອນ ກິລາບານເຕະ ຈັນສີ, ສະໂມສອນ ກິລາບານເຕະ ມຊ, ສະໂມສອນ ກິລາບານເຕະ ເຄເອັມທີ, ສະໂມສອນກິລາບານເຕະ ຄິງດ້ອມ ແລະ ສະໂມສອນກິລາບານເຕະ ຈັນທະບູລີ ສະຫຼຸບຜົນຂອງການແຂ່ງຂັນບານເຕະລາວລີກ2 ປະຈໍາປີ 2023 ອາທິດ ທີ 2 ຂອງນະຄອນຫຼວງວຽງຈັນ ແລະຕາຕະລາງຄະແນນ
+ ວັນເສົາ03/06/2023 - ເມືອງຫາດ ຊະນະ ເຄພີເອັສ 6-1 - ໄອສະປອດ ສະເຫມີ ຄິງດອມ 1-1 - ເອັສທີທີ ເສຍໃຫ້ ເຮັສບີທີ 941 1-2 + ວັນອາທິດ 04/06/2023. - ຈັນສີ ເສຍໃຫ້ ທຣີນີຕີ 1-4 - ຈັນທະບູລີ ສະເຫມີ ເຄເອັມທີ 2-2 - ເອັສອີຊີ ເສຍໃຫ້ ມຊ 0-2

ລາວລີກ 2 ແຂວງຄຳມ່ວນ ເປີດສາກຂຶ້ນໃນອາທິດຜ່ານມາ
ການແຂ່ງຂັນບານເຕະ ລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ:
1. ປກຊ ແຂວງ 2. ປກສ ແຂວງ 3. ເທບສີໄຮ ເອັຟຊີ
4. ເລັກຕ້າ ເອັຟຊີ 5. ລູກໝູ ເອັຟຊີ
6. ບໍ່ໂພນຕີ້ວເອັຟຊີ
ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 16 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ປກຊ ແຂວງ ເອົາຊະນະ ລູກໝູ 2-0 ແລະ ວັນທີ 04/06/2023 ເລັກຕ້າ ສະເຫມີ ປກສ ແຂວງ 1-1, ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 15:00 ບໍ່ໂພນຕິ້ວ ພົບ ເທບສີໄຮ ແລະ ວັນທີ 10/06/2023 ເວລາ15:00 ລູກໝູ ພົບ ເລັກຕ້າ ໂດຍຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ລາວລີກ 2 ແຂວງສະຫວັນນະເຂດ ເປີດສາກຂຶ້ນໃນອາທິດຜ່ານມາ
ການແຂ່ງຂັນບານເຕະລາວລີກ 2ແຂວງສະຫວັນນະເຂດແມ່ນໄດ້ເປີດສາກຂຶ້ນແລ້ວໃນອາທິດຜ່ານມາໂດຍມີ 6 ທີມ ເຂົ້າຮ່ວມການແຂ່ງຂັນປະກອບມີ: 1. ສະຫວັນ ຢູໄນເຕັດ 2. ອານັນ ອາໄລ່ 3. ໂພໄຊນ້ອຍ 4. ດາຣກວູຟ 5. ສອງຄອນ 6. ຮາຢີນ້າ
ການແຂ່ງຂັນແມ່ນຈະເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 6 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ, ສຳລັບຜົນການແຂ່ງຂັນໃນອາທິດທຳອິດ: ວັນທີ 03/06/2023 ສະຫວັນຢູໄນເຕັດ ເສຍໃຫ້ ອານັນ ອາໄລ່ 0-1 , ໂພໄຊນ້ອຍ ເສຍໃຫ້ ດາຣກວູຟ 1-3 ແລະ ວັນທີ 04/06/2023 ຮາຢີນາ ເສຍໃຫ້ ສອງຄອນ 1-4 ສຳລັບນັດຕໍ່ໄປອາທິດທີ 2 ຈະມີຂຶ້ນ ວັນທີ 10/06/2023 ເວລາ 13:30 ອານັນ ອາໄລ່ ພົບ ສອງຄອນ, ເວລາ 16:00 ໂພໄຊນ້ອຍ ພົບ ດາຣກວູຟ ແລະ ວັນທີ 11/06/2023 ຮາຢີນ້າ ພົບ ໂພໄຊນ້ອຍ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ສະໂມສອນ ລະບຽງພູ ຂື້ນນໍາຕາລາງຄະແນນ ລາວລີກ 2 ແຂວງຈໍາປາສັກ
ສຳເລັດການແຂ່ງຂັນການແຂ່ງຂັນເລັກ 1 ແລ້ວ ສໍາລັບຈໍາປາສັກ ລີກ 2 ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ພາຍຫລັງທີ່ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 8 ເມສາ 2023 ເປັນຕົ້ນມາ ໂດຍມີທັງຫມົດ 8 ສະໂມສອນ ເຂົ້າຮ່ວມ ການແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະທະຫານແຂວງ(ແຊັ້ມເກົ່າ), ສະໂມສອນກິລາບານເຕະ ປກສ ແຂວງ, ສະໂມສອນກິລາບານເຕະ ສີລາເພັດ, ສະໂມສອນກິລາບານເຕະລະບຽງພູ, ສະໂມສອນກິລາບານເຕະ ສີອໍາພອນ, ສະໂມສອນກິລາບານເຕະ ບາຈຽງ, ສະໂມສອນກິລາບານເຕະຫົວແຊ ແລະ ສະໂມສອນ ກິລາບານເຕະນໍ້າດື່ມນາດາ
ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຈໍາປາສັກ ແມ່ນໃຊ້ສະຫນາມກິລາແຂວງຈໍາປາສັກ ເປັນສະຫນາມຫລັກໃນການແຂ່ງຂັນ ໂດຍປັດຈຸບັນແມ່ນ
ສະໂມສອນກິລາບານເຕະລະບຽງພູ ເປັນທີມນຳຕາຕະລາງຄະແນນ ລົງສະຫນາມ 7 ນັດ ຊະນະ 6 ນັດ ສະເຫມີ 0 ນັດ, ເສຍ 1 ນັດ ມີ 18 ຄະແນນ;
ອັນດັບ 2 ສະໂມສອນກິລາບານເຕະທະຫານແຂວງ ລົງສະຫນາມ 7 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ມີ 15 ຄະແນນ,
ອັນດັບ 3 ສະໂມສອນກິລາບານເຕະບາຈຽງ 7 ນັດ ຊະນະ 4 ນັດ ສະເຫມີ 1 ນັດ, ເສຍ 2 ນັດ, ມີ 13 ຄະແນນ,
ອັນດັບ 4 ສະໂມສອນກິລາບານເຕະ ປ.ກ.ສ ແຂວງ 7 ນັດ ຊະນະ 3 ນັດ ສະເຫມີ 2 ນັດ, ເສຍ 2 ນັດ ມີ 11 ຄະແນນ,
ອັນດັບ 5 ສະໂມສອນກິລາບານເຕະສີອໍາພອນ 7 ນັດ ຊະນະ 2 ນັດ, ສະເຫມີ 2 ນັດ, ເສຍ 3 ນັດ, ມີ 8 ຄະແນນ;
ອັນດັບ 6 ສະໂມສອນກິລາບານເຕະສີລາເພັດ 7 ນັດ ຊະນະ 2 ນັດ, ສະເຫມີ 1 ນັດ, ເສຍ 4 ນັດ, ມີ 7 ຄະແນນ;
ອັນດັບ 7 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 1 ນັດ, ເສຍ 5 ນັດ, ມີ 4 ຄະແນນ;
ອັນດັບ 8 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 0 ນັດ, ເສຍ 6 ນັດ, ມີ 3 ຄະແນນ;
ເຊິ່ງປັດຈຸບັນ ລາວລີກ 2 ແຂວງຈໍາປາສັກ ຢູ່ໃນຊ່ວງພັກ ແລະ ເປີດການໂອນຍາຍນັກກິລາໃຫ້ບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນໄດ້ປັບປຸງທິມ ແລະ ຈະກັບມາສືບຕໍ່ແຂ່ງຂັນຮອບ 2 ໃນວັນທີ 10 ມີຖຸນາ 2023 ນີ້ ການແຂງຂັນ ລາວລີກ 2 ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະແຫ່ງຊາດ ລາວ ສົມທົບກັບການຈັດຕັ້ງພັກ-ລັດ, ພາກສ່ວນທຸລະກິດ ພາຍໃນແຂວງຈໍາປາສັກ.