
ທີມຊາດຍິງຊຸດໃຫຍ່ ເກັບຕົວຝຶກຊ້ອມຢູ່ໄທກ່ອນໄປແຂ່ງຂັນຊີເກມຄັ້ງທີ 32
ນັກກິລາທີມຊາດລາວເພດຍິງຊຸດໃຫຍ່ພ້ອມຫົວໜ້າແລະຄະນະຄູຝຶກໄດ້ອອກເດີນທາງເມື່ອວັມທີ 24 ເມສາ 2023 ໄປແຂວງຊົນບູຣີ ປະເທດໄທ ເພື່ອເກັບຕົວຝຶກຊ້ອມ 1 ອາທິດ(ວັນທີ 24-29 / 04 / 2023),ຫຼັງຈາກນັ້ນຈະເດີນທາງ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32ທີ່ປະເທດ ກຳປູເຈຍເປັນເຈົ້າພາບໃນວັນທີ 30 /04/ 2023.
ສຳລັບຫົວໜ້າຄູຝຶກທີມຊາດລາວເພດຍິງຊຸດໃຫຍ່ແມ່ນ ທ່ານ Mohammad Herman B Zailani ຈາກປະເທດສິງກະໂປ ແລະນັ ກກິລາທີມຊາດລາວເພດຍິງຊຸດໃຫຍ່ຈຳນວນ 23 ຄົນມີລາຍຊື່ດັ່ງລຸ່ມນີ້:
ຜູ້ຮັກສາປະຕູ
- ບັງອອນ ພອນໄຊ ຈາກ ນະຄອນຫຼວງ
- ພັດທະລາວະດີ ສໍໂພທິຣາຊ ຈາກ ແຂວງສະຫວັນນະເຂດ
ກອງຫລັງ
- ສາຍສະຫມອນ ອິນທະພອນ ຈາກ ນະຄອນຫຼວງ
- ວິລີນທອນ ວົງແສງທອງ ຈາກ ນະຄອນຫຼວງ
- ດາລາວອນ ສໍພາບມີໄຊ ຈາກ ນະຄອນຫຼວງ
- ຫຼ້ານ້ອຍ ວົງສິງຄຳ ຈາກ ແຂວງ ຫຼວງພະບາງ
- ທິບປະກອນ ສີວົງລາດ ຈາກ ນະຄອນຫຼວງ
- ວິໄລວັນ ປັນຍານຸວົງ ຈາກ ນະຄອນຫຼວງ
- ຫຼິງ ມະນີວັນ ຈາກ ແຂວງຊຽງຊວາງ
- ກາເຫວົາ ວົງພະຈັນ ຈາກ ນະຄອນຫຼວງ
- ໂບລີ້ງ ຫຼວງຄີລີ ຈາກ ນະຄອນຫຼວງ
ກອງກາງ
- ອະນຸຕາ ຈັນທິທອງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
- ອິນທິດາ ຄູນສີ ຈາກ ນະຄອນຫຼວງ
- ແສງເດືອນ ພົງໄພລັດ ຈາກ ແຂວງ ຊຽງຂວາງ
- ເກມມີ້ ພັດດາລາ ກອງກາງ ຈາກ ແຂວງ ຊຽງຂວາງ
- ພິມພາ ທອງສະຫວ່າງ ຈາກ ແຂວງ ສະຫວັນນະເຂດ
- ໃຈຄຳ ໄຊຍະປະເສີດ ຈາກ ແຂວງ ຊຽງຂວາງ
- ອາພັດສະລາ ຈັນທະວົງໄຊ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
- ຈິນດາ ສີຫາລາດ ຈາກ ແຂວງ ຫຼວງພະບາງ
- ຫັດລືໄທ ທຳມະວົງສາ ຈາກ ແຂວງ ຈຳປາສັກ
- ສິນລະຄອນ ບຸນນາລີ ຈາກ ແຂວງ ຫຼວງພະບາງ
ກອງຫນ້າ
- ພະນິກອນ ວັນນະລາ ຈາກ ນະຄອນຫຼວງ
- ພອນທິບ ພົມມະຈັນ ຈາກ ແຂວງສະຫວັນນະເຂດ
ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນຖືກຈັດ ຢູ່ຮ່ວມກຸ່ມ B ປະກອບມີ: ກໍາປູເຈຍ, ໄທ, ສິງກະໂປ.
ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32
- 03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
- 06/05/2023 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
- 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium

ສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 3 ແຂວງຈຳປາສັກ ເລີ້ມຈັດຕັ້ງປະຕິບັດ
ໃນຕອນເຊົ້າ ວັນທີ 22 ເມສາ 2023 ໄດ້ເລີ່ມເປີດການຝຶກສອນກິລາບານເຕະເຍົາວະຊົນ ຈໍາປີ-ຈຳປາ ແຫ່ງທີ່ 3 ຂື້ນທີ່ ສະໜາມກິລາບານເຕະຫຼັກ2 ແຂວງຈຳປາສັກ. ຈຸດປະສົງເພື່ອເປີດການຝຶກສອນພື້ນຖານກິລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນພາຍໃນແຂວງຈໍາປາສັກໃນແຕ່ລະຮຸ່ນ ເພື່ອສ້າງໃຫ້ນ້ອງໆເຍົາວະຊົນມີການພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
ປັດຈຸບັນແມ່ນມີ 3 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ສະໜາມກິລາບານເຕະແຂວງຈໍາປາສັກ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)
ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ:
020 76761212
020 99822800

ໂຮງຮຽນມັດທະຍົມຕົ້ນເຊໂນຊະນະເລີດບານເຕະເຍົາວະຊົນຊາຍຊິງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023
ການແຂ່ງຂັນບານເຕະເຍົາວະຊົນຊາຍລະດັບມັດທະຍົມຕົ້ນຊິງຂັນທ່ານປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023ໄດ້ຈັດຂື້ນໃນວັນທີ 19 ເມສາ 2023 ທີ່ຜ່ານມາ ຢູ່ທີ່ສະໜາມກິລາຫລັກ 4 ແຂວງສະຫວັນນະເຂດ,ໂດຍການເປັນປະທານ ຂອງ ທ່ານ ໄພສານຈັນສີນາ ຮອງຫົວໜ້າພະແນກການເງີນແຂວງ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ,ເຊິ່ງມີ ທ່ານ ອະນຸສອນ ສຸດທິວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,ທ່ານ ຄໍາໃສ ສົດທິໂສ ເລຂາສະຫະພັນບານເຕະແຂວງສະຫວັນນະເຂດ,ພ້ອມດວ້ຍຄະນະກໍາມະການ,ຄູຝຶກ ແລະ ນັກກິລາເຂົ້າຮວ່ມ.
ການແຂ່ງຂັນບານເຕະຄັ້ງນີ້ແມ່ນມີ8 ທິມເຂົ້າຮວ່ມຄື ມສ ອຸດົມວິໄລ, ມຕ ສອນໄຊ, ມສ ໂພນສິມ, ມຕ ເຊໂນ, ມສ ຊົນເຜົ່າ, ມສ ລາວ -ຫວຽດ, ມສ ສະຫວັນ ແລະ ມຕ ສຸນັນທາ,ໂດຍ
ແບ່ງອອກເປັນ 2 ສາຍ, ເຊີ່ງເລີ່ມການແຂ່ງຂັນແຕ່ວັນທີ 12 ມີນາ 2023 ຫາ 19 ເມສາ 2023.
ຈຸດປະສົງໃນການແຂ່ງຂັນຄັ້ງນີ້ກໍ່ແມ່ນເພື່່ອເປັນການຮັດແໜ້ນຄວາມສາມັກຄິລະຫວ່າງ ໂຮງຮຽນກັບໂຮງຮຽນ ແລະ ເປັນການແລກປ່ຽນຖອດຖອນບົດຮຽນເຊີ່ງກັນແລະກັນຂອງເຍົາວະຊົນ, ຊາວໜຸ່ມໃຫ້ມີຄວາມຮັກມັກທາງດ້ານກິລາ ເພື່ອ ຫ່າງໄກຈາກສິ່ງເສບຕິດ, ຂອງມືນເມົາ, ພ້ອມທັງເປັນການຊອກຫານັກກິລບານເຕະທີ່ມີພອນສະຫວັນ,ມີທັກສະຄວາມສາມາດໃນການຫລີ້ນກິລາປະເພດນີ້ ແລະ ເພື່ອຄັດເລືອກນັກກິລາຂອງແຂວງສະຫວັນນະເຂດ ທີ່ກຽມຈະໄປແຂ່ງຂັນກິລາສາຍນັກຮຽນໃນປີຕໍ່ໄປ. ການແຂ່ງຂັນກິລາຄັ້ງນີ້ໄດ້ຮັບການສະຫນັບສະຫນູນ ແລະ ການຮ່ວມມືຈາກຫລາຍພາກສ່ວນລວມມູນຄ່າທັງໝົດ 21,200,000 ກີບ.ໃນນັ້ນ,ສະຫະພັນບານເຕະແຫ່ງຊາດລາວ ໃຫ້ການສະຫນັບສະຫນູນ15,000,000 ກີບ ແລະ ສະຫະພັນບານເຕະແຂວງ6,200.000 ກີບ.
ຜົນການແຂ່ງຂັນສາມາດສັງລວມໄດ້ດັ່ງນີ້:ຊະນະເລີດໄດ້ແກ່ໂຮງຮຽນ ມ ຕົ້ນເຊໂນໄດ້ຮັບເງີນສົດ 2,500,000 ກີບ ພ້ອມຂັນ1ຫນ່ວຍ,ຮອງຊະນະເລີດໄດ້ແກ່ໂຮງຮຽນ ມສ ອຸດົມວິໄລ ໄດ້ຮັບເງີນສົດ 1,500,000 ກີບ , ອັນດັບ ທີ 3 ໄດ້ ແກ່ໂຮງຮຽນ ມສ ຊົນເຜົ່າ ໄດ້ຮັບເງີນສົດ 800,000ກີບ ແລະ ອັນດັບ ທີ 4 ໄດ້ ແກ່ ໂຮງຮຽນ ມສ ລາວ -ຫວຽດ ໄດ້ຮັບເງີນສົດ 400,000ກີບ.
ຂ່າວໃຫ້ຮູ້ຕື່ມອີກວ່າ:ສະຫະພັນບານເຕະແຫ່ງຊາດລາວແມ່ນໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງໃນທົ່ວປະເທດເພື່ອຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ.

ສຕລ ຈັດຝຶກອົບຮົມກຳມະການຕັດສິນກິລາບານເຕະທົ່ວປະເທດທີ່ຈໍາປາສັກ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະທົ່ວປະເທດຂື້ນໃນວັນທີ 19 ເມສາ 2023 ທີ່ຫ້ອງປະຊຸມສະໜາມກິລາແຂວງຈໍາປາສັກ,ໂດຍການໃຫ້ກຽດເຂົ້າຮວ່ມພິທີຂອງທ່ານ ແກ້ວລັດຕະນະ ສີຫາວົງຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ,ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ.
ໃນໂອກາດນີ້, ທ່ານ ແກ້ວລັດຕະນະ ສີຫາວົງ ໄດ້ກ່າວເປີດພິທີຢ່າງເປັນທາງການ,ໂດຍໄດ້ຍົກໃຫ້ເຫັນວ່າ: ການພັດທະນາກິລາບານເຕະແຂວງຈໍາປາສັກໃນປັດຈຸບັນນີ້ ແມ່ນກຳລັງເດີນໄປຕາມເສັ້ນທາງດຽວກັນກັບສະຫະພັນບານເຕະແຫ່ງຊາດລາວ ຊຶ່ງການພັດທະນາກິລາບານເຕະແມ່ນມີຫຼາຍອົງປະກອບ ໜຶ່ງໃນນັ້ນກໍ່ແມ່ນວຽກງານການພັດທະນາກໍາມະການຕັດສິນເປັນປັດໄຈສໍາຄັນ. ສະນັ້ນການຝຶກອົບຮົມໃນເທື່ອນີ້ ຂໍໃຫ້ທຸກທ່ານເຮັດໜ້າທີ່ໃນການຝຶກອົບຮົມຢ່າງເຕັມທີ່, ນໍາເອົາຄວາມຮູ້ຄວາມສາມາດ ເພື່ອນໍາໄປພັດທະນາ ເຂົ້າໃນການແຂ່ງຂັນໃຫ້ປະສົບຜົນສໍາເລັດ.
ການຝຶກອົບຮົມຄັ້ງນີ້,ມີກຳມະການຕັດສິນເຂົ້າຮ່ວມຝືກອົບຮົມທັງໝົດ 15 ຄົນ ໃນນັ້ນເປັນເພດຍິງ 1 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ,ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ແກ່ການຈັດແຂ່ງຂັນບານເຕະລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ,ໂດຍຈະໃຊ້4ວັນ,ນັບແຕ່ວັນທີ 19 - 22 ເມສາ 2023 ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາ ຂອງສະຫະພັນບານເຕະໂລກ(ຟີຟາສະບັບປັບປຸງໃຫມ່), ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພາລະກຳລັງຕື່ມອີກ.

ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023
ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023
ໝາຍເຫດ:
- ສຳລັບນັກກິລາທີ່ເຄີຍລົງທະບຽນອອນໄລນ໌ໃນເທີມຜ່ານມາແລ້ວບໍ່ຈຳເປັນຕ້ອງລົງທະບຽນໃໝ່ ສາມາດມາແຈ້ງຊື່ເພື່ອສືບຕໍ່ເຂົ້າຮ່ວມໃນການຝຶກຊ້ອມເທີມທີ2 ໄດ້ເລີຍ.
- ນັກກິລາທີ່ມີຊຸດຊ້ອມເກົ່າຢູ່ແລ້ວແມ່ນສາມາດນຳໃຊ້ຊຸດຊ້ອມຈຳປີຈຳປາເກົ່າໃນການຝຶກຊ້ອມໄດ້.

ສະບາຍດີປີໃຫມ່ລາວ ພ.ສ 2566

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 22 ປີ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ
ທີມຊາດລາວ ຊຸດຊີເກມ ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ໄດ້ປະກາດລາຍຊື່ນັກກີລາ ນັກກິລາ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສາ 2023 ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ຢູ່ທີ່ ປະເທດ ກຳປູເຈຍ.
ສຳລັບລາຍຊື່ນັກກິລາ 25 ຄົນມີດັ່ງນີ້:
ຜູ້ຮັກປະຕູ
- ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ
- ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
- ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ກອງຫລັງ
- ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)
- ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ( National 3 Level V )
- ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
- ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ
- ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7
- ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
- ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ
- ພຸດທະລັກ ທອງສະນິດ ຈາກ ສະໂມສອນ ເອສະຣາ
- ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ
ກອງກາງ
- ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ)
- ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
- ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
- ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ເອສະຣາ
- ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
- ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7
- ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
ກອງຫນ້າ
- ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
- ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7
- ອາທິດ ຫລວງລາດ ຈາກ ສະໂມສອນ ເອສະຣາ
- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
- ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ຳທາ
ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ .
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ
- ວັນທີ 03/05/2023 ເວລາ 19:00 ມາເລເຊຍ ພົບ ລາວ
- ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ
- ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ
ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium

ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA)
ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA) ເຂົ້າຮ່ວມຕັດສິນລາຍການແຂ່ງຂັນ ໂອແລມປິກ ຮອບຄັດເລືອກ ໂຊນທະວີບອາຊີ ທີ່ ປະເທດ ອຸເບກິກສະຖານ (Women's Olypic football Tournament Paris 2024 - Preliminary Competition-AFC-Round 1 Uzbekistan 5-11 April 2023 )

ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32

ຕາຕະລາງ ການແຂ່ງຂັນ ບານເຕະຊາຍ U22 ຊີເກມ ຄັ້ງທີ 32
- 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ
- 03/05/2023 ເວລາ 19:00 ມາເລເຊຍ ພົບ ລາວ
- 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ
- 08/05/2023 ເວລາ 16:00 ລາວ ພົບ ໄທ
ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium

ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.
ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.
ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:
- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ
- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ
ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince.
ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້
- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ, ອິນໂດເນເຊຍ ແລະ ມາເລເຊຍ
- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ
ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.
ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ 16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ
ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
- ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
- ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ,
- ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ
ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023