ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ແຂວງທີ4ທີ່ແຂວງຫົວພັນ
ຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນ
ຝຶກອົບຮົມຄູຝຶກກິລາບານເຕະຂອງໂຄງການກິລາບານເຕະໃນໂຮງຮຽນFIFA FOOTBALL FOR SCHOOLS ທີ່ແຂວງຫົວພັນ
ສສຕລ ສຳເລັດການຝຶກອົບກຳມະການຕັດສິນຂັ້ນພື້ນຖານຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ
F
ຫົວຂໍ້ ປະເພດ ລົງວັນທີ
ແຈ້ງການເຖິງພໍ່ແມ່ຜູ້ປົກຄອງນັກກິລາ: ສູນຝຶກເຕະບານ ຈຳປີ-ຈຳປາ ຫຼັກ16 ໂຄສະນາ 29/03/2025
ແຈ້ງການເຖິງພໍ່ແມ່ຜູ້ປົກຄອງນັກກິລາ: ສູນຝຶກເຕະບານ ຈຳປີ-ຈຳປາ ຫ້ວຍຫົງ ຈ ໂຄສະນາ 29/03/2025
News Cover

ຄີມຊັງຊິກຖືກແຕ່ງຕັ້ງເປັນຫົວຫນ້າຄູຝຶກ ທີມລວມດາລານັກເຕະອາຊຽນ ASEAN ALL – STAR

10/04/2025

ວັນທີ 09 ເມສາ 2025 ສະຫະພັນບານເຕະອາຊຽນ ໄດ້ແຕ່ງຕັ້ງ ທ່ານ ຄິມຊັງຊິກ Kim Sang-sik ຄູຝຶກ ຊາວ ສ.ເກົາຫລີ ເຊິ່ງເປັນຄູຝຶກ ທີມຊາດຫວຽດນາມໃຫ້ເປັນຫົວຫນ້າຄູຝຶກ ທີມລວມດາລານັກເຕະອາຊຽນ ASEAN ALL – STAR ໂດຍຈະນຳທີມລົງແຂ່ງຂັນລາຍການ Maybank Challenge Cup ເຊິ່ງເປັນນັດປະຫວັດສາດ ທີ່່ບັນດານັກເຕະອາຊຽນ ຈະໄດ້ລົງຫລິ້ນກັບບັນດານັກກິລາອາຊີບຈາກສະໂມສອນ ແມນແຊສເຕີ ຢູໄນເຕັດ ທີມດັງຈາກ ລີກ ປະເທດອັງກິດ ໂດຍຈະແຂ່ງຂັນ ວັນທີ 28 ພຶດສະພາ 2025 ຢູ່ທີ່ສະຫນາມກິລາບູກິດຈາລິລ ປະເທດມາເລເຊຍ.

 ທ່ານ ຄຽບ ສາເມດ Khiev Sameth ປະທານ ສະຫະພັນບານເຕະອາຊຽນ ໄດ້ກ່າວວ່າ: ໂຄສ ກິມ ເປັນສັນຍາລັກຂອງຄວາມກ້າວຫນ້າ ແລະ ເປັນມືອາຊີບ ເປັນຜູ້ສ້າງແຮງບັນດານໃຈໃຫ້ບັນດານັກກິລາ ລວມເຖິງແຟນບານ, ຂໍຂອບໃຈມາຍັງສະຫະພັນບານເຕະມາເລເຊຍ ທີ່ເປັນເຈົ້າພາບຈັດງານດັ່ງກ່າວ ແລະ ຂອບໃຈມາຍັງ ບໍລິສັດ Maybank ທີ່ໄດ້ໃຫ້ການສະຫນັບສະຫນູນຫລັກການແຂ່ງຂັນຄັ້ງນີ້.

 ທີມລວມດາລານັກເຕະອາຊຽນ ASEAN ALL – STAR ແມ່ນຈະໄດ້ລວມເອົານັກກິລາທັງຫມົດ 12 ປະເທດເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວນີ້.


News Cover

ສຕລ ສຳເລັດຝຶກອົບຮົມຄູຝຶກກິລາບານເຕະລະດັບ C

04/04/2025

       ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C)ໃຫ້ແກ່ຜູ້ເຂົ້າຮວ່ມເມື່ອວັນທີ 04 ເມສາ 2025ທີ່ຫ້ອງປະຊຸມ ສຕລ,ໃຫ້ກຽດເຂົ້າຮວ່ມ ມີ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສຕລ, ທັງເປັນຫົວຫນ້າອະນຸກຳມະການເຕັກນິກ - ວິທະຍາ ສຕລ.

     ໃນໂອກາດດັ່ງກ່າວ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້,ເຖິງວ່າຈະເປັນໄລຍະເວລາສັ້ນ,ແຕ່ດວ້ຍຄວາມເອົາໃຈໃສ່ຂອງຄູຝຶກສອນແລະການຕັ້ງໃຈຮັບເອົາບົດຮຽນຂອງຜູ້ເຂົ້າຮວ່ມຈິ່ງເຮັດໃຫ້ການຝຶກອົບຮົມສຳເລັດຕາມຈຸດປະສົງທີ່ໄດ້ກຳນົດໄວ້, ຢ່າງໃດກໍຕາມທ່ານ ດຣ ໄຊຊະນະ ທອງຄຳຈັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮວ່ມຈົ່ງນຳໃຊ້ບົດຮຽນທີ່ໄດ້ຮຽນມາໄປພັດທະນານຳໃຊ້ແລະຮຽນຮູ້ແລກປ່ຽນບົດຮຽນ,ປະສົບການນຳກັນ ໃນການເອົາໄປນໍາໃຊ້ໃຫ້ເກີດປະໂຫຍດຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອພ້ອມກັນພັດທະນາວົງການບານເຕະລາວໃຫ້ດີຂື້ນໄປເລື້ອຍໆ.

       ໄລຍະການຝຶກອົບຮົມສຳມະກອນຈໍານວນ 24 ທ່ານ ເປັນຍິງ 3 ທ່ານ, ຈາກປະເທດໄທ 6 ທ່ານໄດ້ຮຽນຮູ້ທັງພາກທິດສະດີ ແລະ  ການປະຕິບັດຕົວຈິງຢູ່ສະໜາມ, ໂດຍມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ),ໃນນັ້ນ,ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບຂອງນັກກິລາ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມແລະອື່ນໆ.

           ສຳລັບການຝຶກອົບຮົມແມ່ນໄດ້ດຳເນີນໄປ 2 ໄລຍະ ຄື: ໄລຍະທີ 1 ວັນທີ 17 – 21 ກຸມພາ 2025 ແລະ ໄລຍະທີ 2 ວັນທີ 31 ມີນາ ຫາ 04 ເມສາ 2025. ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ກັບຜູ້ເຂົ້າຮ່ວມຝຶກອົບຮົມ ທັງ24ທ່ານ.

ເຂົ້າຮວ່ມພິທີຍັງມີທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລ, ສ່ວນຜົນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.ສໍາລັບແຜນການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຄັ້ງຕໍ່ໄປແມ່ນຈະຈັດຢູ່ແຂວງສະຫວັນນະເຂດລະຫວ່າງ ວັນທີ 19-30 ພຶດສະພາ 2025.


News Cover

ສຕລ ແຕ່ງຕັ້ງ ຈອງ ຊອງ ຊົນ ເປັນຫົວໜ້າຄູຝຶກທີມບານເຕະຍິງທິມຊາດລາວຄົນໃຫມ່

01/04/2025
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ແຕ່ງຕັ້ງ ທ່ານ ຈອງ ຊອງ ຊົນ(Jong Song-chon)ອາຍຸ 53 ປີ ສັນຊາດ ສ.ເກົາຫລີ ຮັບຫນ້າທີ່ເປັນ ຫົວຫນ້າຄູຝຶກບານເຕະຍິງທີມຊາດລາວຄົນໃຫມ່.ສໍາລັບປະຫວັດ ຂອງ ທ່ານ ຈອງ ຊອງ ຊົນ ເກີດ ວັນທີ 30 ພຶດສະພາ 1971 ມີໃບປະກາດ AFC/KFA Pro License ອະດີດນັກກິລາ ທີມຊາດ ສ.ເກົາຫລີ ຮຸ່ນອາຍຸບໍ່ເກີນ 23 ປີຫຼື U23 ແລະມີຜົນງານການຄຸມທີມ ຄື:
- ປີ 2002 – 2005 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ Geoje U18
- ປີ 2005 – 2010 ເປັນຫົວຫນ້າຄູຝຶກ ສະໂມສອນ Geoje U18
- ປີ 2010 ເປັນຜູ້ຊ່ວຍ ຄູຝຶກ ທີມຊາດ ສ.ເກົາຫລີ ບານເຕະຍິງ U20
- ປີ 2010 – 2018 ເປັນຜູ້ຊ່ວຍຄູຝຶກ ທີມຊາດ ສ. ເກົາຫລີ ບານເຕະຍິງU20
- ປີ 2012 – 2018 ເປັນຫົວຫນ້າຄູຝຶກ ທີມຊາດ ສ.ເກົາຫລີ ຮຸ່ນU20
- ປີ 2018 – 2019 ເປັນຫົວຫນ້າຄູຝຶກ ສະໂມສອນ Sungkyunkwan University
- ປີ 2020 – 2021 ເປັນຫົວຫນ້າຄູຝຶກ ສະໂມສອນ Incheon Hyundai Steel Red Angels, WK League
- ປີ 2021 – 2022 ເປັນຫົວຫນ້າຄູຝຶກ ສະໂມສອນ Ha Noi Women’s Football Club ປະເທດຫວຽດນາມ ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ຊອງ ຊົນ ແມ່ນການກຽມທີມຊາດຍິງລາວ ຊຸດໃຫຍ່ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers ທີມບານເຕະຍິງທີມຊາດລາວ ຢູ່ ກຸ່ມ F ຮ່ວມກັບ ອຸດເບກິສຖານ ( ເຈົ້າພາບ ຮອບຄັດເລືອກ ), ເນປານ, ລາວ ແລະ ສີລັງກາ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 23 ມິຖຸນາ ຫາ 5 ກໍລະກົດ 2025
  ຕາຕະລາງການແຂ່ງຂັນ ທີມຊາດລາວ
- ນັດທີ 1 ວັນທີ 29/6/2025ທີມຊາດເນປານ ພົບ ທີມຊາດລາວ
- ນັດທີ 2 ວັນທີ 02/07/2025 ທິມຊາດລາວ ພົບ ທີມຊາດອຸດເບກິສຖານ
- ນັດທີ 3 ວັນທີ 05/07/2025 ທີມຊາດລາວ ພົບ ທີມຊາດສີລັງກາ
 ທີມບານເຕະຍິງທີມຊາດລາວ  ແມ່ນຈະເລີ່ມເກັບຕົວຝຶກຊ້ອມໃນໄລຍະທີ 1 ແມ່ນວັນທີ 01 - 11 ເມສາ 2025. 
Video Cover

ລາວ ພົບ ສີລັງກາ

20/03/2025

ລາວ ພົບ ສີລັງກາ

Video Cover

ເອສະຣາ ພົບ ຊ້າງນ້ອຍ

13/03/2025

ເອສະຣາ ພົບ ຊ້າງນ້ອຍ 

Video Cover

ຈຳປາສັກ ພົບ ຫຼວງພະບາງ

03/03/2025

ຈຳປາສັກ ພົບ ຫຼວງພະບາງ