ທີມຊາດຊາຍ U-19
News Cover

ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມຽນມາ ແລະ ອົສຕຣາລີ ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊຽນ U19

30/05/2024

        ວັນທີ 30 ພຶດສະພາ 2024 ຢູ່ທີ່ປະເທດອິນໂດເນເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ(U19) ປະຈຳປີ 2024 ASEAN U19 BOY'S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 17-29 ກໍລະກົດ 2024.

       ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ. ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ຕີມໍ ເລສເຕ, ກຳປູເຈຍ, ຟີລິບປິນ

- ກຸ່ມ B: ລາວ, ຫວຽດນາມ, ມຽນມາ, ອົສຕຣາລີ

- ກຸ່ມ C: ມາເລເຊຍ, ໄທ, ສິງກະໂປ, ບຣູໄນ.