ຈັດພິທີເປີດສູນຝຶກກິລາບານເຕະຈຳປີ - ຈຳປາຢ່າງເປັນທາງການ

24/02/2024

                ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາຂື້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ຢູ່ທີ່ສູນດັ່ງກ່າວ,ເຊິ່ງມີທີ່ຕັ້ງຢູ່ສະຫນາມກິລາແຫ່ງຊາດລາວ(ຫຼັກ16)ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະ ພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.

               ໃນພິທີ,ທ່ານ ວີເພັດ ສີຫາຈັກຣ​ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດສຕລໄດ້ນຳໃຊ້ສະຫນາມກິລາແຫ່ງຊາດຫຼັກ 16 ລວມທັງຫມົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ. ຫລັງຈາກນັ້ນ ສຕລ ໄດ້ຍາດແຍ່ງທຶນຊ່ວຍເຫລືອຈາກ ສະຫະພັນນາໆຊາດ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:

1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.

2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2021.

3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສຳເລັດໃນປີທີ່ຜ່ານມາ.

             ຈຸດປະສົງຂອງສູນຝຶກນີ້ ແມ່ນເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ ເພື່ອຈຸດປະສົງຍົກລະດັບຂີດຄວາມສາມາດຂອງນັກກິລາໂດຍການມີສູນຝຶກທີ່ໄດ້ມາດຕະຖານທີ່ປະກອບໄປດ້ວຍ ຫໍພັກ, ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອອກກຳລັງກາຍ. ສູນຝຶກແຫ່ງນີ້ ຈະເປັນບ່ອນຫລໍ່ຫລອມທັກສະ, ຄວາມສາມາດຂອງນັກກິລາບານເຕະທີມຊາດລາວ ນັບແຕ່ນີ້ໄປສູ່ຫລາຍສະໄໝໃນອະນາຄົດ. ນອກນັ້ນ ສູນຝຶກແຫ່ງນີ້ ຍັງຈະເປັນສະຖານທີ່ຈັດກິດຈະກຳພັດທະນາບານເຕະຂັ້ນພື້ນຖານ, ນຳໃຊ້ເຂົ້າໃນການຝຶກຊ້ອມນັກກິລາຂອງສູນພັດທະນາກິລາບານເຕະຈຳປີ - ຈຳປາ ພາຍໃຕ້ໂຄງການ FIFA TDS, ຈັດກິດຈະກຳວັນກິລາບານເຕະ ສຕລ LFF FOOTBALL DAY ແລະ ອື່ນໆ.

            ຂະນະທີ່ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະຟີຟາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກແຫ່ງດັ່ງກ່າວ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີຄວາມມຸ້ງຫມັ້ນ ພັດທະນາບານເຕະລາວ ໃນໄລຍະຍາວ ໃນທຸກໆລໍາດັບ , ພວກເຮົາຍິນດີທີ່ຈະປະກອບສ່ວນ ໂດຍຜ່ານໂຄງການ FIFA FORWARD ດ້ວຍການຮ່ວມມືທີ່ດີພວກເຮົາ ເຮັດວຽກຮ່ວມກັນເພື່ອສ້າງວິໃສທັດທາງດ້ານບານເຕະໂສມຫນ້າໃຫມ່ໃນປະເທດ ເຊິ່ງໄດ້ເປີດໂອກາດໃຫ້ເຍົາວະຊົນທັງຍິງ ແລະ ຊາຍ ໄດ້ມີໂອກາດໄດ້ສະແດງຄວາມສາມາດໃນເກມການແຂ່ງຂັນ, ທ່ານ Kenny JEAN-MARIE ຍັງກ່າວຕື່ມວ່າສະຫະພັນບານເຕະນາໆຊາດFIFAພ້ອມສືບຕໍ່ໃຫ້ການສະໜັບສະໜູນດ້ານທຶນຮອນ,ວິຊາການໃນການຊວ່ຍເຫຼືອສຕລດ້ານຕ່າງໆນັບທັງການຝຶກສອນນັກກິລາລາວຕື່ມອີກ ຜ່ານໂຄງການ FIFA FORWARD.