ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D

07/08/2020

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ຢູ່ 4 ແຂວງພາ​ກ​ໃຕ້​
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ແລະ​ກິດຈະກຳບານເຕະຂອງເຍົາວະຊົນ ປະຈຳປີ 2020​ ຢູ່​ 4 ແຂວງພາກໃຕ້, ເພື່ອສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ແລະ ກຳມະການ ໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກ ແລະ ດ້ອຍໂອກາດ, ນຳໃຊ້ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ແລະ ກໍາມະການຕັດສິນບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ ເພື່ອພັດທະນາບັນດາຄູຝຶກ, ພັດທະນາກຳມະການຕັດສິນ ໃຫ້ມີຄວາມສາມາດ, ມີພອນສະຫວັນທາງດ້ານກິລາບານເຕະໃຫ້ກາຍມາເປັນຄູຝຶກ ແລະ ກຳມະການ, ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາລຸ້ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແຫນງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.
ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນ 4 ແຂວງ​ພາກ​ໃຕ້ ລາຍ​ລະ​ອຽດ​ມີ​ດັ່ງ​ລຸ່ມ​ນີ້:
- ແຂວງ​ສາ​ລະ​ວັນ ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ - 4 ທັ​ນ​ວາ 2020.
- ແຂວງ​ເຊກອງ ຈ​ັດ​ຂຶ້ນ​ໃນ​ວັນ​ທີ 08 - 11 ທັນວາ 2020.
- ແຂວງ​ອັດ​ຕະ​ປື ຈັດ​ຂຶ້ນ​ໃນ​ວັນ​ທີ 15-18 ທັນ​ວາ 2020.
- ແຂວງ​ຈຳ​ປາ​ສັກ ຈັດ​ຂຶ້ນ​ໃນ​ວັນ​ທີ 22-25 ທັນ​ວາ 2020.
ສຳລັບ ປີ 2019 ທີ່ຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດ ຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF ” D ” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ແມ່ນໄດ້ຈັດມາແລ້ວ ຢູ່ 10 ແຂວງຄື: ແຂວງຊຽງຂວາງ,ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ສ່ວນ​ປີ 2020 ໄດ້​ຝຶກ​ອົບ​ຮົມ​ ມາ​ແລ້ວ 3 ແຂວງຄື: ແຂວງ​ສະ​ຫວັນ​ນະ​ເຂດ,ຄຳ​ມ່ວນ ແລະ ແຂວງ​ໄຊ​ສົມ​ບູ​ນ.