ສຕລ ສຳເລັດການຝຶກອົບຮົມກໍາມະການຕັດສິນກິລາບານເຕະເປບຊີ ລາວລີກ1 ປະຈໍາປີ 2023

18/02/2023

  ຕອນບ່າຍ ວັນທີ 17 ກຸມພາ  2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີປິດຊຸດຝຶກອົບຮົມກຳມະການຕັດສິນເພື່ອກະກຽມຄວາມພ້ອມໃນລາຍການແຂ່ງຂັນບານເຕະເປບຊີລາວລີກ1ປະຈຳປີ 2023,ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ,ຫົວໜ້າອະນຸກໍາມະການຕັດສິນ,ທ່ານໄຊປະເສີດພົງຊະນິດຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ທ່ານ,ໃນນັ້ນເປັນຍິງ2ທ່ານ,ຜູ້ປະເມີນກຳມະການຕັດສິນ6ທ່ານທີ່ມາຈາກຕ່າງແຂວງ12ທ່ານ. 

  ໃນພິທີ,ທ່ານ  ຄຳແພງ ວົງຂັນຕີ ໄດ້ກ່າວໃຫ້ຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດການແຂ່ງຂັນ ເປບຊີລາວລີກ 1ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້,ເຮັດໃຫ້ກໍາມະການຈໍານວນໜຶ່ງກໍ່ໄດ້ກ້າວຂື້ນໄປສູ່ການຕັດສິນໃນລະດັບAFC ລະດັບFIFA ຊຶ່ງນອກຈາກເປັນຜົນງານຂອງຕົນເອງແລ້ວ,ກໍຍັງເປັນການສ້າງຊື່ສຽງໃຫ້ກັບປະເທດຊາດກໍ່ຄືສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.

  ສຳລັບການຝຶກອົບຮົມກຳມະການຕັດສິນດຳເນີນມາເປັນເວລາ4ວັນນັບຕັ້ງແຕ່ວັນທີ 14 - 17 ກຸມພາ  2023 ໂດຍນັກສຳມະນາກອນ ໄດ້ຮຽນຮູ້ ທາງດ້ານທິດສະດີກ່ຽວກັບກະຕິກາຕ່າງໆ, ໂດຍສະເພາະການເຮັດຜິດກົດກະຕິກາ ,ຈັງຫວະລໍ້າໜ້າ ນອກຈາກນັ້ນກໍ່ໄດ້ຮຽນຮູ້ກ່ຽວກັບຕໍາແໜ່ງ, ການບໍລິຫານເກມການແຂ່ງຂັນ,ທີ່ສໍາຄັນກໍ່ໄດ້ຮຽນຮູ້ສະກັດກັ້ນການລົ້ມບານ,ແກ້ໄຂ້ປັບປຸງຂໍ້ຜິດພາດໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໄດ້ມີການທົດສອບພາລະກຳລັງ,ທົດສອບການວິນິດໄສທາງວີດີໂອແລະອື່ນໆ.