ພິທີເປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ ຢູ່ທີ່ແຂວງ ບໍລິຄໍາໄຊ

08/03/2022

ຕອນເຊົ້າ ວັນທີ 08 ມີນາ 2022 ຢູ່ທີ່ ທີ່ຫ້ອງປະຊຸມ ໂຮງຮຽນມັດທະຍົມສົມບູນ ວຽງຄຳ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະ ຝືກອົບຮົມຄູຝືກກິລາບານເຕະຂັ້ນພື້ນຖານ ( LFF “D” Certificate Coaching Course 2022 ) ເຂົ້າຮ່ວມໃນພິທີເປິດໂດຍມີ ທ່ານ ຄຳເພັດ ໄຊປັນຍາ ຄະນະພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ທ່ານ ເພງ ເພີນຈິດ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ, ທ່ານ ຈັນທະໜອມ ເທບອຸໄທ ຄະນະສະຫະພັນບານເຕະແຂວງບໍລິຄຳໄຊ, ທ່ານ ສົມພູ ດວງດາລາ ແລະ ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ມີນັກສຳມະນາກອນ ເຂົ້າຮ່ວມທັງຫມົດ 30 ຄົນ ໃນນັ້ນເປັນຍິງ 2 ຄົນ ມາຈາກ 3 ພາກສ່ວນໃນຕົວເມືອງ ປາກກະດິງ.
ທ່ານ ຄຳເພັດ ໄຊປັນຍາ ໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມໃນຄັ້ງນີ້ເຊິ່ງເປັນເງື່ອນໄຂອັນດີໃຫ້ແກ່ຜູ້ທີ່ມາຝຶກອົບຮົມນີ້ເພື່ອຈະໄດ້ພັດທະນາຕົນເອງ ເປັນການປູກຝັງດ້ານຄູຝຶກກິລາບານເຕະນີ້ ຖ້າຜູ້ໃດມີການພັດທະນາຕົນເອງມີການມັກຮັກໃນດ້ານນີ້ຖືວ່າກ້າວໄປສູ່ໃນການຝຶກອົບຮົມຂັ້ນຕໍ່ໄປ ໃນລະດັບ “C” ໃຫ້ສາມາດເປັນຄູຝຶກຂອງແຂວງພານັກກິລາຂອງແຂວງໄປແຂ່ງລະດັບຊາດ.
ຈຸດປະສົງ ແລະ ເປົ້າໝາຍໃນການຈັດຝຶກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course ມີລາຍລະອຽດດັ່ງລຸ່ມນີ້:
ເປົ້າໜາຍ:
1. ເພື່ອສ້າງລຸ້ນສືບທອດ ກິລາບານເຕະທີ່ອາໃສຢູ່ເຂດຫ່າງໄກໃຫ້ໄດ້ທຸກເຂດໃນທົ່ວປະເທດ
2. ເພື່ອໃຫ້ຄູຝຶກຮູ້ຈັກນຳໃຊ້ການຝືກສອນທັກສະກິລາບານເຕະຂັ້ນພື້ນຖານຢ່າງຖືກຕອ້ງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ.
3. ເພື່ອປັບປຸງແລະພັດທະນາຄູຝືກໃຫ້ມີຄວາມຮູ້ຄວາມສາມາດໃນການເຂົ້າຮ່ວມການອົບຮົມຄູຝືກລະດັບພາກພື້ນຂອງອາຊີຕາມລຳດັບໃນອານາຄົດ.
4. ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະ ມາເປັນນັກກິລາສືບທອດ.
5. ເພື່ອໃຫ້ນັກກິລາທີ່ໜຸ່ມນ້ອຍມີທັກສະແລະພັດທະນາໂຕເອງຈົນກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆ ເພື່ອກ້າວໄປເຖີງນັກກິລາທີມຊາດໃນອານາຄົດ.
ສຳລັບມືື້ສຸດທ້າຍຂອງການຝຶກອົບຮົມ ແມ່ນຈະໄດ້ກິດຈະກໍາບານເຕະຂອງເຍົາວະຊົນ.