ສຕລຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

27/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນບານເຕະ ຂັ້້ນພື້ນຖານ ( Basic Referee Training 2023 )ເມື່ອວັນຈັນ 27 ມີນາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ, ໂດຍມີ ທ່ານ ໄຊປະເສີດ ພົງສະນິດ ຫົວຫນ້າພະແນກກຳມະການຕັດສິນ ກິລາບານເຕະ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣີຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວົງສີ ຜູ້ຊ່ວຍຄູຝຶກສອນ ວິຊາການພະແນກກໍາມະການຕັດສິນ ສຕລ, ທ່ານ ກິຫລ້າ ລາດຊະວົງ ຜູ້ຊ່ວຍຄູຝຶກສອນ ກຳມະການຕັດສິນ ສຕລ ແລະ ນັກສຳມະກອນ ຈຳນວນ 23 ຄົນ ໃນນັ້ນຜູ້ຍິງ 2 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ :ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາດການກິລາ - ກາຍະກຳ, ວິທະຍາໄລພາລະສຶກສາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ສະໂມສອນກິລາບານເຕະໄຊເສດຖາ.

ຄະນະຮັບຜິດຊອບການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຮຽນຮູ້ກ່ຽວກັບກົດລະບຽບຂອງສະຫະພັບບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່, ເພື່ອສ້າງກຳມະການລຸ້ນສືບທອດແລະເປັນການແລກປ່ຽນບົດຮຽນລະຫວ່າງກຳມະການດ້ວຍກັນ. 

ການຝຶກອົບຮົມຈະໄດ້ດຳເນີນໄປເປັນເວລາ5ວັນຄືນັບຕັ້ງແຕ່ ວັນທີ 27 - 31 ມີນາ 2023,ໂດຍນັກສຳມະກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ,ຕະຫຼອດການຝຶກອົບຮົມນັກສຳມະກອນທີ່ມີຜົນງານດີເດ່ນຈະມີໂອກາດໄດ້ຖືກຄັດເລືອກໃຫ້ເຂົ້າຮວ່ມຕັດສິນການແຂ່ງຂັນລາຍການຕ່າງໆທີ່ທາງສຕລຈັດຂຶ້ນ.

  ສຳລັບນະໂຍບາຍທີ່ທາງ ສຕລໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມກໍາມະການຕັດສິນຂັ້ນພື້ນຖານມີດັ່ງລຸ່ມນີ້:

1. ສຕລຈະຮັບຜິດຊອບອາຫານທ່ຽງທຸກໆວັນຕະຫຼອດມື້ຝຶກອົບຮົມ

2. ໃຫ້ຊຸດເຄື່ອງນຸ່ງກໍາມະການຕັດສິນຜູ້ລະ 2 ຊຸດ

3. ໃຫ້ໝາກຫວີດຜູ້ລະ 1 ໜ່ວຍ

4. ບັດເຫຼືອງບັດແດງ ທ່ານລະ 1 ຊຸດ

5. ໃບຢັ້ງຢືນເຂົ້າຮ່ວມການຝຶກອົບຮົມ