ສຕລ ຈັດຝຶກອົບຮົມກຳມະການຕັດສິນກິລາບານເຕະທົ່ວປະເທດທີ່ຈໍາປາສັກ

19/04/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະທົ່ວປະເທດຂື້ນໃນວັນທີ  19 ເມສາ 2023 ທີ່ຫ້ອງປະຊຸມສະໜາມກິລາແຂວງຈໍາປາສັກ,ໂດຍການໃຫ້ກຽດເຂົ້າຮວ່ມພິທີຂອງທ່ານ ແກ້ວລັດຕະນະ ສີຫາວົງຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ,ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ.

  ໃນໂອກາດນີ້, ທ່ານ ແກ້ວລັດຕະນະ ສີຫາວົງ ໄດ້ກ່າວເປີດພິທີຢ່າງເປັນທາງການ,ໂດຍໄດ້ຍົກໃຫ້ເຫັນວ່າ: ການພັດທະນາກິລາບານເຕະແຂວງຈໍາປາສັກໃນປັດຈຸບັນນີ້ ແມ່ນກຳລັງເດີນໄປຕາມເສັ້ນທາງດຽວກັນກັບສະຫະພັນບານເຕະແຫ່ງຊາດລາວ ຊຶ່ງການພັດທະນາກິລາບານເຕະແມ່ນມີຫຼາຍອົງປະກອບ ໜຶ່ງໃນນັ້ນກໍ່ແມ່ນວຽກງານການພັດທະນາກໍາມະການຕັດສິນເປັນປັດໄຈສໍາຄັນ. ສະນັ້ນການຝຶກອົບຮົມໃນເທື່ອນີ້ ຂໍໃຫ້ທຸກທ່ານເຮັດໜ້າທີ່ໃນການຝຶກອົບຮົມຢ່າງເຕັມທີ່, ນໍາເອົາຄວາມຮູ້ຄວາມສາມາດ ເພື່ອນໍາໄປພັດທະນາ ເຂົ້າໃນການແຂ່ງຂັນໃຫ້ປະສົບຜົນສໍາເລັດ.

   ການຝຶກອົບຮົມຄັ້ງນີ້,ມີກຳມະການຕັດສິນເຂົ້າຮ່ວມຝືກອົບຮົມທັງໝົດ 15 ຄົນ ໃນນັ້ນເປັນເພດຍິງ 1 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ,ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ແກ່ການຈັດແຂ່ງຂັນບານເຕະລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ,ໂດຍຈະໃຊ້4ວັນ,ນັບແຕ່ວັນທີ 19 - 22 ເມສາ 2023 ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາ ຂອງສະຫະພັນບານເຕະໂລກ(ຟີຟາສະບັບປັບປຸງໃຫມ່), ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພາລະກຳລັງຕື່ມອີກ.