ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

16/02/2023

ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນສັນຊາດລາວ ມີບົດບາດໄດ້ໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າຈາກລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ້) ໃນວັນທີ 6-12 ມີນາ 2023 ນີ້, ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການນີ້ ແລະ ລະດັບທະວີບອາຊີ.

ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019 ເຊິ່ງກ່ອນໄປຮ່ວມຕັດສິນລາຍການນີ້ ພຸດສະຫວັນ ຈັນທະວົງ ໄດ້ໄປຮ່ວມອົບຮົມກຳມະການຕັດສິນລະດັບສູງຂອງຟີຟ້າ ຢູ່ປະເທດມາເລເຊຍ ໃນວັນທີ 7-10 ກຸມພາ 2023 ຜ່ານມາ.

ສຳລັບ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ນອກຈາກ ພຸດສະຫວັນ ຈັນທະວົງ ຈະໄປຮ່ວມຕັດສິນໃນ ກຸ່ມ D ທີ່ປະເທດຈໍແດນ, ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ຮອບຄັດເລືອກ ກຸ່ມ A ໃນລະຫວ່າງວັນທີ 8-12 2023 ໂດຍມີ 4 ທີມຮ່ວມຄັດເລືອກຄື: ສປ ຈີນ, ຟີລິບປິນ, ຮົງກົງ ແລະ ລາວ ເຈົ້າພາບ, ຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບຄັດເລືອກຮອບທີສອງຕໍ່ໄປ.