ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້

05/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15ປີ(U15 ) ແລະ ຮຸ່ນອາຍຸບໍ່ເກີນ18ປີ(U18 )ປະຈໍາປີ 2023ຂື້ນໃນຕອນບ່າຍວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 34 ຄົນ.

ໃນໂອກາດນີ້ ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການ

ອົບຮົມຄັ້ງນີ້ ແລະ ອວຍພອນໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມຈົ່ງຕັ້ງໃຈນຳເອົາຄວາມຮູ້ທີໄດ້ຮຽນມາໄປຈັດຕັ້ງປະຕິບັດວຽກງານກໍາມະການຕັດສິນໃນສະໜາມກິລາຕົວຈິງດ້ວຍຜົນສໍາເລັດ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 2-4 ສິງຫາ 2023,ເຊິ່ງໄດ້ມີການຮຽນຮູ້ແລະທົດສອບທາງທິດສະດີ ແລະ ວິເຄາະວີດີໂອໃນການໃຫ້ບັດເຫຼືອງບັດແດງ, ພິເສດນັກຝຶກອົບຮົມທີ່ເຂົ້າຮ່ວມ ແມ່ນໄດ້ ຜ່ານການທົດສອບພາລະກໍາລັງກ່ອນຈຶ່ງຈະເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.

ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມກຽມພ້ອມຂອງກຳມະການຕັດສິນໃນການຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້.