ຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 )

29/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີພິທີເປີດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານ ເຕະລະດັບສູງ(FIFA MA REFEREEING COURSE 2023)ຂື້ນໃນຕອນເຊົ້າ ຂອງວັນທີ 29 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິີການ ສຕລ , ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB),ທ່ານ ອາແມັດ ຄາລີດີ ບິນ ຊຸບປຽນ (AHMAD KHALIDI BIN SUPIAN) ຄູຝຶກຈາກ ສະຫະພັນບານເຕະນາໆຊາດ(FIFA).

ໃນພິທີ ທ່ານຄໍາປະສົງ ໄຊຍະວົງສີ ວິຊາການພະແນກກໍາມະການຕັດສິນໄດ້ຂຶ້ນລາຍງານການຝຶກອົບຮົມວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະນາໆຊາດໃຫ້ການອຸປະຖໍາກໍຄືໃຫ້ທຶນແກ່ບັນດາປະເທດສະມາຊິກໃນການຈັດຝຶກອົບຮົມ,ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງຜູ້ປະເມີນກຳມະການຕັດສິນ ແລະ ກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການ FIFA ແລະ ຍັງເປັນການຄັດເລືອກກຳມະການຕັດສິນດີເດັ່ນ ທີ່ຜ່ານມາດຖານເຂົ້າຮ່ວມຄັດເລືອກກຳມະການ FIFA) 2024.

ໃນພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຍາດເອົາຄວາມຮູ້ຈາກວິທະຍາກອນ ເພື່ອຮັບເອົາບົດຮຽນທີ່ໄດ້ປັບປຸງໃໝ່ ແລະ ເພື່ອພັດທະນາຕົວເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນຈົນເຖິງລະດັບສູງສຸດ ຈາກນັ້ນທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ ຄູຝຶກຈາກ ຟີຟາ ກໍ່ໄດ້ປະກອບຄໍາຄິດເຫັນໂດຍໄດ້ສະແດງຄວາມຍິນດີທີ່ໄດ້ມາຮ່ວມໃນການຝຶກອົບຮົມຄັ້ງນີ້ ແລະຫວັງວ່າພາຍຫຼັງການຝຶກອົບຮົມຄັ້ງນີ້ ກໍາມະການລາວຈະບືນຕົວກ້າວຂຶ້ນສູ່ລະດັບສູງກ່ວານີິ້ ຫຼື ສູງທີ່ສຸດ.

ໃນໂອກາດກ່າວເປີດພິທີ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ກ່າວວ່າ ການຝຶກອົບຮົມຄັ້ງນີ້ແມ່ນມີເວລາສັ້ນດັ່ງນັ້ນ,ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົວເອງໃຫ້ສູງເທົ່າທີ່ຈະສູງໄດ້. ການຝຶກອົບຮົມຄັ້ງນີິ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 29 ສິງຫາ ຮອດວັນທີ 2 ກັນຍາ 2023 ຈຶ່ງຈະສິ້ນສຸດ.

ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫ້ອງການນິຕິກຳ ສຕລ,ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີ: ອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.