ສໍາເລັດການຝຶກອົບຮົມກຳມະການຕັດສິນລະດັບສູງ

02/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 ) ໃນຕອນເຊົ້າວັນທີ 2 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຄູຝຶກຈາກ ສະຫະພັນ ບານເຕະນາໆຊາດ(FIFA), ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ.

ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ໄດ້ຂື້ນລາຍງານເຖິງຜົນຂອງການຝຶກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນໄປດວ້ຍຜົນສຳເລັດຕາມແຜນການທີ່ວາງໄວ້,ໂດຍຕະຫຼອດເວລາ 5 ວັນຂອງການຝຶກອົບຮົມ(29 ສິງຫາ ຫາ 2 ກັນຍາ 2023)ຜູ້ເຂົ້າຮວ່ມໄດ້ຮຽນຮູ້ກ່ຽວກັບກະຕິກາປັບປຸງໃໝ່ (2022-2023), ພາກປະຕິບັດຕົວຈິງ ແລະ ມີການທົດສອບພາລະກຳລັງ.

ໃນໂອກາດກ່າວປິດພິທີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກທ່ານ ຈົ່ງນໍາເອົາ ຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ໄປພັດທະນາວົງການບານເຕະໃຫ້ກ້າວໄປສູ່ລະດັບສາກົນ,ຕີຖອຍ ຫາງສຽງສັງຄົມທີ່ກ່າວດ້ານລົບໃຫ້ແກ່ນັກກິລາລາວກໍຄືວົງການກິລາລາວໃຫ້ຫຼຸດໜ້ອຍຖອນລົງເທົ່າໃດຍິ່ງດີ.

ສຳມະນາກອນທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ລວມມີທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.