ຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີ່ຈະເປີດສາກຂຶ້ນໃນທ້າຍອາທິດນີ້

16/10/2023

ຕອນເຊົ້າ ວັນທີ 16 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີເປີດ ຊຸດຝຶກອົບກຳມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ໂດຍເຂົ້າຮ່ວມພິທີເປີດໂດຍມີ ທ່ານ ຄໍາແພງ ວົງຂັນຕິ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 24 ຄົນ ເປັນຍິງ 7 ຄົນ.

 ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວວ່າ: ຖືວ່າເປັນໂອກາດດີອັນຫນຶ່ງຂອງ ສະຫະພັນບານເຕະແຫ່ງຊາດລາວ ເວົ້າລວມ ເວົ້າສະເພາະກໍຄືບານເຕະຍິງ ທີ່ທາງພວກເຮົາມີິຄວາມສາມາດຈັດການແຂ່ງຂັນຂຶ້ນ ເຊິ່ງເປັນຄັ້ງທຳອິດທີ່່ຈັດລາຍການແຂ່ງຂັນນີ້ຂຶ້ນ ສະນັ້່ນຂໍສະເຫນີໃຫ້ກຳມະການຕັດສິນທີ່ຝຶກອົບຮົມຄັ້ງດັ່ງກ່າວໃຫ້ເອົາໃຈໃສ່ໃຫ້ລະອຽດກ່ຽວກັບກົດລະບຽບກະຕິກາຕ່າງໆ

 ສຳລັບຈຸດປະສົງແມ່ນກໍເພື່ອກະກຽມຄວາມພ້ອມເຂົ້າຮ່ວມຕັດສິນ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023, ກຽມຄວາມພ້ອມທາງດ້ານກະຕິການ, ພາລະກໍາລັງ ເຊິ່ງການຝຶກອົບຮົມແມ່ນໄດ້ດໍາເນີນການຝຶກອົບຮົມ 3 ມື້ຄື: ນັບຕັ້ງແຕ່ວັນທີ 16 -18 ຕຸລາ 2023.

  ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 Lao Women's League 2023 ຈະເລີ້ມເປີດສາກຄວາມມັນໃນວັນເສົາ 21/10/2023 ເຊິ່ງໃຊ້ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2 ເປັນສະຫນາມທີ່ແຂ່ງຂັນໂດຍມີທີມເຂົ້າຮ່ວມທັງຫມົດ 8 ທີມປະກອບມີ:

1. ຊ້າງນ້ອຍ

2. ມາສເຕີ້ ເຊເວັ້ນ

3. ເອສະຣາ

4. ກອງທັບ

5. ຫຼວງພະບາງ

6. ຈຳປາສັກ

7. ນໍ້າທາ

8. ວຽງຈັນ

ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.